ລາງວັນ Destination Deluxe ເປັນລາງວັນປະຈໍາປີໂດຍ Destination Deluxe - ວາລະສານ ການທ່ອງທ່ຽວ ທີ່ມີຊື່ສຽງໃນຮ່ອງກົງກ່ຽວກັບການທ່ອງທ່ຽວແລະສຸຂະພາບ. ນີ້ແມ່ນລາງວັນທີ່ມີຊື່ສຽງ, ໃຫ້ກຽດແກ່ຜູ້ບຸກເບີກຂະແໜງການທ່ອງທ່ຽວສຸຂະພາບເພື່ອເຊີດຊູ “ມາດຕະຖານຟຸ່ມເຟືອຍທີ່ດີເດັ່ນຂອງອຸດສາຫະກຳ”. ລາງວັນ “Destination Deluxe Award 2023” ໄດ້ມອບໃຫ້ InterContinental Danang Sun Penisula Resort (Da Nang), TIA Wellness Resort (Da Nang) ແລະ Six Senses Ninh Van Bay (Khanh Hoa). ລາງວັນດັ່ງກ່າວປະກອບມີ 25 ປະເພດ, ຄັດເລືອກໂດຍຜູ້ພິພາກສາ 20 ຄົນທີ່ເປັນຜູ້ຊ່ຽວຊານດ້ານການໂຮງແຮມ ແລະ ການທ່ອງທ່ຽວຫຼູຫຼາ ແລະ 4,000 ສຽງຈາກນັກທ່ອງທ່ຽວ. 
InterContinental Danang Sun Peninsula Resort ສືບຕໍ່ຂະຫຍາຍບັນຊີລາຍຊື່ຂອງລາງວັນສາກົນ, ຊະນະປະເພດ "ການປິ່ນປົວແບບລວມຍອດແຫ່ງປີ" ສໍາລັບປະສົບການທີ່ຫນ້າປະທັບໃຈທີ່ Mi Sol Spa. ຣີສອດເທິງແຫຼມ Son Tra ນີ້ລື່ນກາຍສະປາຢູ່ທີ່ The Datai Langkawi resort, Langkawi, Malaysia ແລະ Crown Spa Sydney, Crown Towers Sydney, Australia. ຣີສອດ Six Senses Ninh Van Bay ຢູ່ນະຄອນ Nha Trang ໄດ້ຮັບລາງວັນ “ໂຮງແຮມທີ່ເປັນມິດກັບສິ່ງແວດລ້ອມແຫ່ງປີ”, ລື່ນກາຍສອງຊື່ອື່ນຈາກກຳປູເຈຍ ແລະສະຫະລັດ. ໃນຂະນະດຽວກັນ, TIA Wellness Resort ຈັດອັນດັບທີສອງໃນປະເພດ "ໂຄງການສຸຂະພາບແຫ່ງປີ", ຫລັງ The Heart Retreat Preidhof ຂອງອິຕາລີ. ດ່າໜັງ ແມ່ນຈຸດໝາຍປາຍທາງທີ່ໄດ້ຮັບການຕີລາຄາສູງຈາກສື່ມວນຊົນສາກົນ. ຫວ່າງມໍ່ໆມານີ້, ນະຄອນ ດ່າໜັງ ໄດ້ຮັບການລົງຄະແນນສຽງຈາກວາລະສານທ່ອງທ່ຽວອາເມລິກາ CN Traveler ເຂົ້າໃນບັນຊີລາຍຊື່ 11 ຈຸດທ່ອງທ່ຽວດີທີ່ສຸດຂອງອາຊີທີ່ນັກທ່ອງທ່ຽວຄວນໄປຢ້ຽມຢາມໃນປີ 2024.
ວາລະສານ Destination Deluxe ໃຫ້ກຽດປະສົບການສະປາສຸຂະພາບຂອງ InterContinental Danang Sun Peninsula Resort - ຣີສອດຂອງ Sun Group ໃນແຫຼມ Son Tra
ບິກຮົ່ງ
(0)