ຂໍ້ມູນຈາກຄະນະຄຸ້ມຄອງສວນອຸດສາຫະກຳແຂວງ ຮ່ານາມ ໃນວັນທີ 23 ມິຖຸນາ ໃຫ້ຮູ້ວ່າ: ບັນດາວິສາຫະກິດ ສ.ເກົາຫຼີ ແມ່ນນັກລົງທຶນໃຫຍ່ກວ່າໝູ່ໃນຈຳນວນໂຄງການຢູ່ ຮ່ານາມ ດ້ວຍ 128 ໂຄງການ (ກວມເອົາກວ່າ 1/3 ໂຄງການ FDI) ແລະ ເປັນອັນດັບສອງກ່ຽວກັບຍອດຈຳນວນທຶນລົງທຶນ 1,664 ຕື້ USD (ເທົ່າກັບເກືອບ 30% ຍອດຈຳນວນທຶນລົງທຶນ FDI ຢູ່ ຮ່ານາມ).
ຕາມນັ້ນແລ້ວ, ບັນດາໂຄງການ FDI ຂອງບັນດາວິສາຫະກິດ ສ.ເກົາຫຼີ ຢູ່ ຮ່ານາມ ໄດ້ຮັບການຜັນຂະຫຍາຍ, ຮັບປະກັນຄວາມຄືບໜ້າ, ປະຕິບັດຕາມລະບຽບກົດໝາຍ, ປົກປັກຮັກສາສິ່ງແວດລ້ອມ, ປະກອບສ່ວນສ້າງວຽກເຮັດງານທຳໃຫ້ຄົນງານທ້ອງຖິ່ນ ແລະ ລາຍຮັບງົບປະມານຂອງແຂວງ ຮ່ານາມ ເພີ່ມຂຶ້ນ.
ເພື່ອແນໃສ່ເພີ່ມທະວີການດຶງດູດທຶນ FDI, ໃນໄລຍະມໍ່ໆມານີ້, ຄະນະກຳມະການປະຊາຊົນແຂວງ ຮ່ານາມ ໄດ້ສຸມໃສ່ພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ກໍ່ສ້າງເຂດອຸດສາຫະກຳດ້ວຍພື້ນຖານໂຄງລ່າງທີ່ເປັນມູນເຊື້ອ, ສ້າງເງື່ອນໄຂສະດວກເພື່ອດຶງດູດນັກລົງທຶນໂດຍທົ່ວໄປ, ດຶງດູດວິສາຫະກິດ ສ.ເກົາຫຼີ ເວົ້າສະເພາະ.
ຄະນະບໍລິຫານງານສວນອຸດສາຫະກຳແຂວງ ຮ່ານາມ ຍາມໃດກໍ່ປະຕິບັດການຄຸ້ມຄອງເຂດອຸດສາຫະກຳຂອງແຂວງເປັນຢ່າງດີ, ຊຸກຍູ້ການປະຕິຮູບດ້ານບໍລິຫານ, ໜູນຊ່ວຍບັນດາວິສາຫະກິດດຳເນີນບັນດາຂະບວນການລົງທຶນຢ່າງວ່ອງໄວ, ສະດວກ, ສົມທົບກັບບັນດານັກລົງທຶນດຳເນີນທຸລະກິດພື້ນຖານໂຄງລ່າງສວນອຸດສາຫະກຳ, ຍົກສູງຄຸນນະພາບການບໍລິການສາທາລະນະໃຫ້ວິສາຫະກິດ.
ກ່ອນໜ້ານັ້ນ, ທີ່ການເຮັດວຽກກັບຄະນະຜູ້ແທນສະພາແຂວງ Gyeonggi (ສ.ເກົາຫຼີ) ໃນທ້າຍປີ 2023, ທ່ານນາງ ເລທິທູ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ຮ່ານາມ ໃຫ້ຮູ້ວ່າ: ປະຈຸບັນ, ຢູ່ແຂວງ ຮ່ານາມ ມີ 370 ໂຄງການ FDI ຂອງ 13 ປະເທດ ແລະ ເຂດແຄ້ວນ.
ໃນນັ້ນ, ບັນດານັກລົງທຶນ ສ.ເກົາຫຼີ ມີຍອດຈຳນວນທຶນຈົດທະບຽນປະມານ 1,7 ຕື້ USD. ໃນຊຸມປີມໍ່ໆມານີ້, ແຂວງ ຮ່ານາມ ໄດ້ກາຍເປັນໜຶ່ງໃນບັນດາແຂວງນຳໜ້າໃນການດຶງດູດການລົງທຶນ, ພິເສດແມ່ນການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຢູ່ບັນດາເຂດອຸດສາຫະກຳ.
ທີ່ມາ: https://laodong.vn/kinh-doanh/nha-dau-tu-han-quoc-rot-1664-ti-usd-von-fdi-vao-ha-nam-1356504.ldo
(0)