Vietnam.vn - Nền tảng quảng bá Việt Nam

ຍູ້​ແຮງ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ ສ.ເກົາຫຼີ ມາ​ຫວຽດ​ນາມ

Việt NamViệt Nam23/06/2024


ຄຳບັນຍາຍຮູບ
ນັກ​ທ່ອງ​ທ່ຽວ​ສ.​ເກົາ​ຫຼີ​ໄປ​ຢ້ຽມ​ຊົມ​ຖະໜົນ​ປື້ມ​ນະ​ຄອນ ​ໂຮ່​ຈິ​ມິນ

ໃນ​ຂອບ​ເຂດ​ຂອງ Festival ຈະ​ມີ: ​ເວທີ​ປາ​ໄສ​ຊຸກຍູ້​ການ​ຮ່ວມ​ມື ​ດ້ານ​ການທ່ອງທ່ຽວ ​ແລະ ວັດທະນະທຳ ຫວຽດນາມ - ສ.​ເກົາຫຼີ, ການ​ພົບ​ປະ​ກັບ​ບັນດາ​ວິ​ສາ​ຫະກິດ​ໂດຍ​ມີ​ການ​ນຳ​ຂັ້ນ​ສູງ​ຂອງ​ປະ​ເທດ​ເຮົາ; ຊ່ອງ​ທາງ​ເພື່ອ​ໂຄສະນາ​ພາບ​ພົດ​ຂອງ​ປະ​ເທດ, ປະຊາຊົນ, ວັດທະນະທຳ ​ແລະ ການທ່ອງທ່ຽວ; ຝ່າຍການຄ້າ; ການສະແດງສິລະປະ...

ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ຄະນະ​ບໍລິຫານ​ງານ​ທ່ອງ​ທ່ຽວ, ທ້ອງ​ຖິ່ນ ​ແລະ ນັກ​ທ່ອງ​ທ່ຽວ​ຫວຽດນາມ ​ແນະນຳ​ບັນດາ​ນະ​ໂຍບາຍ, ຈຸດໝາຍ​ປາຍທາງ ​ແລະ ບັນດາ​ຜະລິດ​ຕະພັນ​ທີ່​ດຶງ​ດູດ, ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສ້າງ​ການ​ພົວພັນ​ຮ່ວມ​ມື​ດ້ານ​ທຸລະ​ກິດ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ ສ.​ເກົາຫຼີ ມາ​ປະ​ເທດ​ເຮົາ.

ຕາມ​ກົມ​ໃຫຍ່​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຫວຽດນາມ​ແລ້ວ, ​ແຕ່​ປີ 2015 – 2019, ຈຳນວນ​ແຂກ​ທ່ອງ​ທ່ຽວ ສ.​ເກົາຫຼີ ມາ ຫວຽດນາມ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ຈາກ 1,1 ລ້ານ​ເທື່ອ​ຄົນ​ເປັນ 4,3 ລ້ານ​ເທື່ອ​ຄົນ (​ເພີ່ມ​ຂຶ້ນ​ເກືອບ 4 ​ເທົ່າ). ອັດຕາ​ການ​ເຕີບ​ໂຕ​ສະ​ເລ່ຍ​ໃນ​ໄລຍະ 2015 – 2019 ບັນລຸ 40,1%/ປີ, ​ແມ່ນ​ລະດັບ​ສູງ​ສຸດ​ໃນ​ບັນດາ​ຕະຫຼາດ​ແຫຼ່ງສົ່ງ​ນັກ​ທ່ອງ​ທ່ຽວ​ມາ​ຫວຽດນາມ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ສ.​ເກົາຫຼີ ຍາມ​ໃດ​ກໍ່​ແມ່ນ​ຕະຫຼາດ​ທີ່​ສຳຄັນ​ຂອງ​ການທ່ອງທ່ຽວ ຫວຽດນາມ ​ແລະ ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ມີ​ຊ່ອງ​ຫວ່າງ​ເພື່ອ​ຂຸດ​ຄົ້ນ.

