ອີງຕາມການລາຍງານຂອງກະຊວງສູນກາງ ແລະ ຂໍ້ມູນຈາກລະບົບ Tabmis (ລະບົບຂໍ້ມູນຂ່າວສານການຄຸ້ມຄອງງົບປະມານ ແລະ ຄັງເງິນ), ມາຮອດວັນທີ 15 ພຶດສະພາ, ອັດຕາການເບີກຈ່າຍການລົງທຶນຂອງລັດຈາກແຫຼ່ງທຶນຕ່າງປະເທດຂອງກະຊວງ, ສາຂາບັນລຸໄດ້ພຽງແຕ່ 8,58% ຂອງແຜນການທຶນທີ່ໄດ້ຮັບມອບໝາຍ. ການເບີກຈ່າຍເງິນທຶນຕ່າງປະເທດຂອງທ້ອງຖິ່ນບັນລຸ 5,7% ຂອງແຜນການທຶນທີ່ໄດ້ມອບໝາຍ (ລວມທັງແຜນການຈັດສັນທຶນ ແລະ ການປ່ອຍເງິນກູ້ຄືນ), 4,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.
ຜູ້ຕາງໜ້າການນຳຂອງຄະນະ, ສາຂາ ແລະ ໜ່ວຍງານຈຳນວນໜຶ່ງເຂົ້າຮ່ວມກອງປະຊຸມຢູ່ຂົວແຂວງ ນິງທ້ວນ.
ຢູ່ແຂວງ ນິງທ້ວນ, ມາຮອດວັນທີ 15 ພຶດສະພານີ້, ທຶນຕ່າງປະເທດໄດ້ຮັບການເບີກຈ່າຍ 125,2 ຕື້ດົ່ງ, ບັນລຸ 16,48% ຂອງແຜນການ. ໃນນັ້ນ, ໂຄງການພັດທະນາສິ່ງແວດລ້ອມແບບຍືນຍົງ - ໂຄງການຍ່ອຍເມືອງ ຟານຣັງ - ທ່າກຳປັ່ນ ໄດ້ເບີກຈ່າຍ 34,57 ຕື້ດົ່ງ, ບັນລຸ 7,9%; ໂຄງການຍົກສູງປະສິດທິຜົນການນຳໃຊ້ນ້ຳໃຫ້ບັນດາແຂວງປະສົບໄພແຫ້ງແລ້ງ (ADB8) ໄດ້ເບີກຈ່າຍ 83,48 ຕື້ດົ່ງ, ບັນລຸ 29,5% ຂອງແຜນການ; ໂຄງການເສີມຂະຫຍາຍຄວາມຢືດຢຸ່ນຂອງ ກະສິກຳ ຂະໜາດນ້ອຍຕໍ່ຄວາມໝັ້ນຄົງດ້ານນ້ຳຍ້ອນການປ່ຽນແປງຂອງດິນຟ້າອາກາດແຂວງ ນິງທ້ວນ (SACCR Ninh Thuan) ໄດ້ເບີກຈ່າຍ 7,14 ຕື້ດົງ, ບັນລຸ 20,4% ຂອງແຜນການ. ບັນດາໂຄງການສູ້ຊົນເບີກຈ່າຍໃຫ້ໄດ້ 100% ຂອງແຜນການທີ່ໄດ້ມອບໝາຍໃຫ້ຮອດທ້າຍປີ 2024.
ທີ່ກອງປະຊຸມ, ບັນດາທ້ອງຖິ່ນໄດ້ປຶກສາຫາລືກ່ຽວກັບຫຼາຍບັນຫາ, ຂໍ້ຂາດຕົກບົກຜ່ອງ, ຂໍ້ຈຳກັດ, ສາຍເຫດ ແລະ ສະເໜີວິທີແກ້ໄຂເພື່ອຊຸກຍູ້ການເບີກຈ່າຍເງິນລົງທຶນຈາກຕ່າງປະເທດຂອງ ລັດຖະບານ ໃນປີ 2024.
ເພື່ອເພີ່ມອັດຕາການເບີກຈ່າຍຂອງການລົງທຶນຂອງລັດໃນໄລຍະຈະມາເຖິງ, ກະຊວງການເງິນ ສະເໜີໃຫ້ບັນດາທ້ອງຖິ່ນກວດກາລະອຽດ, ສະເພາະ, ຕີລາຄາຄວາມສາມາດເບີກຈ່າຍຂອງແຕ່ລະໂຄງການ, ເອົາໃຈໃສ່ເປັນພິເສດເຖິງບັນດາໂຄງການທີ່ວາງແຜນແມ່ນປີສຸດທ້າຍຂອງການເບີກຈ່າຍ ເພື່ອຮັບປະກັນແຫຼ່ງທຶນໃຫ້ພຽງພໍກັບບັນດາໂຄງການ, ຫຼີກລ້ຽງການຂະຫຍາຍການເບີກຈ່າຍ, ຂະຫຍາຍເວລາການຈັດຕັ້ງປະຕິບັດ, ສ້າງລະບຽບການບໍລິຫານຫຼາຍດ້ານ. ສໍາລັບກໍລະນີທີ່ບໍ່ສາມາດປະຕິບັດປະລິມານໂຄງການໃຫ້ສໍາເລັດຕາມແຜນການທີ່ໄດ້ກໍານົດໄວ້ແມ່ນຕ້ອງໄດ້ຕັດ ແລະ ໂອນແຜນທຶນທີ່ໄດ້ມອບໝາຍໃຫ້ກ່ອນວັນທີ 30 ມິຖຸນາ. ສໍາລັບໂຄງການທີ່ມີບັນຫາໃນການກະກຽມການລົງທຶນ ແລະ ການຈັດຕັ້ງປະຕິບັດໂຄງການ, ທ້ອງຖິ່ນ ແລະ ຄະນະຄຸ້ມຄອງໂຄງການແມ່ນຮັບຜິດຊອບເລັ່ງໃສ່ຂັ້ນຕອນການລົງທຶນ, ກໍ່ສ້າງ, ຍົກຍ້າຍ, ບຸກເບີກພື້ນທີ່ເພື່ອຈັດຕັ້ງປະຕິບັດໂຄງການ; ສຳເລັດການອອກແບບເຕັກນິກ, ແກ້ໄຂຄວາມຫຍຸ້ງຍາກ ແລະ ບັນຫາຕ່າງໆໃນການປະມູນສັນຍາ; ແກ້ໄຂບັນຫາທີ່ເກີດຂຶ້ນໃນແຕ່ລະຂັ້ນຕອນຂອງການຈັດຕັ້ງປະຕິບັດໂຄງການ.
ທ່ານ ຕວນ
ທີ່ມາ
(0)