Intel: ເຊື່ອມຕໍ່ເພື່ອສ້າງຄວາມສາມາດດ້ານເຕັກໂນໂລຊີຫຼັກແຫ່ງຊາດ
ຕອນເຊົ້າວັນທີ 13/5 (ຕາມເວລາທ້ອງຖິ່ນ), ຄະນະຜູ້ແທນ ກະຊວງການເງິນ ຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານນາງ Sarah Kemp - ຮອງປະທານຄະນະພົວພັນຕ່າງປະເທດລັດຖະບານ Intel Corporation. ຕາງໜ້າໃຫ້ກະຊວງການເງິນ, ທ່ານຮອງລັດຖະມົນຕີກະຊວງການເງິນ Cao Anh Tuan ແຈ້ງໃຫ້ Intel ກ່ຽວກັບການເຄື່ອນໄຫວຢ່າງຕັ້ງໜ້າຂອງຫວຽດນາມ ທີ່ກອງປະຊຸມ SelectUSA 2025, ເຊິ່ງມີການເຂົ້າຮ່ວມຂອງຜູ້ແທນກວ່າ 130 ຄົນ ທີ່ມາຈາກ 100 ກວ່າວິສາຫະກິດຫວຽດນາມ.
ຫວຽດນາມ ແມ່ນຄະນະຜູ້ແທນໃຫຍ່ທີ 3 ຢູ່ໃນເຫດການນີ້, ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງ ລັດຖະບານ ຫວຽດນາມ ໃນການເພີ່ມທະວີການພົວພັນກັບ ອາເມລິກາ - ຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ແມ່ນຈຸດໝາຍສຳຄັນຂອງວິສາຫະກິດ ຫວຽດນາມ ໃນການຊອກຫາກາລະໂອກາດລົງທຶນ ແລະ ຮ່ວມມືຢູ່ຕະຫຼາດ ອາເມລິກາ.
ທ່ານຮອງລັດຖະມົນຕີໄດ້ຕີລາຄາສູງການຮ່ວມມືອັນຍາວນານ ແລະ ຍືນຍົງຂອງ Intel ກັບ ຫວຽດນາມ ໃນ 2 ທົດສະວັດຜ່ານມາ. Intel Products Vietnam (IPV) ປະຈຸບັນແມ່ນໂຮງງານປະກອບ ແລະ ທົດສອບຊິບເຊມິຄອນດັກເຕີໃຫຍ່ທີ່ສຸດຂອງ Intel ໃນໂລກ, ປະກອບສ່ວນຫຼາຍກວ່າ 50% ຍອດຜະລິດຕະພັນທົດສອບຊິບທົ່ວໂລກຂອງກຸ່ມບໍລິສັດ ແລະ ນຳມາເຊິ່ງມູນຄ່າການສົ່ງອອກຫຼາຍກວ່າ 90 ຕື້ USD ນັບແຕ່ປີ 2010 ມາຮອດປະຈຸບັນ.
ທ່ານຮອງລັດຖະມົນຕີ Cao Anh Tuan |
ທ່ານຮອງລັດຖະມົນຕີ Cao Anh Tuan ໄດ້ຮັບຮູ້ເປັນພິເສດເຖິງບົດບາດບຸກເບີກຂອງ Intel ໃນການສົມທົບກັບສູນປະດິດສ້າງແຫ່ງຊາດ (NIC) ຜ່ານໂຄງການ “AI for All” - ຂໍ້ລິເລີ່ມໃຫຍ່ເພື່ອນຳຄວາມຮູ້ AI ເປັນທີ່ນິຍົມ ແລະ ຝຶກອົບຮົມແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງກວ່າ 10.000 ຄົນໃນຂົງເຂດ semiconductors ແລະ ປັນຍາປະດິດ. ນອກຈາກນັ້ນ, ໂຄງການ “AI ສໍາລັບພາກລັດ” ທີ່ Intel ສະໜັບສະໜູນກໍ່ແມ່ນຂີດໝາຍສຳຄັນ ເພື່ອຊ່ວຍໃຫ້ຫວຽດນາມ ປະຕິບັດລັດຖະບານອີເລັກໂທຣນິກຢ່າງມີປະສິດທິຜົນ.
ກ່ຽວກັບການກຳນົດທິດພັດທະນາແຫຼ່ງຊັບພະຍາກອນມະນຸດດ້ານເຕັກໂນໂລຢີຫຼັກ, ທ່ານຮອງລັດຖະມົນຕີແບ່ງປັນວ່າ, ລັດຖະບານຫວຽດນາມ ໄດ້ອອກມະຕິ 1017/QD-TTg, ໄດ້ຮັບຮອງເອົາໂຄງການ “ພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ອຸດສາຫະກຳ semiconductor ຮອດປີ 2030, ມີວິໄສທັດຮອດປີ 2050” ດ້ວຍເປົ້າໝາຍຝຶກອົບຮົມວິສະວະກອນຢ່າງໜ້ອຍ 50.000 ຄົນເພື່ອຮັບໃຊ້ອຸດສາຫະກຳ ແລະ ປະລິນຍາຕີ. ປາດຖະໜາວ່າ Intel ຈະສືບຕໍ່ພ້ອມກັບຫວຽດນາມ ໃນການອອກແບບໂຄງການຝຶກອົບຮົມ, ໜູນຊ່ວຍທຶນຮອນ, ສະໜອງເອກະສານ ແລະ ປະຕິບັດບັນດາຕົວແບບຝຶກຊ້ອມຕົວຈິງຢູ່ ຫວຽດນາມ.
