ຄະນະປະຈຳພັກເມືອງ ຕຸ້ມລານ ໄດ້ຈັດພິທີມອບໃບຍ້ອງຍໍຂອງຄະນະປະຈຳພັກແຂວງ ໃຫ້ແກ່ 3 ໜ່ວຍພັກ ແລະ ສະມາຊິກພັກ 1 ສະຫາຍ ທີ່ມີຜົນງານດີເດັ່ນໃນ “ສຳເລັດໜ້າທີ່ວຽກງານເປັນຢ່າງດີ” 5 ປີ ລຽນຕິດ ໃນໄລຍະ 2018 – 2022.
3 ໜ່ວຍພັກໄດ້ຮັບໃບຍ້ອງຍໍຈາກຄະນະປະຈຳພັກແຂວງຄື: ໂຮງຮຽນປະຖົມ ລຽນຮ່ວາງ 1, ໂຮງຮຽນປະຖົມ ຟານລິກົວ 2, ໂຮງຮຽນປະຖົມ ຈີກົງ 1 ແລະ ສະມາຊິກພັກ 1 ທ່ານ, ສະຫາຍ ດິງທິຮ່ວາ, ໂຮງຮຽນມັດທະຍົມສຶກສາ ເລວັນຕ໋າມ.
ເພື່ອບັນລຸໄດ້ໝາກຜົນດັ່ງກ່າວແມ່ນຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງ 3 ອົງຄະນະພັກ ແລະ ສະມາຊິກພັກຂອງພັກເປັນເວລາ 5 ປີລຽນຕິດ, ພ້ອມກັບຄວາມສາມັກຄີ, ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງຄະນະບໍລິຫານງານພັກ ແລະ ການນຳຂອງບັນດາຫົວໜ່ວຍ. ກ່າວຄຳເຫັນທີ່ພິທີ, ສະຫາຍ ຫງວຽນຝູ໋ຈ້ອງ, ເລຂາຄະນະພັກເມືອງ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານທີ່ບັນລຸໄດ້ ແລະ ຫວັງວ່າ 3 ໜ່ວຍພັກ ກໍ່ຄືບັນດາສະມາຊິກພັກຈະເສີມຂະຫຍາຍບົດບາດບຸກທະລຸ, ຕັ້ງໜ້າ, ມີຫົວຄິດປະດິດສ້າງ, ສະເໜີບັນດາເນື້ອໃນ, ວິທີການທີ່ເໝາະສົມ, ລະດົມກຳລັງແຮງລວມຂອງສະມາຊິກພັກ, ພະນັກງານ-ລັດຖະກອນໃນຫ້ອງພັກ. ຜ່ານນັ້ນ, ສືບຕໍ່ຮັກສາ ແລະ ເຊີດຊູບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ, ກຳນົດທິດຮັກສາບົດບາດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ແລະ ບຸກຄົນໃຫ້ສຳເລັດໜ້າທີ່ຢ່າງດີເດັ່ນໃນໄລຍະຈະມາເຖິງ.
ທ່ານ ວັນ
ທີ່ມາ
(0)