ABC News ລາຍງານວ່າ ເກີດເຫດຍິງກັນຢູ່ໃຈກາງເມືອງ Chicago (ສະຫະລັດ) ສັງຫານເດັກນ້ອຍໄວລຸ້ນ 2 ຄົນ.
ນັກຮຽນໂຮງຮຽນ Innovations High School ກຸ່ມໜຶ່ງຫາກໍ່ອອກຈາກປະຕູໂຮງຮຽນ ເມື່ອລົດສອງຄັນໄດ້ຂັບມາຮອດ, ຜູ້ຊາຍໃສ່ໜ້າກາກບາງຄົນໄດ້ອອກຈາກລົດ ແລະຍິງປືນໃສ່. ຜູ້ເຄາະຮ້າຍແມ່ນ Robert Boston (ອາຍຸ 16 ປີ) ທີ່ຖືກຍິງເຂົ້າຫນ້າເອິກ ແລະ Monterio Williams (ອາຍຸ 17 ປີ) ທີ່ຖືກຍິງໃສ່ສະໂພກ.
ອີງຕາມໂຄສົກຂອງພະແນກດັບເພີງ Chicago ທ່ານ Larry Langford, ນັກຮຽນເຫຼົ່ານີ້ໄດ້ຖືກນໍາໄປໂຮງຫມໍ Northwestern Memorial ໃນສະພາບຮ້າຍແຮງ, ແຕ່ໄດ້ເສຍຊີວິດຍ້ອນການບາດເຈັບທີ່ຮຸນແຮງຂອງພວກເຂົາ. ຂະນະນີ້ເຈົ້າໜ້າທີ່ພວມສືບສວນເຫດການດັ່ງກ່າວ.
ມີການຍິງປືນຫຼາຍຄັ້ງແນໃສ່ພວກໄວລຸ້ນໃນຕົວເມືອງ Chicago ໃນຊຸມປີມໍ່ໆມານີ້. ໃນເດືອນເມສາ 2023, ເດັກນ້ອຍຊາຍສອງຄົນ, ອາຍຸ 16 ແລະ 17 ປີ, ຖືກຍິງຢູ່ໃນເຂດໃຈກາງເມືອງ. ນຶ່ງປີກ່ອນໜ້ານັ້ນ, ເດັກຊາຍອາຍຸ 16 ປີຄົນໜຶ່ງຖືກຍິງຕາຍໃນສວນສະຫັດສະວັດ.
ໄຂ່ມຸກ
ທີ່ມາ
(0)