ຕອນ​ຄ່ຳ​ວັນ​ທີ 31/8, ​ໂຄສົກ​ກະຊວງ ​ການ​ຕ່າງປະ​ເທດ ​ຫວຽດນາມ ຟ້າ​ມບີ່​ງມີ​ງ ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ​ເພື່ອ​ຕອບ​ສະໜອງ​ຂ່າວ​ແຈ້ງວ່າ, ​ເຮືອ​ຫາ​ປາ​ຫວຽດນາມ​ລຳ​ໜຶ່ງ​ຖືກ​ຫຼອນ​ໂຈມ​ຕີ​ໃນ​ຂະນະ​ເຄື່ອນ​ໄຫວ​ຢູ່​ເຂດ​ທະ​ເລ​ໝູ່​ເກາະ​ຮ່ວາງ​ຊາ​ຂອງ​ຫວຽດນາມ.

​ໂຄສົກ​ກ່າວ​ວ່າ, ​ເຈົ້າ​ໜ້າ​ທີ່​ຫວຽດນາມ​ພວມ​ເລັ່ງລັດ​ຊີ້​ແຈງ​ເຫດການ​ດັ່ງກ່າວ.

ເຮືອຫາປາ QNg 90495 TS ຈອດຢູ່ທ່າເຮືອ Tinh Ky, ນະຄອນ Quang Ngai. ພາບ: TTXVN

ຕາມ​ໄດ້​ຢືນຢັນ​ຫຼາຍ​ຄັ້ງ​ແລ້ວ, ຫວຽດນາມ ມີ​ພື້ນຖານ​ນິຕິ​ກຳ ​ແລະ ຫຼັກ​ຖານ​ປະຫວັດສາດ​ຢ່າງ​ພຽງພໍ​ເພື່ອ​ຢັ້ງຢືນ ​ອະທິປະ​ໄຕ​ຂອງ ​ໝູ່​ເກາະ ຮ່ວາງ​ຊາ ຕາມ​ກົດໝາຍ​ສາກົນ, ​ເປັນ​ຕົ້ນ​ແມ່ນ​ອະທິປະ​ໄຕ, ສິດ​ອະທິປະ​ໄຕ, ສິດ​ອຳນາດ​ຂອງ​ເຂດ​ທະ​ເລ​ຕາມ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982.

“ຫວຽດນາມ ຄັດຄ້ານທຸກການກະທຳຂອງການໃຊ້ກຳລັງຕໍ່ກຳປັ່ນຫາປາຫວຽດນາມ ທີ່ເຄື່ອນໄຫວເປັນປົກກະຕິຢູ່ທະເລ, ໄພຂົ່ມຂູ່ຕໍ່ຊີວິດ ແລະ ຄວາມປອດໄພ ພ້ອມທັງສ້າງຄວາມເສຍຫາຍໃຫ້ແກ່ຊັບສິນ ແລະ ຜົນປະໂຫຍດຂອງຊາວປະມົງ, ຂັດກັບກົດໝາຍສາກົນ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982”.

ຕາມ​ຂ່າວສານ​ຫວຽດນາມ, ຕອນ​ຄ່ຳ​ວັນ​ທີ 29 ສິງຫາ, ຊາວ​ປະມົງ​ຢູ່​ກຳ​ປັ່ນ​ຫາ​ປາ​ຢູ່​ກວາງ​ຫງາຍ​ໄດ້​ລາຍ​ງານ​ຕໍ່​ເຈົ້າ​ໜ້າ​ທີ່​ວ່າ, ​ໄດ້​ຖືກ​ກຳ​ປັ່ນ​ຕ່າງປະ​ເທດ​ບຸກ​ໂຈມ​ຕີ, ​ເຮັດ​ໃຫ້​ຊາວ​ປະມົງ 2 ຄົນ​ບາດ​ເຈັບ ​ແລະ ​ເສຍ​ຫາຍ​ຊັບ​ສິນ.

ເຮືອຫາປາ QNg 90495 TS ເປັນເຈົ້າຂອງໂດຍ ທ່ານ ຮ່ວາງວັນຮ່ວາ (ອາຍຸ 43 ປີ), ຢູ່ບ້ານບິ່ງເຈົາ, ເມືອງ ບິ່ງເຊີນ. ເຮືອ​ລຳ​ນີ້​ຫາ​ກໍ່​ກັບ​ຄືນ​ທ່າ​ກຳ​ປັ່ນ Sa Ky, ແຂວງ ກວາງ​ຫງາຍ.

vietnamnet.vn