ຕອນບ່າຍວັນທີ 28 ສິງຫາ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນນະຄອນໂຮ່ຈິມິນ ສະໄໝທີ 10, ອາຍຸການ 2021-2026, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ສະເໜີບົດລາຍງານກ່ຽວກັບການສ້າງຕັ້ງ, ຕີລາຄາ, ຮັບຮອງເອົາ ແລະ ດັດສົມແຜນຮ່າງ TOD (ພັດທະນາຕົວເມືອງ) ມຸ່ງໄປເຖິງການຫັນເປັນພື້ນຖານໂຄງລ່າງ.

ຕາມມະຕິຂອງຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ, ດຳລັດ 49/2021/ND-CP ຂອງ ລັດຖະບານ ປະຈຸບັນໄດ້ອະນຸຍາດໃຫ້ບັນດາໂຄງການເຮືອນຢູ່ສັງຄົມເພີ່ມອັດຕາສ່ວນການນຳໃຊ້ທີ່ດິນຂຶ້ນເຖິງ 1,5 ເທົ່າເມື່ອທຽບໃສ່ກັບມາດຖານ, ຖ້າຫາກຮັບປະກັນພື້ນຖານໂຄງລ່າງ ແລະ ການວາງແຜນກຳນົດ. ຈາກນັ້ນ, ນະຄອນໄດ້ສະເໜີໃຫ້ນຳໃຊ້ກົນໄກທີ່ຄ້າຍຄືກັບເຂດ TOD, ໃຫ້ອັດຕາສ່ວນການນຳໃຊ້ທີ່ດິນເພີ່ມຂຶ້ນບໍ່ເກີນ 1,5 ເທົ່າ ເມື່ອທຽບໃສ່ລະບຽບການເຕັກນິກແຫ່ງຊາດກ່ຽວກັບການວາງແຜນຜັງຕົວເມືອງ ແລະ ຊົນນະບົດ.
ພິເສດ, ນະຄອນ ໂຮ່ຈີມິນ ສະເໜີເພີ່ມລະບຽບການອະນຸຍາດໃຫ້ນຳໃຊ້ຫຼັງຄາກໍ່ສ້າງນັບເຂົ້າຕາມເປົ້າໝາຍສວນສາທາລະນະ, ຕາມອັດຕາການປ່ຽນແປງຂອງພື້ນຫຼັງຄາ 2 ຕາແມັດ ເທົ່າກັບ 1 ຕາແມັດຂອງສວນສາທາລະນະ, ດ້ວຍເງື່ອນໄຂຮັບປະກັນການເຂົ້າເຖິງ ແລະ ນຳໃຊ້ຂອງຊຸມຊົນໄດ້ສະດວກ.
ນອກນີ້, ນະຄອນຍັງໄດ້ສະເໜີໃຫ້ຫຼຸດເປົ້າໝາຍພື້ນຖານໂຄງລ່າງດ້ານສັງຄົມໃນເຂດ TOD ໃຫ້ໄດ້ສູງສຸດ 50% ເມື່ອທຽບໃສ່ມາດຕະຖານການກໍ່ສ້າງໃນປະຈຸບັນ.
ທີ່ມາ: https://www.sggp.org.vn/tphcm-de-xuat-tinh-tang-mai-vao-chi-tieu-cong-vien-cay-xanh-post810489.html
(0)