​ເດືອນ 12/2022, ຄະນະ​ບໍລິຫານ​ງານ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຫວຽດນາມ (​ໃນ​ນັ້ນ​ແມ່ນ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດນາມ - VNAT) ​ແລະ ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ ສ.​ເກົາຫຼີ (KTO) ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ຊຸກຍູ້​ການທ່ອງທ່ຽວ ຫວຽດນາມ - ສ.​ເກົາຫຼີ ໄລຍະ 2023 – 2024, ສ້າງ​ພື້ນຖານ​ໃຫ້​ສອງ​ຝ່າຍ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ ​ແລະ ​ແລກປ່ຽນ​ນັກ​ທ່ອງ​ທ່ຽວ.

​ໃນ​ປີ 2023, ຫວຽດນາມ ຈະ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ 12,6 ລ້ານ​ເທື່ອ​ຄົນ, ​ໃນ​ນັ້ນ​ມີ​ນັກ​ທ່ອງ​ທ່ຽວ ສ.​ເກົາຫຼີ 3,6 ລ້ານ​ເທື່ອ​ຄົນ, ຢືນ​ອັນ​ດັບ​ທີ 1 ​ໃນ​ບັນດາ​ຕະຫຼາດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ມາ​ຫວຽດນາມ. ໝາກຜົນ​ອັນ​ດີງາມ​ນີ້​ແມ່ນ​ການ​ຢັ້ງຢືນ​ເຖິງ​ປະສິດທິ​ຜົນ​ຂອງ​ການ​ສົ່ງ​ເສີມ​ການທ່ອງທ່ຽວ ​ແລະ ການ​ຮ່ວມ​ມື 2 ຝ່າຍ​ລະຫວ່າງ ຫວຽດນາມ ​ແລະ ສ.​ເກົາຫຼີ.

ຄຽງ​ຄູ່​ກັນ​ນັ້ນ, ຫວຽດນາມ ກໍ່​ແມ່ນ​ຕະຫຼາດ​ນຳ​ໜ້າ​ຂອງ​ນັກ​ທ່ອງ​ທ່ຽວ ສ.​ເກົາຫຼີ ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ດ້ວຍ​ຈຳນວນ​ນັກ​ທ່ອງ​ທ່ຽວ​ປະມານ 420.000 ຄົນ. ​ໃນ​ປີ 2023, ຍອດ​ຈຳນວນ​ນັກ​ທ່ອງ​ທ່ຽວ​ສອງ​ສົ້ນ​ຫວຽດນາມ - ສ.​ເກົາຫຼີ ຈະ​ບັນລຸ 4 ລ້ານ​ເທື່ອ​ຄົນ, ຟື້ນ​ຟູ 83% ​ເມື່ອ​ທຽບ​ໃສ່​ກ່ອນ​ໂລກລະບາດ​ໂຄ​ວິດ-19. ບັນດາ​ຈຸດໝາຍ​ປາຍທາງ​ທີ່​ນັກ​ທ່ອງ​ທ່ຽວ ສ.​ເກົາຫຼີ ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ແມ່ນ​ກຸ່ມ ​ເຫ້ວ - ດ່າ​ນັງ - ​ໂຮ້ຍອານ, ຮ່າ​ຢາງ, ກວ໋າຍງອກ, ດ່າ​ລາດ, ຝູ໋ກວກ...; ຖ້ຽວບິນ charter ຍັງສຸມໃສ່ການຂຸດຄົ້ນຈຸດຫມາຍປາຍທາງເຫຼົ່ານີ້.

