ການຊອກຫາການຈອງໂຮງແຮມຂອງ Agoda ຢູ່ຮ່າໂນ້ຍ, ຊາປາ, ຮ່າຢາງ , ອ່າວຮ່າລອງ, ແລະ Cat Ba ຍັງຄົງມີຜົນດີພາຍຫຼັງຄວາມເສຍຫາຍຈາກພາຍຸ Yagi.
ວັນທີ 28 ຕຸລາ, ເວທີ ການທ່ອງທ່ຽວ Agoda digital ກ່າວວ່າຄວາມສົນໃຈຂອງນັກທ່ອງທ່ຽວໃນເຂດພາກເຫນືອທີ່ສໍາຄັນຂອງຫວຽດນາມຍັງຄົງແຂງແຮງຫຼັງຈາກຄວາມເສຍຫາຍທີ່ເກີດຈາກໄຕ້ຝຸ່ນ Yagi ໃນຕົ້ນເດືອນກັນຍາ.
ຕາມນັ້ນແລ້ວ, ຈຳນວນການຈອງຫ້ອງພັກຂອງ Agoda ໄດ້ບັນທຶກການເຊັກອິນແຕ່ເດືອນສິງຫາຫາເດືອນຕຸລາ 2024 ຢູ່ບັນດາສະຖານທີ່ມີຊື່ສຽງຄື: ຮ່າໂນ້ຍ. ຊາປາ, ຮ່າຢາງ, ອ່າວຮ້າລອງ, ຫາຍຟ່ອງ ແລະ ກາດບ່າ ເພີ່ມຂຶ້ນ 4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ສະແດງໃຫ້ເຫັນຄວາມສົນໃຈຢ່າງໝັ້ນຄົງຕໍ່ບັນດາສະຖານທີ່ດັ່ງກ່າວ. ນັກທ່ອງທ່ຽວຄ່ອຍໆກັບຄືນໄປບ່ອນທ່ອງທ່ຽວເຫຼົ່ານີ້ຫຼັງຈາກໄດ້ຟື້ນຟູຈາກໄຕ້ຝຸ່ນ Yagi.
ຂໍ້ມູນຈາກ Agoda ຍັງສະແດງໃຫ້ເຫັນວ່າ, ການທ່ອງທ່ຽວຫວຽດນາມ ພວມມີການປ່ຽນແປງໃນທາງບວກຫລາຍຢ່າງ ຍ້ອນຈຳນວນການຊອກຫາຫວຽດນາມຈາກນັກທ່ອງທ່ຽວສາກົນເພີ່ມຂຶ້ນໃນ 3 ເດືອນຜ່ານມາ.
ຖ້າຫາກວ່າໃນເດືອນກໍລະກົດ 2024, ຈຳນວນນັກທ່ອງທ່ຽວສາກົນມາຫວຽດນາມ ໄດ້ເພີ່ມຂຶ້ນພຽງ 4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນເດືອນສິງຫາປີ 2025 ໄດ້ເພີ່ມຂຶ້ນຢ່າງແຂງແຮງ 31% ແລະ ເພີ່ມຂຶ້ນເປັນ 84% ໃນເດືອນກັນຍາ, ເມື່ອນັກທ່ອງທ່ຽວສາກົນຊອກຫາຈຸດໝາຍປາຍທາງໃນວັນບຸນຄຼິດສະມາດ ແລະ ປີໃໝ່ 2025.

ຕາມກົມສະຖິຕິທົ່ວໄປແລ້ວ, ຈຳນວນນັກທ່ອງທ່ຽວສາກົນມາຫວຽດນາມ ໃນ 9 ເດືອນຕົ້ນປີໄດ້ເພີ່ມຂຶ້ນ 43%, ດ້ວຍ 12,7 ລ້ານເທື່ອຄົນ, ລື່ນກາຍຈຳນວນນັກທ່ອງທ່ຽວທັງໝົດຂອງປີ 2023.
