ໜັງສືພິມ China Daily ໃຫ້ຄວາມເຫັນວ່າ, ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ທ່ານ Xi Jinping ເຖິງຫວຽດນາມ ແຕ່ວັນທີ 12-13/12/2023 ຈະມີບົດບາດສຳຄັນໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ. ພາບ: ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ຢູ່ນະຄອນຫຼວງປັກກິ່ງ ໃນວັນທີ 31 ຕຸລາ 2022. (ແຫຼ່ງຂ່າວ: TTXVN)
ໜັງສືພິມໄດ້ຢືນຢັນວ່າ: ການຢ້ຽມຢາມ “ຄາດວ່າຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ… ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ໃນສະພາບທີ່ 2 ຝ່າຍປາດຖະໜາຢາກພັດທະນາ ແລະ ກໍ່ສ້າງບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ສະຫາຍ”. ຕາມໜັງສື ພິມ China Daily ແລ້ວ, ໃນສະພາບການປະຈຸບັນ, ພາຍໃຕ້ການນຳພາຂອງສອງປະເທດ, ຫວຽດນາມ ແລະ ຈີນ ບໍ່ພຽງແຕ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອເທົ່ານັ້ນ, ຫາກຍັງຢາກນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ໄລຍະໃໝ່. ສິ່ງດັ່ງກ່າວຈະປະກອບສ່ວນ “ຊຸກຍູ້ ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ”. ປະຈຸບັນ, ສອງປະເທດພວມມານະພະຍາຍາມບັນລຸເປົ້າໝາຍຫັນເປັນທັນສະໄໝ. ສະນັ້ນ, ດ້ວຍການຊ່ວຍເຫຼືອເຊິ່ງກັນແລະກັນ, ຫວຽດນາມ ແລະ ຈີນ ສາມາດເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ແບ່ງປັນຜົນປະໂຫຍດພັດທະນາບົນເສັ້ນທາງຮ່ວມມື. ຜ່ານບັນດາຄວາມມານະພະຍາຍາມລົງເລິກການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ພື້ນຖານໂຄງລ່າງ, 2 ປະເທດໄດ້ຮັບຜົນປະໂຫຍດລວມຫຼາຍຢ່າງ. ຈີນແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມໃນຫຼາຍປີຕິດຕໍ່ກັນ. ຄຽງຄູ່ກັນນັ້ນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຈີນໃນສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້. ປີ 2022, ວົງເງິນການຄ້າສອງສົ້ນບັນລຸ 234,92 ຕື້ USD. ໜັງ ສືພິມ China Daily ກ່າວວ່າ: ສອງປະເທດມີຄວາມສາມາດບົ່ມຊ້ອນຫຼາຍດ້ານໃນການຮ່ວມມື, ໂດຍຜ່ານການຊຸກຍູ້ການເຊື່ອມຕໍ່ລະຫວ່າງສອງປະເທດ, ຂຸດຄົ້ນຄວາມໄດ້ປຽບຈາກໄລຍະຫ່າງທາງພູມສາດທີ່ໃກ້ຊິດ ແລະ ຄວາມໄດ້ປຽບທາງການຄ້າເຊິ່ງກັນ ແລະ ກັນ, ເຮັດວຽກຮ່ວມກັນເພື່ອສ້າງຕ່ອງໂສ້ການສະໜອງ ແລະ ການຜະລິດທີ່ໝັ້ນຄົງແລະຍືນຍົງ. ໃນສະພາບການນັ້ນ, ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ຈະເພີ່ມທະວີການເຊື່ອມຕໍ່ບັນດາໂຄງການ, ຍຸດທະສາດ ແລະ ຂໍ້ລິເລີ່ມພັດທະນາຂອງສອງປະເທດ.Baoquocte.vn
(0)