ຕອນເຊົ້າວັນທີ 1/10, ຢູ່ສູນກອງປະຊຸມຂັ້ນແຂວງ, ຄະນະປະຈຳພັກແຂວງ ນິງບິ່ງ ໄດ້ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 1 ໄລຍະ 2025-2030.
ສະຫາຍ ເລມິນຮົ່ງ, ກໍາມະການ ກົມການເມືອງ , ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງເຂົ້າຮ່ວມ ແລະຊີ້ນໍາກອງປະຊຸມໃຫຍ່.
ທີ່ກອງປະຊຸມ, ໄດ້ປະກາດມະຕິຂອງ ກົມການເມືອງ ແຕ່ງຕັ້ງບັນດາສະຫາຍເຂົ້າຮ່ວມຄະນະບໍລິຫານງານ, ຄະນະປະຈຳ, ເລຂາ, ຮອງເລຂາຄະນະພັກແຂວງ ນິງບິ່ງ ໄລຍະ 2025-2030.
ຕາມນັ້ນແລ້ວ, ຄະນະບໍລິຫານງານພັກແຂວງ ນິງບິ່ງ ລວມມີ 100 ສະຫາຍ; ຄະນະປະຈຳປະກອບດ້ວຍ 25 ສະຫາຍ. ສະຫາຍ ດັ້ງຊວນຟຸກ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ ຟູທໍ້ ເຂົ້າຮ່ວມຄະນະບໍລິຫານງານ, ຄະນະປະຈຳ ແລະ ດຳລົງຕຳແໜ່ງເລຂາຄະນະພັກແຂວງ ນິງບິ່ງ ໄລຍະ 2025-2030./.
ທີ່ມາ: https://www.vietnamplus.vn/khai-mac-dai-hoi-dai-bieu-dang-bo-tinh-ninh-binh-lan-thu-i-nhiem-ky-2025-2030-post1066369.vnp
(0)