ຫວຽດນາມ ໂດຍທ່ານພົນໂທ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນໍາໜ້າໄດ້ໄປຢ້ຽມຢາມ ຟີລິບປິນ ຢ່າງເປັນທາງການ ຕາມຄໍາເຊີນຂອງທ່ານ Gilberto Teodoro ລັດຖະມົນຕີກະຊວງປ້ອງກັນປະເທດ.
ທີ່ການພົບປະກັບທ່ານລັດຖະມົນຕີ Gilberto Teodoro, ທ່ານລັດຖະມົນຕີ Phan Van Giang ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນເອກະພາບໃນນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ,
ສັນຕິພາບ , ມິດຕະພາບ, ການຮ່ວມມື, ພັດທະນາ, ຫັນເປັນຫຼາຍຝ່າຍ ແລະ ຄວາມຫຼາກຫຼາຍຂອງການພົວພັນຕ່າງປະເທດ; ຖືເປັນສຳຄັນການພັດທະນາການພົວພັນມິດຕະພາບກັບບັນດາປະເທດ, ໃນນັ້ນມີຟີລິບປິນ. ທ່ານລັດຖະມົນຕີ Gilberto Teodoro ເນັ້ນໜັກວ່າ ຟີລິບປີນ ຖືເປັນສຳຄັນການຮັດແໜ້ນ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ, ສົມທົບກັບ ຫວຽດນາມ ເພື່ອພັດທະນາການພົວພັນ 2 ຝ່າຍຢ່າງເລິກເຊິ່ງ, ກ້ວາງຂວາງ ແລະ ຍືນຍົງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຢູ່ພາກພື້ນ ແລະ ໃນໂລກ. ລັດຖະມົນຕີ 2 ທ່ານ ເນັ້ນໜັກວ່າ ຫວຽດນາມ ແລະ ຟີລິບປິນ ແມ່ນ 2 ປະເທດທີ່ມີຊາຍແດນຕິດຈອດກັນ, ທັງແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມ ອາຊຽນ; ຕີລາຄາວ່າ 2 ຝ່າຍມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມືໃນບັນດາຂົງເຂດຄື: ຄວາມໝັ້ນຄົງທາງທະເລ; ການຂົນສົ່ງ; ແພດສາດ; ອຸດສາຫະກໍາປ້ອງກັນ, ແລະອື່ນໆ.
 |
ທັດສະນະຂອງການສົນທະນາ. (ພາບ: ໜັງສືພິມກອງທັບປະຊາຊົນ) |
2 ຝ່າຍຢືນຢັນຈະສືບຕໍ່ຮັກສາບັນດາກົນໄກຮ່ວມມືທີ່ມີຢູ່ຢ່າງມີປະສິດທິຜົນ ເພື່ອແບ່ງປັນທັດສະນະກ່ຽວກັບບັນດາບັນຫາຍຸດທະສາດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ; ຊຸກຍູ້ການຮ່ວມມືດ້ານການຝຶກອົບຮົມ, ການຮ່ວມມືລະຫວ່າງບັນດາສາຂາການທະຫານ ແລະ ການບໍລິການ; ປະສານສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສ ແລະ ກົນໄກຫຼາຍຝ່າຍ. 2 ຝ່າຍໄດ້ປຶກສາຫາລືຫຼາຍບັນຫາສາກົນ ແລະ ພາກພື້ນ; ເຫັນດີເປັນເອກະພາບຕໍ່ຄວາມສຳຄັນຂອງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ; ຢືນຢັນຄືນໃໝ່ຫຼັກໝັ້ນໃນການແກ້ໄຂການພິພາດດ້ວຍມາດຕະການໂດຍສັນຕິ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ມຸ່ງໄປເຖິງປະມວນກົດໝາຍການປະພຶດຢູ່ທະເລຕາເວັນອອກ (COC); ເນັ້ນໜັກເຖິງບົດບາດສຳຄັນຂອງກະຊວງປ້ອງກັນປະເທດ ແລະ ກອງທັບໃນການປະຕິບັດ ແລະ ແກ້ໄຂບັນດາບັນຫາຢູ່ທະເລ. ສິ້ນສຸດການເຈລະຈາ, ທ່ານລັດຖະມົນຕີ ຟານວັນຢາງ ແລະ ທ່ານລັດຖະມົນຕີ Gilberto Teodoro ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານເຈດຈຳນົງລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດໜູນຊ່ວຍມະນຸດສະທຳ ແລະ ບັນເທົາທຸກໄພພິບັດທາງທະເລ; ຈົດໝາຍເຈລະຈາລະຫວ່າງ 2 ກະຊວງປ້ອງກັນປະເທດ ໃນການເພີ່ມທະວີການຮ່ວມມືດ້ານການແພດການທະຫານ. ກປ.