ວັນທີ 21 ມີນານີ້, RT ໄດ້ລາຍງານວ່າ, ກຸ່ມປະກອບອາວຸດຫຼາຍກຸ່ມທີ່ເຊື່ອມໂຍງເຂົ້າກັບ Kiev ພະຍາຍາມຂ້າມຊາຍແດນແຕ່ຖືກທະຫານຣັດເຊຍຂັບໄລ່.
ໃນຖະແຫຼງການສະບັບໜຶ່ງໃນວັນພະຫັດວານນີ້, ກະຊວງປ້ອງກັນປະເທດ ຣັດເຊຍກ່າວວ່າ, ກອງທັບຣັດເຊຍໄດ້ທຳລາຍຖານທີ່ໝັ້ນຊົ່ວຄາວຫຼາຍແຫ່ງຢູ່ໃກ້ຊາຍແດນອູແກຣນທີ່ກຸ່ມປະກອບອາວຸດຕິດພັນກັບນະຄອນຫຼວງກຽບ. ກອງທັບຣັດເຊຍຍັງໄດ້ເຜີຍແຜ່ວິດີໂອກ່ຽວກັບການໂຈມຕີດັ່ງກ່າວ.
ອາທິດແລ້ວນີ້, ກຸ່ມປະກອບອາວຸດຫຼາຍກຸ່ມທີ່ຕໍ່ສູ້ເພື່ອກຽບໄດ້ພະຍາຍາມໂຈມຕີຈາກຢູເຄຣນເຂົ້າໄປໃນເຂດ Belgorod ແລະ Kursk ຂອງຣັດເຊຍ. ເຖິງຢ່າງໃດກໍຕາມ, ການໂຈມຕີເຫຼົ່ານີ້ໄດ້ຖືກຕ້ານຄືນໂດຍກອງທັບອູແກຣນ. ກະຊວງປ້ອງກັນປະເທດຣັດເຊຍໃຫ້ຮູ້ວ່າ, ກອງທັບກຽບໄດ້ສູນເສຍລົດຖັງ 7 ຄັນ, ລົດຮົບ Bradley 3 ຄັນ ແລະ ລົດຫຸ້ມເກາະ 2 ຄັນ.
ຫວ່າງມໍ່ໆມານີ້, ກອງກຳລັງອູແກຣນໄດ້ຍິງລູກປືນໃສ່ເຂດຊາຍແດນຣັດເຊຍຫຼາຍເທື່ອ.
ໃນລາຍການທາງໂທລະເລກຂອງຕົນ, ກະຊວງປ້ອງກັນປະເທດຣັດເຊຍໄດ້ແບ່ງປັນຮູບວິດີໂອກ່ຽວກັບການໂຈມຕີທາງອາກາດຂອງຣັດເຊຍ ແລະການຍິງປືນໃຫຍ່ໂຈມຕີເປົ້າໝາຍ ທາງທະຫານຂອງ ອູແກຣນ ໃກ້ກັບເຂດຊາຍແດນ Belgorod.
ວັນທີ 21 ມີນານີ້, AVP ໄດ້ແຈ້ງໃຫ້ຊາບກ່ຽວກັບບົດລາຍງານຂອງກະຊວງປ້ອງກັນປະເທດຣັດເຊຍກ່ຽວກັບການສະກັດກັ້ນລູກສອນໄຟ RM-70 ໂດຍສຳເລັດຜົນຢູ່ເຂດ Belgorod.
ຕາມນັ້ນແລ້ວ, ກະຊວງປ້ອງກັນປະເທດລັດເຊຍ ໄດ້ປະກາດວ່າ ໄດ້ຕີລາຄາບັນດາແຜນການບຸກໂຈມຕີທີ່ແນໃສ່ເຂດ Belgorod ຢ່າງສຳເລັດຜົນ. ລະບົບລູກສອນໄຟ RM-70 Vampire ທີ່ຜະລິດຈາກເຊັກໂກ ຖືກນຳໃຊ້ໂດຍຢູແກຼນ ໃນການໂຈມຕີຄັ້ງນີ້. ຕາມກະຊວງປ້ອງກັນປະເທດຣັດເຊຍແລ້ວ, ກອງກຳລັງປ້ອງກັນອາກາດຣັດເຊຍໄດ້ຍິງສະກັດລູກສອນໄຟ 10 ລູກຢ່າງສຳເລັດຜົນໃນຕອນເຊົ້າວັນທີ 21 ມີນາ.
ຢູ່ແຖວໜ້າ, ກະຊວງປ້ອງກັນປະເທດຣັດເຊຍກ່າວວ່າ, ກອງທັບຣັດເຊຍໄດ້ເຂົ້າຄວບຄຸມສະຖານີລົດໄຟແຫ່ງໜຶ່ງ. ວັນທີ 20 ມີນານີ້, ກອງທັບອູແກຣນໄດ້ສູນເສຍລົດຖັງ 2 ຄັນ, ລົດຫຸ້ມເກາະ 3 ຄັນ ແລະ ພາຫະນະ 7 ຄັນໄປທາງເມືອງ Donetsk. ໃນລະຫວ່າງການສູ້ຮົບ, ກອງທັບລັດເຊຍໄດ້ທໍາລາຍລະບົບປືນໃຫຍ່ Krab ທີ່ຜະລິດໂດຍໂປໂລຍສອງລະບົບ, ລະບົບປືນໃຫຍ່ແບບອັດຕະໂນມັດ Akatsiya, ລະບົບປືນໃຫຍ່ Gvozdika ແລະລະບົບປືນໃຫຍ່ D-20 ຢູ່ຝ່າຍອູແກຣນ.
HOA AN (ອີງຕາມ RT, AVP)
ທີ່ມາ
(0)