ຫຼາຍອົງການຈັດຕັ້ງສາກົນທີ່ມີຊື່ສຽງໄດ້ຕີລາຄາສູງໝາກຜົນ ແລະ ແງ່ຫວັງຂອງ ເສດຖະກິດ ຫວຽດນາມ. (ທີ່ມາ: Vietnamnet) |
ຖ້າຫາກວ່າໃນປີ 2019, ຍອດມູນຄ່າເຄື່ອງໝາຍ Brand Finance ຂອງຫວຽດນາມ ພຽງແຕ່ 274 ຕື້ USD, ປີ 2020 ບັນລຸ 319 ຕື້ USD, ເພີ່ມຂຶ້ນ 29%, ປີ 2021 ແມ່ນ 388 ຕື້ USD, ເພີ່ມຂຶ້ນ 21%, ຫຼັງຈາກນັ້ນປີ 2022 ບັນລຸ 431 ຕື້ USD, ເພີ່ມຂຶ້ນ 11%.
ການເພີ່ມຂຶ້ນຂອງມູນຄ່າເຄື່ອງໝາຍການຄ້າຂອງຫວຽດນາມ ແມ່ນຕິດພັນກັບປະເທດທີ່ໄດ້ຮັບການຮັບຮູ້ວ່າເປັນສະຖານທີ່ທີ່ປອດໄພ ແລະ ໝັ້ນຄົງໃນການລົງທຶນ ເນື່ອງຈາກບັນດາຜູ້ຜະລິດຫຼາຍແຫ່ງມຸ່ງໄປເຖິງການເຄື່ອນໄຫວດຳເນີນທຸລະກິດອາຊີຂອງຫວຽດນາມ.
ລາຍງານຜົນການຈັດຕັ້ງປະຕິບັດແຜນເສດຖະກິດ-ສັງຄົມຂອງປີນີ້ ແລະ ແຜນການປີ 2024, ທ່ານນາຍົກລັດຖະມົນ ຕີ ໃຫ້ຮູ້ວ່າ: ພື້ນຖານເສດຖະກິດມະຫາພາກມີຄວາມໝັ້ນຄົງ, ອັດຕາເງິນເຟີ້ຖືກຄວບຄຸມ, ການເຕີບໂຕແມ່ນໄດ້ຮັບການຊຸກຍູ້, ການດຸ່ນດ່ຽງຕົ້ນຕໍແມ່ນຮັບປະກັນໂດຍພື້ນຖານ. ການຂະຫຍາຍຕົວຂອງ GDP ໃນໄຕມາດ 3 ບັນລຸ 5,33%, ແລະໃນ 9 ເດືອນທໍາອິດບັນລຸ 4,24%. ຕະຫຼາດເງິນຕາ ແລະ ເງິນຕາຕ່າງປະເທດມີຄວາມໝັ້ນຄົງໂດຍພື້ນຖານ, ອັດຕາດອກເບ້ຍຫຼຸດລົງ.
ການນຳເຂົ້າ ແລະ ການສົ່ງອອກໄດ້ເພີ່ມຂຶ້ນຈາກແຕ່ລະເດືອນ, ດ້ວຍຍອດວົງເງິນການຄ້າເກືອບ 22 ຕື້ USD ໃນ 9 ເດືອນຕົ້ນປີ. ການເບີກຈ່າຍເງິນລົງທຶນພາກລັດຮອດທ້າຍເດືອນກັນຍາບັນລຸ 51,38% ຂອງແຜນການ, 4,68% ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ປະມານ 110.000 ຕື້ດົ່ງ ເພີ່ມຂຶ້ນຢ່າງແນ່ນອນ; ບັນລຸໄດ້ຍອດຈຳນວນທຶນ FDI ປະມານ 16 ຕື້ USD, ເພີ່ມຂຶ້ນ 2,2%. ທຶນການລົງທຶນຢູ່ຕ່າງປະເທດທີ່ໄດ້ຮັບ ແລະ ປັບປຸງໃໝ່ບັນລຸ 416,8 ລ້ານ USD, ເພີ່ມຂຶ້ນ 4,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: “ໃນນັ້ນມີຫຼາຍອົງການຈັດຕັ້ງສາກົນທີ່ມີຊື່ສຽງໄດ້ຕີລາຄາສູງໝາກຜົນ ແລະ ແງ່ຫວັງຂອງພື້ນຖານເສດຖະກິດຂອງປະເທດພວກເຮົາ ແລະ ຄາດຄະເນວ່າ ຫວຽດນາມ ຈະຟື້ນຕົວຢ່າງວ່ອງໄວ, ຍອດມູນຄ່າເຄື່ອງໝາຍແຫ່ງຊາດຂອງ ຫວຽດນາມ ບັນລຸ 431 ຕື້ USD, ເພີ່ມຂຶ້ນອັນດັບ 32 ໃນຈຳນວນ 100 ຍີ່ຫໍ້ແຫ່ງຊາດທີ່ເຂັ້ມແຂງໃນໂລກ”.
