ອີຣ່ານ ໄດ້ອອກສຽງ ໃຫ້ການອະນຸມັດ ໃນການຕອບໂຕ້ ຕໍ່ການລາຍງານວ່າ ອີຣັກ ກໍາລັງກະກຽມ ທີ່ຈະຢຸດຕິ ພາລະກິດ ຂອງພັນທະມິດ ສາກົນ ທີ່ນຳພາໂດຍ ສະຫະລັດ ຢູ່ໃນປະເທດ ຕາເວັນອອກກາງ ໃນຂະນະທີ່ ວໍຊິງຕັນ ໄດ້ມີປະຕິກິລິຍາ ແຕກຕ່າງກັນ.
| ອາເມລິກາພວມຮັກສາກຳລັງທະຫານ 2.500 ຄົນຢູ່ອີຣັກ ເພື່ອໃຫ້ຄຳປຶກສາ ແລະ ໜູນຊ່ວຍກຳລັງປະສົມສາກົນ. (ແຫຼ່ງຂ່າວ: ກອງທັບສະຫະລັດ) |
ວັນທີ 5 ມັງກອນນີ້, ສຳນັກງານ ນາຍົກລັດຖະມົນຕີ ອີຣັກໄດ້ອ້າງຕາມຄຳປະກາດຂອງທ່ານນາຍົກລັດຖະມົນຕີ Mohammed Shia Al-Sudani ທີ່ກ່າວວ່າ, ລັດຖະບານພວມສ້າງຕັ້ງຄະນະກຳມະການສອງຝ່າຍເພື່ອກະກຽມໃຫ້ແກ່ການສິ້ນສຸດພາລະກິດຂອງອົງການປະສົມສາກົນທີ່ນຳພາໂດຍອາເມລິກາຢູ່ປະເທດຕາເວັນອອກກາງ.
ໃນການຕອບໂຕ້ຂໍ້ມູນດັ່ງກ່າວ, Reuters ໄດ້ອ້າງຄຳເວົ້າຂອງພົນຕີ Patrick Ryder ກອງທັບອາກາດສະຫະລັດໃນວັນທີ 8 ມັງກອນນີ້ວ່າ ຍັງບໍ່ທັນໄດ້ຮັບຂໍ້ມູນກ່ຽວກັບແຜນການຖອນຕົວໃດໆ ແລະ ກອງທັບສະຫະລັດຍັງສຸມໃສ່ຢ່າງສູງຕໍ່ພາລະກິດການປາບປາມກຸ່ມກໍ່ການຮ້າຍລັດອິດສະລາມ (IS).
ຢືນຢັນວ່າບໍ່ໄດ້ເຫັນແຈ້ງການໃດໆຈາກແບກແດດຕໍ່ ກະຊວງປ້ອງກັນປະເທດ ອາເມລິກາກ່ຽວກັບການຖອນທະຫານ, ທ່ານ Ryder ຍັງເນັ້ນໜັກວ່າ, ກອງກຳລັງອາເມລິກາທີ່ມີຢູ່ອີຣັກແມ່ນຕາມຄຳຮຽກຮ້ອງຂອງລັດຖະບານປະເທດຕາເວັນອອກກາງ.
ກອງທັບສະຫະລັດ ແລະບັນດາປະເທດພັນທະມິດລວມທັງຝຣັ່ງ, ອັງກິດ ແລະແອສປາຍ ໄດ້ຖືກສົ່ງໄປປະຕິບັດງານຢູ່ອີຣັກແຕ່ປີ 2014 ໃນການຕໍ່ສູ້ຕ້ານ IS.
ເດືອນມີນາປີ 2020, ອາເມລິກາເລີ່ມປະຕິບັດແຜນການຖອນທະຫານອອກຈາກອີຣັກຕາມຄຳຮຽກຮ້ອງຂອງລັດຖະບານທ້ອງຖິ່ນ.
