ວັນທີ 23 ພຶດສະພານີ້, ສຳນັກງານປະທານາທິບໍດີສ.ເກົາຫຼີປະກາດວ່າ, ການນຳຂອງສ.ເກົາຫຼີ, ຈີນແລະຍີ່ປຸ່ນຈະຈັດກອງປະຊຸມສຸດຍອດສາມຝ່າຍຢູ່ນະຄອນຫຼວງເຊອູນໃນວັນທີ 27 ພຶດສະພານີ້, ຈະເປັນກອງປະຊຸມສຸດຍອດຄັ້ງທຳອິດລະຫວ່າງສາມປະເທດໃນຮອບ 4,5 ປີຜ່ານມາ.
ອົງການຂ່າວ Yonhap ໄດ້ອ້າງຄຳເວົ້າຂອງຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງເກົາຫຼີໃຕ້ ທ່ານ Kim Tae-hyo ໃຫ້ຮູ້ວ່າ ກ່ອນກອງປະຊຸມສຸດຍອດ, ວັນທີ 26 ພຶດສະພາ, ທ່ານ Yoon Suk Yeol, ປະທານາທິບໍດີ ສ.ເກົາຫຼີ ຈະມີການພົບປະສອງຝ່າຍກັບ ທ່ານ Li Qiang ນາຍົກລັດຖະມົນຕີ ຈີນ ແລະ ທ່ານ Fumio Kishida ນາຍົກລັດຖະມົນຕີ ຍີ່ປຸ່ນ.
ຕາມທ່ານ Kim Tae-hyo ແລ້ວ, ກອງປະຊຸມຈະປຶກສາຫາລື 6 ຂົງເຂດຮ່ວມມືຄື: ເສດຖະກິດ ແລະການຄ້າ, ການພັດທະນາແບບຍືນຍົງ, ບັນຫາສາທາລະນະສຸກ, ວິທະຍາສາດເຕັກໂນໂລຢີ, ຄວາມປອດໄພແລະການຄຸ້ມຄອງໄພພິບັດ, ການແລກປ່ຽນປະຊາຊົນ, ແລະອອກຖະແຫຼງການຮ່ວມ. ນອກນີ້, ບັນດາການນຳຍັງຈະໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາສາກົນ ແລະ ພາກພື້ນ, ພ້ອມທັງພົບປະກັບນັກທຸລະກິດ ແລະ ເຂົ້າຮ່ວມເວທີປາໄສວິສາຫະກິດ.
ທ່ານ Kim Tae-hyo ກ່າວວ່າ: ກອງປະຊຸມສຸດຍອດຈະປະກອບສ່ວນເຂົ້າໃນການຟື້ນຟູແລະຫັນເປັນປົກກະຕິຂອງລະບົບການຮ່ວມມືສາມຝ່າຍລະຫວ່າງສ.ເກົາຫຼີ, ຍີ່ປຸ່ນແລະຈີນ, ແລະສ້າງໂອກາດຟື້ນຟູຂະບວນການຮ່ວມມືທີ່ສຳຄັນແລະອະນາຄົດຂອງສາມປະເທດ.
ກອງປະຊຸມສຸດຍອດເກົາຫຼີໃຕ້-ຈີນ-ຍີ່ປຸ່ນຄັ້ງສຸດທ້າຍໄດ້ຈັດຂຶ້ນຢູ່ເມືອງເສີງຕູ່ຂອງຈີນໃນເດືອນທັນວາ 2019. ກອງປະຊຸມສຸດຍອດໄດ້ຖືກຂັດຂວາງຍ້ອນການລະບາດຂອງພະຍາດລະບາດໂຄວິດ-19 ແລະຄວາມເສື່ອມເສຍຂອງການພົວພັນລະຫວ່າງກຸງໂຊລ ແລະໂຕກຽວ ເນື່ອງຈາກຄວາມຂັດແຍ້ງກ່ຽວກັບບັນຫາການບັງຄັບໃຊ້ແຮງງານໃນສະໄໝສົງຄາມ. ການສົນທະນາເພື່ອຟື້ນຟູກອງປະຊຸມສຸດຍອດໄດ້ຖືກຈັດຂຶ້ນເລື້ອຍໆໃນທ່າມກາງການພົວພັນລະຫວ່າງກຸງໂຊລ-ໂຕກຽວທີ່ຮ້ອນຂຶ້ນ.
ມິນຈົວ
ທີ່ມາ: https://www.sggp.org.vn/hoi-nghi-thuong-dinh-han-trung-nhat-duoc-to-chuc-sau-45-nam-post741267.html










(0)