ມີວິສາຫະກິດຫຼາຍແຫ່ງໃຫ້ຮູ້ວ່າ: ພຽງແຕ່ໄດ້ຮັບກຸ່ມນັກທ່ອງທ່ຽວສາກົນເປັນຈຳນວນຫຼວງຫຼາຍມາຫວຽດນາມ. ບໍລິສັດບໍລິການທ່ອງທ່ຽວ Saigontourist ໄດ້ຕ້ອນຮັບຜູ້ໂດຍສານເຮືອສຳລານສາກົນເກືອບ 6,000 ຄົນໃນເຮືອຊ່ວງ Quantum of the Seas ແລະ Celebrity Millennium ໃນໄລຍະ 3 ມື້ຂອງທ້າຍອາທິດຜ່ານມາ.
ນັກທ່ອງທ່ຽວໄດ້ໄປທ່ອງທ່ຽວຄົ້ນພົບ, ປະສົບກັບຄວາມຫຼາກຫຼາຍດ້ານວັດທະນະທຳ, ມໍລະດົກ ແລະ ທິວທັດທຳມະຊາດທີ່ສວຍງາມຢູ່ບັນດາສະຖານທີ່ທີ່ພົ້ນເດັ່ນຢູ່ພາກກາງຫວຽດນາມ, ຈາກ ເຫ້ວ, ດ່າໜັງ ຫາ ໂຮ້ຍອານ, ທ່ອງທ່ຽວບັນດາສະຖານທີ່ທ່ອງທ່ຽວທີ່ມີຊີວິດຊີວາຂອງນະຄອນ ໂຮ່ຈີມິນ, ບາເລຍ - ຫວຸງເຕົ່າ ແລະ ບັນດາແຂວງພາກຕາເວັນຕົກສຽງໃຕ້.

ຫຼາຍທ້ອງຖິ່ນກໍ່ຕັ້ງໜ້າສົ່ງເສີມ ແລະ ດຶງດູດນັກທ່ອງທ່ຽວສາກົນຢູ່ຕ່າງປະເທດ.
ກົມທ່ອງທ່ຽວນະຄອນໂຮ່ຈິມິນປະກາດວ່າ, ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳສິງກະໂປ ຈັດຕັ້ງໂຄງການໂຄສະນາການທ່ອງທ່ຽວ ຫວຽດນາມ - ນະຄອນໂຮ່ຈິມິນ ຢູ່ ສິງກະໂປ ແຕ່ວັນທີ 21 – 26/10.
ໂຄງການເພື່ອແນໃສ່ສະໜອງຂໍ້ມູນຂ່າວສານທີ່ທັນສະໄໝທີ່ສຸດກ່ຽວກັບບັນດາຜະລິດຕະພັນ ແລະ ການບໍລິການທ່ອງທ່ຽວ ຫວຽດນາມ - ໂຮ່ຈີມິນ, ສ້າງກາລະໂອກາດໃຫ້ບັນດາວິສາຫະກິດທ່ອງທ່ຽວ ຫວຽດນາມ ພົບປະກັບບັນດາຄູ່ຮ່ວມມືສາກົນ ສິງກະໂປ ແລະ ສາກົນ.
ສິງກະໂປແມ່ນໜຶ່ງໃນບັນດາຕະຫຼາດສຳຄັນຂອງການທ່ອງທ່ຽວຫວຽດນາມ, ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງເພື່ອປະກອບສ່ວນເຂົ້າໃນການເຄື່ອນໄຫວຂອງນັກທ່ອງທ່ຽວ, ໃນນັ້ນມີນະຄອນໂຮ່ຈິມິນ.
ໃນປີ 2024, ຂະແໜງທ່ອງທ່ຽວຄາດວ່າຈະຕ້ອນຮັບນັກທ່ອງທ່ຽວສາກົນປະມານ 17-18 ລ້ານເທື່ອຄົນ, ນັກທ່ອງທ່ຽວພາຍໃນປະເທດ 110 ລ້ານເທື່ອຄົນ ແລະ ລາຍຮັບທັງໝົດ 840.000 ຕື້ດົ່ງ.
ທີ່ມາ
(0)