ວັນທີ 9 ທັນວາປີ 2021, ວໍຊິງຕັນໄດ້ປະກາດຢຸດຕິການປະຕິບັດໜ້າທີ່ສູ້ຮົບຂອງອາເມລິກາຢູ່ອີຣັກຢ່າງເປັນທາງການ, ແຕ່ຍັງຄົງຮັກສາກຳລັງທະຫານປະມານ 2,500 ຄົນຢູ່ໃນປະເທດເປັນທີ່ປຶກສາແລະກຳລັງໜູນຊ່ວຍຂອງພັນທະມິດ.
ນັບຕັ້ງແຕ່ການປະທະກັນລະຫວ່າງຂະບວນການອິດສະລາມ Hamas ແລະ ອິດສະຣາແອນ ໄດ້ເກີດຂຶ້ນຢູ່ເຂດ Gaza ໃນວັນທີ 7/10/2023, ຈຳນວນການບຸກໂຈມຕີຂອງກຳລັງອິດສະລາມ ແນໃສ່ກຳລັງທະຫານອາເມລິກາ ທີ່ປະຈຳຢູ່ອີຣັກ ແລະ ຊີຣີ ເພີ່ມຂຶ້ນ.
ວັນທີ 4 ມັງກອນນີ້, ອາເມລິກາໄດ້ໃຊ້ຍົນໂດຣນເພື່ອລອບສັງຫານຜູ້ບັນຊາ ການທະຫານ ຂອງກຸ່ມ Harakat al-Nuiiaba, ເຊິ່ງເປັນສ່ວນໜຶ່ງຂອງກຸ່ມ Hashed al-Shaabi, ເຊິ່ງເປັນກຸ່ມທະຫານປ້ອງກັນປະເທດໃນເມື່ອກ່ອນຢູ່ໃກ້ກັບອີຣານ ແຕ່ປະຈຸບັນໄດ້ສົມທົບເຂົ້າກັບກຳລັງປະກອບອາວຸດຂອງອີຣັກ.
ວໍຊິງຕັນອະທິບາຍການໂຈມຕີດັ່ງກ່າວວ່າເປັນການປ້ອງກັນຕົວ, ແຕ່ລັດຖະບານອີຣັກໄດ້ຖືວ່າເປັນການຮຸກຮານທີ່ຮ້າຍແຮງແລະນາຍົກລັດຖະມົນຕີ Mohamed Shia al-Sudani ໄດ້ຕັ້ງໃຈທີ່ຈະຢຸດຕິການມີໜ້າຂອງກຳລັງປະສົມສາກົນຢູ່ປະເທດຕາເວັນອອກກາງນີ້.
ໃນຂະນະນັ້ນ, ໃນວັນດຽວກັນ, ໂຄສົກກະຊວງການຕ່າງປະເທດອີຣານ Nasser Kanaani ໃຫ້ຮູ້ວ່າ: ເຕເຮຣານ ສະໜັບສະໜູນອີຣັກ ຂັບໄລ່ກຸ່ມປະກອບອາວຸດຕ້ານກໍ່ການຮ້າຍໂດຍອາເມລິກາ.
ກ່າວຄຳເຫັນທີ່ກອງປະຊຸມຂ່າວ, ທ່ານ Kanaani ໃຫ້ຮູ້ວ່າ: “ລັດຖະບານແບກແດດໄດ້ຊີ້ອອກຢ່າງຈະແຈ້ງທີ່ຕັ້ງຂອງຕົນ... ອີຣັກ ມີຄວາມສາມາດ, ກຳລັງແຮງ ແລະ ສິດອຳນາດທີ່ຈຳເປັນໃນການຮັກສາຄວາມໝັ້ນຄົງ.”
ຄຽງຂ້າງນັ້ນ, ຕາມເຈົ້າໜ້າທີ່ການທູດຜູ້ນີ້, ອີຣານ ໄດ້ສະແດງຄວາມເຫັນຕໍ່ບັນດາປະເທດໃນພາກພື້ນ, ໃນນັ້ນມີ ອີຣັກ ຊ້ຳແລ້ວຊ້ຳອີກວ່າ ການມີກຳລັງຂອງອາເມລິກາບໍ່ວ່າຮູບແບບໃດ... ຈະບໍ່ຊ່ວຍຮັກສາສັນຕິພາບ ແລະ ສະຖຽນລະພາບ.”
ທີ່ມາ










(0)