ກ່ອນ​ໜ້າ​ນັ້ນ, ປີ 2023, ງານ​ບຸນ​ທ່ອງ​ທ່ຽວ ​ແລະ ວັດທະນະທຳ ຫວຽດນາມ ຢູ່ ສ.​ເກົາຫຼີ ​ໄດ້​ດຳ​ເນີນ​ຢູ່​ນະຄອນ Suwon ​ແລະ ນະຄອນຫຼວງ Seoul. ພິ​ເສດ​ແມ່ນ​ລາຍການ​ແນະນຳ​ການທ່ອງທ່ຽວ​ຫວຽດນາມ ​ແລະ ​ເຊື່ອມ​ຕໍ່​ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ​ຂອງ 2 ປະ​ເທດ​ຢູ່ ​ເຊ​ອຸນ ​ໄດ້​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ນັບ​ພັນ​ຄົນ​ເຂົ້າ​ຮ່ວມ​ລາຍການ​ສິລະ​ປະ “ສີສັນ​ຫວຽດນາມ”.

​ລາຍການ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ຜູ້​ຊົມ​ດ້ວຍ​ບັນດາ​ຮູບ​ພາບ​ພູມ​ສັນຖານ​ທີ່​ສະຫງ່າ​ງາມ ​ແລະ ມີ​ລັກສະນະ​ກະວີ ​ແລະ ບັນດາ​ມໍລະດົກ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຫວຽດນາມ ​ໃນ​ສາມ​ພາກ​ພື້ນ​ຂອງ​ປະ​ເທດ. ພ້ອມ​ກັນ​ນັ້ນ, ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ພາບ​ພົດ​ທີ່​ສວຍ​ງາມ​ຂອງ​ປະ​ເທດ​ຊາດ​ຫວຽດນາມ, ​ເຊື່ອມ​ໂຍງ​ບັນດາ​ຄຸນຄ່າ​ດັ້ງ​ເດີມ ​ແລະ ທັນ​ສະ​ໄໝ, ດູດ​ຊຶມ​ບັນດາ​ຄຸນຄ່າ​ວັດທະນະທຳ​ມະນຸດ, ​ເຊື່ອມ​ໂຍງ, ຍາມ​ໃດ​ກໍ່​ຕ້ອນຮັບ​ເພື່ອນ​ມິດສາ​ກົນ...

TH (ຕາມໜັງສືພິມ Tin Tuc)


ທີ່ມາ: https://baohaiduong.vn/quang-ba-xuc-tien-thu-hut-khach-han-quoc-toi-viet-nam-385332.html

(0)

ວິຫານ Notre Dame ຢູ່ນະຄອນ ໂຮ່ຈີມິນ ໄດ້ສະຫວ່າງສະໄຫວເພື່ອຕ້ອນຮັບບຸນຄຣິສມາສ 2025
ເດັກຍິງຮ່າໂນ້ຍ "ແຕ່ງຕົວ" ທີ່ສວຍງາມສໍາລັບລະດູການວັນຄຣິດສະມາດ
ຫລັງ​ຈາກ​ລົມ​ພາຍຸ​ແລະ​ນ້ຳ​ຖ້ວມ, ໝູ່​ບ້ານ Tet chrysanthemum ​ເມືອງ Gia Lai ຫວັງ​ວ່າ​ຈະ​ບໍ່​ມີ​ໄຟຟ້າ​ໃຊ້​ເພື່ອ​ຊ່ວຍ​ປະ​ຢັດ​ໂຮງງານ.
ນະຄອນຫຼວງຂອງຕົ້ນຫມາກໂປມສີເຫຼືອງໃນພາກກາງໄດ້ຮັບຄວາມເສຍຫາຍຢ່າງຫນັກຫຼັງຈາກໄພພິບັດທໍາມະຊາດສອງເທົ່າ

ມໍລະດົກ

ຮູບ

ທຸລະກິດ

ຮ້ານກາເຟ ດາລາດ ເຫັນວ່າມີລູກຄ້າເພີ່ມຂຶ້ນ 300% ຍ້ອນວ່າ ເຈົ້າຂອງຫຼິ້ນລະຄອນ 'ລະຄອນສິລະປະການຕໍ່ສູ້'

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ

Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC