ຕາມຂ່າວ Reuters, ວັນທີ 19 ພຶດສະພານີ້, ໂຄສົກວັງ Kremlin ທ່ານ Dmitry Peskov ໃຫ້ຮູ້ວ່າ, “ບັນດາຂໍ້ຕົກຄ້າງສຸດທ້າຍ” ຂອງສັນຍາຄວບຄຸມອາວຸດລະຫວ່າງລັດເຊຍ ແລະ ອາເມລິກາ “ພວມຄ່ອຍໆຫາຍໄປ”.
ທ່ານ Peskov ກ່າວຕໍ່ບັນດານັກຂ່າວວ່າ "ພວກເຮົາພຽງແຕ່ສາມາດເສຍໃຈທີ່ບໍ່ມີການຕິດຕໍ່ທີ່ຮຸນແຮງແລະຊັດເຈນກ່ຽວກັບການຄວບຄຸມອາວຸດລະຫວ່າງ Moscow ແລະ Washington." ຄຳເຫັນຂອງໂຄສົກວັງ Kremlin ມີຂຶ້ນ ໃນຂະນະທີ່ບັນດາສະມາຊິກລັດຖະສະພາຂອງພັກຣີພັບບລີກັນ ສະເໜີຮ່າງກົດໝາຍສະບັບໜຶ່ງເມື່ອບໍ່ດົນມານີ້ ຮຽກຮ້ອງໃຫ້ສະຫະລັດ ຖອນຕົວອອກຈາກສົນທິສັນຍາຫຼຸດຜ່ອນອາວຸດຍຸດທະສາດໃໝ່ (New START). ສັນຍາສະບັບໃໝ່ທີ່ໄດ້ລົງນາມໃນປີ 2010 ເພື່ອຈຳກັດອາວຸດຂອງສອງປະເທດໃຫ້ສູງສຸດບໍ່ເກີນ 1,550 ຫົວຮົບນິວເຄລຍ, ແມ່ນສົນທິສັນຍາດຽວທີ່ຍັງຄົງຢູ່ທີ່ມີຜົນບັງຄັບໃຊ້ທາງດ້ານກົດໝາຍກ່ຽວກັບການຄວບຄຸມອາວຸດນິວເຄລຍລະຫວ່າງຣັດເຊຍແລະອາເມລິກາ. ຣັດເຊຍໄດ້ໂຈະການເຂົ້າຮ່ວມຂອງຕົນໃນສົນທິສັນຍາໃນທ້າຍເດືອນກຸມພາ.
NGUYEN
ທີ່ມາ
(0)