ອອນໄລ - ຕອນບ່າຍວັນທີ 30 ສິງຫາ, ທ່ານພົນໂທ ຟານວັນຢາງ ໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr. ທີ່ການພົບປະ, ທ່ານພົນໂທ ຟານວັນຢາງ ໄດ້ສະແດງຄວາມເຄົາລົບ ແລະ ອວຍພອນສຸຂະພາບອັນດີຈາກທ່ານເລຂາທິການໃຫຍ່, ປະທານປະເທດ To Lam, ທ່ານນາຍົກລັດຖະມົນຕີ ຟ້າມມີງຈີງ ແລະ ທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ເຖິງທ່ານປະທານາທິບໍດີ Ferdinand Romualdez Marcos Jr. ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ຟີລິບປິນ. ທ່ານພົນໂທ ຟານວັນຢາງ ປາດຖະໜາວ່າ, ລັດຖະບານ ແລະທ່ານປະທານາທິບໍດີ ຟີລິບປິນ ຈະສືບຕໍ່ເອົາໃຈໃສ່ ແລະ ສະໜັບສະໜູນກະຊວງປ້ອງກັນປະເທດ 2 ປະເທດລົງນາມໃນຂໍ້ຕົກລົງຮ່ວມມືດ້ານປ້ອງກັນຊາດເພື່ອທົດແທນຂໍ້ຕົກລົງທີ່ໄດ້ລົງນາມໃນປີ 2010, ໜູນຊ່ວຍການສ້າງກົນໄກໂທລະສັບສາຍດ່ວນລະຫວ່າງກອງບັນຊາການທະຫານຝັ່ງ ຫວຽດນາມ ແລະ ທະຫານຝັ່ງ ຟີລິບປິນ ຍົກສູງປະສິດທິຜົນການສົມທົບກັນແກ້ໄຂບັນດາບັນຫາຄວາມໝັ້ນຄົງບໍ່ເປັນແບບດັ້ງເດີມ; ຫວັງວ່າ 2 ຝ່າຍຈະສືບຕໍ່ເພີ່ມທະວີການສົມທົບກັນ ແລະ ແກ້ໄຂບັນດາກໍລະນີຊາວປະມົງລ່ວງລ້ຳນ້ຳຂອງເຊິ່ງກັນ ແລະ ກັນ, ແບ່ງປັນຂໍ້ມູນຂ່າວສານ ແລະ ທ່າທີທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໂດຍໄວ. ທ່ານປະທານາທິບໍດີ Ferdinand Romualdez Marcos Jr. ຕີລາຄາສູງບັນດາຜົນງານພັດທະນາເສດຖະກິດ -
ສັງຄົມ ຂອງ ຫວຽດນາມ ແລະ ບັນດາຜົນງານການຕ່າງປະເທດທີ່ພົ້ນເດັ່ນໃນໄລຍະມໍ່ໆມານີ້; ຢືນຢັນວ່າ ຫວຽດນາມ ສືບຕໍ່ແມ່ນຄູ່ຮ່ວມມືຍຸດທະສາດດຽວຂອງ ຟີລິບປິນ ຢູ່ ອາຊຽນ; ສະແດງຄວາມດີໃຈຕໍ່ການພົວພັນລະຫວ່າງສອງປະເທດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນປະເທດໄດ້ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ກວ້າງຂວາງ. ໃນຂອບເຂດການຢ້ຽມຢາມ, ທ່ານລັດຖະມົນຕີ Phan Van Giang ພ້ອມກັບຄະນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການກອງທັບເຮືອ ຟີລິບປີນ, ຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ຟີລິບປິນ, ວາງພວງມາລາຢູ່ອະນຸສາວະລີ ໂຮ່ຈີມິນ ແລະ ວາງພວງມາລາຢູ່ອະນຸສາວະລີ Rizal ຢູ່ສວນສາທາລະນະ Rizal ຢູ່ນະຄອນຫຼວງ Manila.
(0)