ບົດລາຍງານຂອງອົງການທີ່ປຶກສາດ້ານການຕີລາຄາຍີ່ຫໍ້ແຖວໜ້າຂອງໂລກ - Brand Finance - ກໍ່ສະແດງໃຫ້ເຫັນວ່າ, ຍອດມູນຄ່າເຄື່ອງໝາຍການຄ້າຂອງຫວຽດນາມ ໄດ້ເພີ່ມຂຶ້ນ 11% ໃນປີ 2022, ຈາກ 388 ຕື້ USD ຂຶ້ນເປັນ 431 ຕື້ USD.
ໃນດ້ານອັດຕາການເຕີບໂຕຂອງມູນຄ່າເຄື່ອງໝາຍການຄ້າແຫ່ງຊາດ, ຫວຽດນາມ ສືບຕໍ່ໄດ້ຮັບການຕີລາຄາວ່າແມ່ນຈຸດພົ້ນເດັ່ນໃນຮູບການກໍ່ສ້າງ ແລະ ພັດທະນາບັນດາເຄື່ອງໝາຍການຄ້າລະດັບຊາດໃນທົ່ວໂລກ ແລະ ແມ່ນຍີ່ຫໍ້ແຫ່ງຊາດທີ່ມີມູນຄ່າເຕີບໂຕໄວທີ່ສຸດໃນໂລກ 74% ໃນໄລຍະ 2019-2022.
ກ່ອນໜ້ານັ້ນ, ທີ່ພິທີປະກາດບັນດາຜະລິດຕະພັນບັນລຸໄດ້ຍີ່ຫໍ້ແຫ່ງຊາດ ຫວຽດນາມ ປີ 2022 ດ້ວຍຫົວຂໍ້ “ສ້າງອະນາຄົດ”, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ເນັ້ນໜັກວ່າ ຫວຽດນາມ ຍັງມີຫຼາຍວຽກງານທີ່ຕ້ອງເຮັດ ແລະ ຕ້ອງມານະພະຍາຍາມກວ່າອີກໃນການຮັກສາຍີ່ຫໍ້ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈຂອງຍີ່ຫໍ້ດ້ວຍຄຸນນະພາບ, ຄຸນຄ່າຜະລິດຕະພັນ, ຈັນຍາບັນດຳເນີນທຸລະກິດ, ມາດຕະຖານ, ມະນຸດສະທຳ, ຄວາມຮັບຜິດຊອບຕໍ່ສັງຄົມ...
ໃນສະພາບການແຂ່ງຂັນດ້ານຍຸດທະສາດ ແລະ ເສດຖະກິດການຄ້າຫຼາຍຢ່າງ, ການແຂ່ງຂັນທີ່ນັບມື້ນັບຮຸນແຮງຕໍ່ບັນດາຕະຫຼາດ, ຊັບພະຍາກອນ, ເຕັກໂນໂລຢີ, ການດຶງດູດການລົງທຶນຈາກຕ່າງປະເທດໄດ້ສ້າງສິ່ງທ້າທາຍຫຼາຍຢ່າງ. ທ່ານນາຍົກລັດຖະມົນຕີຢືນຢັນຈະປະຕິບັດນະໂຍບາຍສ້າງເສດຖະກິດເອກະລາດ, ກຸ້ມຕົນເອງ, ແລະມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີຊີ້ອອກວ່າ, “ສະນັ້ນ, ຕ້ອງຜັນຂະຫຍາຍບັນດາວິທີແກ້ໄຂຢ່າງແໜ້ນແຟ້ນ ແລະ ກົງໄປກົງມາ ເພື່ອສ້າງ ແລະ ເສີມຂະຫຍາຍບັນດາເຄື່ອງໝາຍຍຸດທະສາດແຫ່ງຊາດ.
ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຮຽກຮ້ອງໃຫ້ບັນດາວິສາຫະກິດສຸມໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງຕົນໃຫ້ດີກວ່າ, ຂຸດຄົ້ນຕະຫຼາດພາຍໃນຢ່າງແຂງແຮງ, ຊຸກຍູ້ການສົ່ງອອກ, ສົມທົບກັນກໍ່ສ້າງບັນດາຍີ່ຫໍ້ສິນຄ້າ, ຍີ່ຫໍ້ວິສາຫະກິດ, ຍີ່ຫໍ້ແຫ່ງຊາດ, ສ້າງມູນຄ່າເພີ່ມ. ພ້ອມກັນນັ້ນ, ທ່ານຮຽກຮ້ອງໃຫ້ບັນດາວິສາຫະກິດຕັ້ງໜ້າຊອກຫາວິທີເປີດກວ້າງຕະຫຼາດສາກົນ, ສ້າງການເຕີບໂຕສູງກວ່າເມື່ອເຂົ້າຮ່ວມຢ່າງເລິກເຊິ່ງໃນຕ່ອງໂສ້ມູນຄ່າທົ່ວໂລກ. ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍຊື່ສຽງ ແລະ ຄຸນນະພາບຂອງຍີ່ຫໍ້, ປັບປຸງການປົກຄອງຂັ້ນສູງ, ມີຄວາມໂປ່ງໃສ.
ທີ່ມາ
(0)