ຍິນດີຕ້ອນຮັບເຈົ້າແຂວງ Vladislav Shapsha, ທ່ານປະທານປະເທດ Vo Van Thuong ໃຫ້ຮູ້ວ່າ: ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ, ແລະ ເຊື່ອໝັ້ນວ່າ ການຢ້ຽມຢາມຂອງທ່ານເຈົ້າແຂວງ ຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ແໜ້ນແຟ້ນກ່ວາອີກ.
ທ່ານປະທານປະເທດຖືວ່າ, ທີ່ເວທີປາໄສ “ໜຶ່ງແລວທາງໜຶ່ງເສັ້ນທາງ” ທີ່ຈັດຂຶ້ນໃນເດືອນຕຸລາຜ່ານມາຢູ່ຈີນ, ທ່ານປະທານາທິບໍດີ ແລະ ທ່ານປະທານາທິບໍດີລັດເຊຍ Putin ໄດ້ມີການພົບປະຢ່າງຈິງໃຈ ແລະ ເປີດກ້ວາງ, ແລກປ່ຽນບັນດາເນື້ອໃນສຳຄັນໃນຫຼາຍບັນຫາ ເພື່ອແນໃສ່ເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ ແລະ ລັດເຊຍ.
ທ່ານປະທານປະເທດ Vo Van Thuong ໄດ້ໃຫ້ການຕ້ອນຮັບເຈົ້າແຂວງ Kaluga, ລັດເຊຍ Vladislav Valerievich Shapsha. ພາບ: ທອງແຢດ/VNA
ທ່ານເຈົ້າແຂວງ Kaluga ໄດ້ສະແດງຄວາມຂອບໃຈຕໍ່ທ່ານປະທານປະເທດ Vo Van Thuong ທີ່ໄດ້ສະຫລະເວລາມາພົບປະ ແລະ ຖືວ່າ, ທ່ານມີຄວາມສົນໃຈຫລາຍຕໍ່ການສົນທະນາລະຫວ່າງທ່ານປະທານາທິບໍດີ ແລະ ທ່ານ Putin, ປາດຖະໜາຢາກເປີດກວ້າງການຮ່ວມມືກັບ ຫວຽດນາມ ໃນຫລາຍຂົງເຂດ. ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງສອງຝ່າຍຍັງມີຫຼາຍຢ່າງ. ບັນດາຈຸດແຂງຂອງແຂວງ Kaluga ແມ່ນອຸດສາຫະກຳລົດຍົນ, ຄົມມະນາຄົມຂົນສົ່ງ, ປຸງແຕ່ງໄມ້, ສະບຽງອາຫານ, ກະສິກຳ ເຕັກໂນໂລຊີສູງ, ພະລັງງານ ແລະ ອື່ນໆ, ທ່ານເຈົ້າແຂວງປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດນີ້.
ທ່ານປະທານປະເທດ Vo Van Thuong ໄດ້ໃຫ້ການຕ້ອນຮັບເຈົ້າແຂວງ Kaluga, ລັດເຊຍ Vladislav Valerievich Shapsha. ພາບ: ທອງແຢດ/VNA
ທ່ານເຈົ້າແຂວງມີຄວາມຍິນດີແຈ້ງໃຫ້ບັນດາຄູ່ຮ່ວມມືຂອງຫວຽດນາມ ພວມດຳເນີນບັນດາການເຄື່ອນໄຫວຜະລິດນົມຢູ່ແຂວງ Kaluga, ດ້ວຍເປົ້າໝາຍໃນໄລຍະຍາວແມ່ນສະໜອງຜະລິດຕະພັນໃຫ້ອາຊີ - ປາຊີຟິກ ແລະ ຫວຽດນາມ. ເຈົ້າແຂວງຫວັງວ່າຈະຕ້ອນຮັບປະທານາທິບໍດີ Kaluga. Kaluga ໄດ້ສ້າງຕັ້ງແຂວງເອື້ອຍນ້ອງກັບແຂວງ ບິ່ງທ້ວນ, 2 ທ້ອງຖິ່ນກໍ່ພວມສົມທົບກັນຢ່າງຕັ້ງໜ້າເພື່ອຊຸກຍູ້ການທ່ອງທ່ຽວ ແລະ ແລກປ່ຽນວັດທະນະທຳ.
ທ່ານປະທານປະເທດ Vo Van Thuong ຖືວ່າ: ບັນດາໝາກຜົນການຮ່ວມມືຂອງແຂວງ Kaluga ກັບຫວຽດນາມ ແມ່ນສັນຍາລັກສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບພື້ນຖານລະຫວ່າງຫວຽດນາມ ແລະ ລັດເຊຍ. ຫວຽດນາມ ຕີລາຄາສູງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ແລະ ໃນປີ 2023, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ການພົວພັນຂັ້ນສູງຈະດຳເນີນໄປເປັນປະຈຳ ແລະ ແທດຈິງ.
ທ່ານປະທານປະເທດ Vo Van Thuong ເນັ້ນໜັກວ່າ: ການຮ່ວມມືລະຫວ່າງບັນດາທ້ອງຖິ່ນແມ່ນສຳຄັນທີ່ສຸດ, ເຮັດໃຫ້ການພົວພັນລະຫວ່າງ 2 ປະເທດເລິກເຊິ່ງກ່ວາອີກ. ດ້ວຍການໜູນຊ່ວຍຂອງເຈົ້າແຂວງ, ບັນດາໂຄງການຂອງວິສາຫະກິດ ຫວຽດນາມ ທີ່ລົງທຶນຢູ່ Kaluga ພວມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ.
ທ່ານປະທານປະເທດ Vo Van Thuong ໄດ້ໃຫ້ການຕ້ອນຮັບເຈົ້າແຂວງ Kaluga, ລັດເຊຍ Vladislav Valerievich Shapsha. ພາບ: ທອງແຢດ/VNA
ທ່ານປະທານປະເທດກໍ່ຫວັງວ່າ Kaluga ແລະ Binh Thuan ຈະມີບັນດາມາດຕະການຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວຕື່ມອີກ, ເພາະວ່າ Binh Thuan ແມ່ນທ້ອງຖິ່ນມີທ່າໄດ້ປຽບທາງດ້ານທິວທັດທຳມະຊາດ, ແຄມຝັ່ງທະເລທີ່ສວຍງາມ, ກາຍເປັນສະຖານທີ່ດຶງດູດແຂກທ່ອງທ່ຽວລັດເຊຍ.
ຕາມໜັງສືພິມ VNA/Tin Tuc
ທີ່ມາ
(0)