ກອງທຶນທຶນການສຶກສາ Lotte ໄດ້ໜູນຊ່ວຍນັກສຶກສາຫວຽດນາມ 3.250 ຄົນ ດ້ວຍມູນຄ່າການສຶກສາເຖິງ 1.457 ລ້ານວອນ. ໃນພາບ: ນັກສຶກສາໄດ້ຮັບທຶນການສຶກສາໃນຕອນບ່າຍວັນທີ 12 ເມສາ - ພາບ: NGOC HIEN
ກປ.ອອນໄລ - ຕອນບ່າຍວັນທີ 12 ເມສາ, ທີ່ນະຄອນ ໂຮ່ຈີມິນ, ທ່ານນາງ Jung Ga-yeon - ຮອງກົງສຸນໃຫຍ່ ສ.ເກົາຫຼີ ປະຈໍາ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ນັບແຕ່ສ້າງຕັ້ງການພົວພັນ ທາງການທູດ ໃນປີ 1992, ຫວຽດນາມ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ຂອງ ສ.ເກົາຫຼີ.
ພ້ອມກັນນັ້ນ, ສ.ເກົາຫຼີ ຍັງໄດ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ຂອງຫວຽດນາມ ແລະ ນັກລົງທຶນໃຫຍ່ກວ່າໝູ່ຂອງຫວຽດນາມ.
ຕາມທ່ານນາງ Jung Ga-yeon ແລ້ວ, ປະຈຸບັນ ມີຊາວ ຫວຽດນາມ ແລະ ສ.ເກົາຫຼີ 2 ແສນກວ່າຄົນພວມດຳລົງຊີວິດຢູ່ບັນດາປະເທດບ້ານໃກ້ເຮືອນຄຽງ, ແມ່ນຂົວເຊື່ອມຕໍ່ທີ່ເຂັ້ມແຂງຂອງ 2 ປະເທດ.
ພິເສດ, ກຸ່ມ Lotte ມີຫຼາຍບໍລິສັດສະມາຊິກດຳເນີນທຸລະກິດຢູ່ ຫວຽດນາມ, ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມ ໃຫ້ດີຂຶ້ນ, ໄປຄຽງຄູ່ກັບການພັດທະນາ ເສດຖະກິດ ຂອງຫວຽດນາມ.
ທ່ານນາງ Jung Ga-yeon ໃຫ້ຮູ້ວ່າ: ນອກຈາກການດຳເນີນທຸລະກິດແລ້ວ, ທຶນສຶກສາ Lotte ໄດ້ມອບທຶນສຶກສາໃຫ້ບັນດານັກສຶກສາທີ່ມີພອນສະຫວັນຈາກບັນດາໂຮງຮຽນທີ່ມີຊື່ສຽງຢູ່ ຫວຽດນາມ ເປັນເວລາ 15 ປີ ເພື່ອປະຕິບັດໜ້າທີ່ຮັບຜິດຊອບສັງຄົມຂອງວິສາຫະກິດ.
ທ່ານນາງ Jung Ga-yeon ແບ່ງປັນວ່າ: “ການປັບປຸງຄວາມສາມາດຂອງໄວໜຸ່ມຫວຽດນາມ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງວິສາຫະກິດເທົ່ານັ້ນ ຫາກຍັງປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ການພັດທະນາເສດຖະກິດຂອງ ສ.ເກົາຫຼີ ແລະ ຫວຽດນາມ”.
ທ່ານນາງ Haesun Chang, ປະທານກອງທຶນທຶນການສຶກສາທົ່ວໂລກ Lotte Shin Kyuk-Ho ໃຫ້ຮູ້ວ່າ: ກອງທຶນທຶນການສຶກສາ Lotte ຢູ່ ຫວຽດນາມ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການບຳລຸງສ້າງຄວາມສາມາດບົ່ມຊ້ອນ, ຊຸກຍູ້ການພົວພັນທາງການທູດ ຫວຽດນາມ - ສ.ເກົາຫຼີ ແລະ ປະກອບສ່ວນພັດທະນາຂອງ ຫວຽດນາມ.
ນອກຈາກນັ້ນ, ທ່ານ ນາງ ຮສ ຊຸນຊ້າງ ຍັງໄດ້ສະແດງຄວາມຫວັງວ່າ ດ້ວຍການສະໜັບສະໜູນຈາກກອງທຶນທຶນການສຶກສາ Lotte, ນັກສຶກສາຈະມີເງື່ອນໄຂເພື່ອພັດທະນາຄວາມສາມາດສ່ວນຕົວ ເພື່ອກາຍເປັນສະມາຊິກທີ່ດີຂອງກຸ່ມບໍລິສັດ Lotte ໃນອະນາຄົດ.
ທີ່ພິທີໄດ້ຈັດຂຶ້ນຢູ່ໂຮງແຮມ Lotte Saigon, ນັກສຶກສາດີເດັ່ນ 60 ຄົນທີ່ມາຈາກ 11 ມະຫາວິທະຍາໄລໃຫຍ່ນະຄອນ ໂຮ່ຈີມິນ ໄດ້ຮັບທຶນສຶກສາ 60 ທຶນ ເປັນມູນຄ່າ 800 USD ແຕ່ລະຄົນ (ປະມານ 20 ລ້ານດົ່ງ/ທຶນ).
ກຸ່ມບໍລິສັດ Lotte ໃຫ້ຮູ້ວ່າ: ກອງທຶນທຶນການສຶກສາ Lotte Shin Kyuk-Ho ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1983 ໂດຍມີເປົ້າໝາຍໜູນຊ່ວຍນັກຮຽນໃນສະພາບຄວາມຫຍຸ້ງຍາກ, ປັບປຸງສະພາບແວດລ້ອມແຫ່ງການຮຽນຮູ້ ແລະ ຍົກສູງຄຸນນະພາບ ການສຶກສາ . ນັບແຕ່ປີ 2008, Lotte ໄດ້ເລີ່ມມອບທຶນສຶກສາໃຫ້ນັກສຶກສາຫວຽດນາມ.
ມາຮອດປີ 2023, ກອງທຶນທຶນການສຶກສາ Lotte ໄດ້ໜູນຊ່ວຍນັກສຶກສາຫວຽດນາມ 3.250 ຄົນ ດ້ວຍມູນຄ່າທຶນການສຶກສາເຖິງ 1.457 ລ້ານວອນ (ເທົ່າກັບ 1.080.800 USD).
ທີ່ມາ
(0)