ນັກການເມືອງ ອາວຸໂສສອງຄົນຈາກພັກກົດໝາຍແລະຍຸຕິທຳ (PiS) ຂອງຝ່າຍຄ້ານຖືກຈັບຕົວ, ອະດີດລັດຖະມົນຕີກະຊວງພາຍໃນ Mariusz Kaminski ແລະອະດີດຮອງລັດຖະມົນຕີກະຊວງພາຍໃນ Maciej Wasik. ການຈັບກຸມໄດ້ມີຂຶ້ນໃນຂະນະທີ່ເຈົ້າໜ້າທີ່ທັງສອງຢູ່ທີ່ທຳນຽບປະທານາທິບໍດີໂປແລນ.
ພວກປະທ້ວງເຕົ້າໂຮມກັນເພື່ອຮຽກຮ້ອງໃຫ້ປ່ອຍອະດີດລັດຖະມົນຕີກະຊວງພາຍໃນ Mariusz Kaminski ຢູ່ນະຄອນ Warsaw ປະເທດໂປແລນ, ວັນທີ 9 ມັງກອນ 2024. ພາບ: Reuters
ນາຍົກລັດຖະມົນຕີຄົນໃໝ່ Donald Tusk ກ່າວວ່າ "ສະຖານະການນີ້ແມ່ນບໍ່ໜ້າເຊື່ອເລີຍ. ພວກນັກໂທດທີ່ກຳລັງຈະຖືກຍົກຍ້າຍໄປຢູ່ໂດດດ່ຽວ, ໄດ້ເລືອກສະຖານທີ່ທີ່ສະດວກສະບາຍກວ່າຂອງການກັກຂັງຢູ່ໂດດດ່ຽວ, ທຳນຽບປະທານາທິບໍດີ", ນາຍົກລັດຖະມົນຕີ ຄົນໃໝ່ Donald Tusk ກ່າວ.
ພາຍຫຼັງໄດ້ຮັບໄຊຊະນະໃນການເລືອກຕັ້ງໃນເດືອນຕຸລາຜ່ານມາ, ທ່ານ Tusk, ອະດີດເຈົ້າໜ້າທີ່ລະດັບສູງຂອງສະຫະພາບເອີລົບ, ໄດ້ປະຕິຍານວ່າຈະຍົກເລີກບັນດານະໂຍບາຍຂອງຜູ້ສືບທອດກ່ອນໜ້ານີ້.
ລັດຖະມົນຕີພາຍໃນຄົນໃໝ່ ທ່ານ Marcin Kierwinski ກ່າວວ່າ "ທຸກຄົນມີຄວາມສະເໝີພາບຕໍ່ກົດໝາຍ".
ພວກປະທ້ວງຫຼາຍຮ້ອຍຄົນໄດ້ເຕົ້າໂຮມກັນຢູ່ຕໍ່ໜ້າທຳນຽບປະທານາທິບໍດີ ຕາມຄຳຮຽກຮ້ອງຂອງພັກກົດໝາຍ ແລະຍຸຕິທຳ (PiS), ໃນນັ້ນມີທ່ານ Kaminski ແລະ Wasik ເປັນສະມາຊິກ, ແລະຢູ່ຕໍ່ໜ້າສະຖານີຕຳຫຼວດ ບ່ອນທີ່ທັງສອງຖືກກັກຂັງ.
ໃນປີ 2015, ອາທິດຫຼັງຈາກ PiS ໄດ້ຂຶ້ນກຳອຳນາດ, ປະທານາທິບໍດີ Andrzej Duda ໄດ້ໃຫ້ອະໄພຍະໂທດແກ່ທ່ານ Kaminski ຫຼັງຈາກທ່ານໄດ້ຖືກຕັດສິນລົງໂທດໃນຂໍ້ຫາສວຍໃຊ້ອຳນາດໃນໄລຍະທີ່ດຳລົງຕຳແໜ່ງເປັນຫົວໜ້າກົມຕ້ານການສໍ້ລາດບັງຫຼວງສູນກາງຂອງໂປແລນ. ຕໍ່ມາລາວໄດ້ກາຍເປັນລັດຖະມົນຕີພາຍໃນຂອງໂປແລນ.
Mai Anh (ຕາມຂ່າວ Reuters)
ທີ່ມາ










(0)