ເສດຖະກິດຫວຽດນາມ ພວມເຕີບໂຕຢ່າງວ່ອງໄວ, ລື່ນກາຍບັນດາປະເທດໃນພາກພື້ນ. |
ການເຕີບໂຕແມ່ນຍ້ອນຫຼາຍຂະແໜງການ, ຈາກການຜະລິດເຕັກໂນໂລຊີສູງເຖິງຊັບພະຍາກອນທຳມະຊາດ ແລະ ການພົວພັນດ້ານການຄ້າທີ່ສຳຄັນ, ໂດຍສະເພາະແມ່ນອາເມລິກາ ແລະ ຈີນ.
ຫວຽດນາມ ພວມກາຍເປັນຄວາມສຳຄັນຂອງການຄ້າທົ່ວໂລກ, ດ້ວຍຕະຫຼາດພາຍໃນປະເທດທີ່ເຂັ້ມແຂງ, ໂດຍການເຕີບໂຕຂອງຊົນຊັ້ນກາງ ແລະ ປະຊາກອນທີ່ສະດວກ.
ມີຫຼາຍປັດໄຈສະແດງໃຫ້ເຫັນວ່າ, ປະຈຸບັນ ຫວຽດນາມ ແມ່ນຕົວແບບທີ່ໜ້າເຊື່ອຖືຂອງບັນດານັກລົງທຶນທີ່ຢາກຜັນຂະຫຍາຍບັນດາຮູບແບບການລົງທຶນເຂົ້າບັນດາຕະຫຼາດທີ່ພົ້ນເດັ່ນ. ມີຫຼາຍຄວາມເຫັນເຫັນວ່າ, ຫວຽດນາມ ໄດ້ກາຍເປັນພື້ນຖານເສດຖະກິດທີ່ມີຄວາມຫຼາກຫຼາຍ, ດຸ່ນດ່ຽງການເຕີບໂຕດ້ານການສົ່ງອອກກັບຄວາມຕ້ອງການພາຍໃນທີ່ເພີ່ມຂຶ້ນ. ຍ້ອນເຫດນັ້ນ, ຫວຽດນາມ ມີທັງການສົ່ງອອກທີ່ເຂັ້ມແຂງ ແລະ ພື້ນຖານການບໍລິໂພກພາຍໃນທີ່ນັບມື້ນັບເພີ່ມຂຶ້ນ.
ກາລະໂອກາດຫຸ້ນສ່ວນສາທາລະນະຂອງຫວຽດນາມ ແມ່ນສຸມໃສ່ບັນດາຂະແໜງການເງິນ, ອະສັງຫາລິມະຊັບ ແລະ ເຄື່ອງບໍລິໂພກ. 10 ຮຸ້ນອັນດັບຕົ້ນໆໃນດັດຊະນີຕະຫຼາດນັດຫວຽດນາມ ທ້ອງຖິ່ນທັງໝົດແມ່ນຢູ່ໃນຂະແໜງການເຫຼົ່ານີ້ ແລະ ຍັງມີຄວາມເພິ່ງພໍໃຈຕໍ່ການຂາຍພາຍໃນ. ສິ່ງດັ່ງກ່າວໄດ້ເສີມຂະຫຍາຍການໂຕ້ຖຽງວ່າເສດຖະກິດຂອງຫວຽດນາມມີຄວາມຕ້ອງການຢູ່ພາຍໃນຢ່າງແຂງແຮງ.
ເຖິງວ່າເສດຖະກິດມະຫາພາກຕົກຄ້າງ, ໃນນັ້ນມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ບັນຫາເສດຖະກິດຢູ່ຈີນ, ແຕ່ຫຸ້ນສ່ວນພາຍໃນປະເທດຂອງຫວຽດນາມ ໄດ້ຕີລາຄາສູງກວ່າຕະຫຼາດທີ່ເກີດໃໝ່ນັບແຕ່ປີ 2018.
ດ້ວຍບັນດາການປະຕິຮູບໂຄງປະກອບເສດຖະກິດ ແລະ ການຕະຫຼາດຂອງຫວຽດນາມ ໃນທົດສະວັດຜ່ານມາ, ບັນດານັກລົງທຶນຄວນເອົາໃຈໃສ່ໃນໂອກາດທີ່ພົ້ນເດັ່ນນີ້.
ທີ່ມາ
(0)