ຕອນບ່າຍວັນທີ 17/10, ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສການຮ່ວມມືສາກົນ “ໜຶ່ງແລວທາງໜຶ່ງເສັ້ນທາງ” ຄັ້ງທີ 3, ທ່ານປະທານປະ ເທດ Vo Van Thuong ໄດ້ມີການພົບປະກັບປະທານາທິບໍດີ Uzbekistan Shavkat Mirziyoyev.
ທີ່ການພົບປະ, ທ່ານປະທານປະເທດ Vo Van Thuong ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຖືເປັນສຳຄັນການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບບັນດາປະເທດອາຊີກາງ, ໃນນັ້ນມີ Uzbekistan; ປາດຖະໜາຢາກໃຫ້ສາຍພົວພັນຫວຽດນາມ - ອຸສເບກີສະຖານ ພັດທະນາຢ່າງແທດຈິງ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນສອງປະເທດ.
ທ່ານປະທານປະເທດ Vo Van Thuong ແລະ ທ່ານປະທານາທິບໍດີ Uzbekistan Shavkat Mirziyoyev
VNA
ຕີລາຄາສູງຄວາມສາມາດບົ່ມຊ້ອນໃນການຮ່ວມມື, ທ່ານປະທານປະເທດ ປາດຖະໜາວ່າ 2 ຝ່າຍຊຸກຍູ້ການຮ່ວມມື ດ້ານເສດຖະກິດ - ການຄ້າ ເຊິ່ງໄດ້ມີບັນດາບາດກ້າວພັດທະນາໃໝ່ໃນໄລຍະມໍ່ໆມານີ້, ໃນນັ້ນລົງເລິກບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ການສຶກສາ ແລະ ບຳລຸງສ້າງ, ແລກປ່ຽນວັດທະນະທຳ, ການທ່ອງທ່ຽວ, ແລກປ່ຽນປະຊາຊົນ, ຄົ້ນຄວ້າເປີດສາຍການບິນໂດຍກົງເຊື່ອມຕໍ່ບັນດາຈຸດໝາຍປາຍທາງຂອງສອງປະເທດ.
ທ່ານປະທານປະເທດ Vo Van Thuong ສະເໜີໃຫ້ສອງຝ່າຍຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ , ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ເປີດກວ້າງການຮ່ວມມືສອງຝ່າຍໃນບັນດາຂົງເຂດທີ່ສອງຝ່າຍມີທ່າໄດ້ປຽບຕື່ມອີກ.
ທ່ານປະທານາທິບໍດີ Uzbek Shavkat Mirziyoyev ເຫັນດີກັບຂໍ້ສະເໜີຂອງທ່ານປະທານາທິບໍດີ Vo Van Thuong ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ, ສຸມໃສ່ໃນຂົງເຂດເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວ, ບຸລິມະສິດໃນທັນທີແມ່ນການແລກປ່ຽນຄະນະຜູ້ແທນທຸລະກິດລະຫວ່າງ 2 ປະເທດ, ຊອກຫາ ແລະ ເປີດກວ້າງກາລະໂອກາດຮ່ວມມືດ້ານທຸລະກິດ.
ທ່ານປະທານາທິບໍດີ Shavkat Mirziyoyev ຢືນຢັນວ່າ Uzbekistan ຕີລາຄາສູງການພົວພັນກັບ ຫວຽດນາມ ແລະ ປາດຖະໜາຢາກຟື້ນຟູບັນດາຂົງເຂດຮ່ວມມືແບບດັ້ງເດີມລະຫວ່າງ 2 ປະເທດ, ພິເສດແມ່ນນ້ຳມັນ ແລະ ອາຍແກັສ, ການສຶກສາ ແລະ ບຳລຸງສ້າງ, ແລກປ່ຽນນັກຮຽນ, ແລກປ່ຽນວັດທະນະທຳ. ທ່ານປະທານປະເທດ Shavkat Mirziyoyev ໄດ້ເຊີນທ່ານປະທານປະເທດ Vo Van Thuong ມາຢ້ຽມຢາມ Uzbekistan ໂດຍໄວ.
ການນຳສອງປະເທດເຫັນດີເປັນເອກະສັນວ່າ, 2 ຝ່າຍຄວນສືບຕໍ່ເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ, ໃນນັ້ນມີອົງການສະຫະປະຊາຊາດ ແລະ ບັນດາອົງການສາກົນອື່ນໆ. Uzbekistan ປາດຖະໜາວ່າ ຫວຽດນາມ ຈະເປັນຂົວຕໍ່ໃຫ້ Uzbekistan ເພີ່ມທະວີການເຊື່ອມໂຍງເຂົ້າກັບ ອາຊຽນ, ໃນຂະນະນັ້ນ ຫວຽດນາມ ປາດຖະໜາຢາກນຳ Uzbekistan ເພີ່ມທະວີການພົວພັນຮ່ວມມືກັບພາກພື້ນອາຊີກາງ.
(0)