ນອກຈາກນັ້ນ, ທ່ານຮອງລັດຖະມົນຕີ ກາວແອງຕ໋ວນ ກໍ່ສະເໜີດຳລັດ 182/2024/ND-CP ຂອງລັດຖະບານວາງອອກໃນທ້າຍປີ 2024, ເຊິ່ງສ້າງຕັ້ງກອງທຶນໜູນຊ່ວຍການລົງທຶນ ເພື່ອແນໃສ່ຊຸກຍູ້ວິສາຫະກິດລົງທຶນໃນຂົງເຂດເຕັກໂນໂລຊີສູງຄື AI ແລະ semiconductors. ຜູ້ຕາງໜ້າກະຊວງການເງິນຮຽກຮ້ອງ Intel ຄົ້ນຄວ້າກົນໄກຊຸກຍູ້ລັດຖະດຳລັດສະບັບນີ້ເພື່ອສ້າງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຢູ່ຫວຽດນາມ, ພິເສດແມ່ນຢູ່ສວນສາທາລະນະເຕັກໂນໂລຢີສູງຮ່ວາລາກ - ມຸ່ງໄປເຖິງການຫັນ ຫວຽດນາມ ກາຍເປັນສູນເຕັກໂນໂລຢີຫຼັກຂອງ Intel ຢູ່ອາຊີ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ Sarah Kemp ໄດ້ຊົມເຊີຍບັນດາການເຄື່ອນໄຫວຢ່າງຕັ້ງໜ້າຂອງຄະນະຜູ້ແທນຫວຽດນາມ ຢູ່ SelectUSA 2025, ແລະ ຕີລາຄາສູງບັນດາມາດຕະການຕອບສະໜອງຢ່າງທັນການຂອງລັດຖະບານ ຫວຽດນາມ ຕໍ່ນະໂຍບາຍພາສີເຊິ່ງກັນແລະກັນຂອງ ອາເມລິກາ ໃນໄລຍະມໍ່ໆມານີ້, ນັບແຕ່ຂັ້ນລັດຖະບານເຖິງບັນດາຊ່ອງທາງພາກທຸລະກິດ.
ທ່ານນາງ Sarah Kemp |
ທ່ານນາງ Kemp ກໍ່ສະແດງຄວາມຊົມເຊີຍຕໍ່ບັນດານະໂຍບາຍບຸລິມະສິດພິເສດທີ່ລັດຖະບານ ຫວຽດນາມ ໄດ້ນຳໃຊ້ໃຫ້ບັນດານັກລົງທຶນບຸກເບີກຂະແໜງເຕັກໂນໂລຊີສູງນັບແຕ່ປີ 2006. ຕາມນັ້ນແລ້ວ, ຄວາມມານະພະຍາຍາມຂອງກະຊວງການເງິນໃນການຮັບຟັງ ແລະ ປະຕິບັດບັນດາຂໍ້ສະເໜີແນະດ້ານນະໂຍບາຍຢ່າງຕັ້ງໜ້າ ໄດ້ຊ່ວຍສ້າງພື້ນຖານໃຫ້ແກ່ການຮ່ວມມືໃນໄລຍະຍາວນານ.
ທ່ານນາງ Sarah Kemp ເນັ້ນໜັກວ່າ: “ພວກຂ້າພະເຈົ້າຂອບໃຈລັດຖະບານ ຫວຽດນາມ ທີ່ໄດ້ໜູນຊ່ວຍບັນດາວິສາຫະກິດພັດທະນາອຸດສາຫະກຳເຕັກໂນໂລຊີສູງ, ພິເສດແມ່ນບັນດານະໂຍບາຍພັດທະນາ.
Meta: ເພີ່ມທະວີການຮ່ວມມືເພື່ອສົ່ງເສີມລະບົບນິເວດ AI ແລະນະວັດຕະກໍາ
ຕອນຄຳ່ວັນທີ 13/5, ຢູ່ວໍຊິງຕັນ, ຄະນະຜູ້ແທນກະຊວງການເງິນຫວຽດນາມ ໄດ້ມີການພົບປະເຈລະຈາກັບການນຳຂັ້ນສູງຂອງກຸ່ມ Meta. ຜູ້ຕາງຫນ້າຂອງ Meta ແມ່ນນາງ Molly Montgomery - ຜູ້ອໍານວຍການນະໂຍບາຍສາທາລະນະທີ່ຮັບຜິດຊອບຕະຫຼາດສະຫະລັດແລະເພື່ອນຮ່ວມງານຂອງນາງ.
ທີ່ການພົບປະ, ທ່ານນາງ Molly Montgomery ຕີລາຄາວ່າ: ຫວຽດນາມ ແມ່ນຕະຫຼາດສຳຄັນຂອງ Meta ແລະ ນັບມື້ນັບມີຄວາມໝາຍສຳຄັນກ່ວາອີກໃນສະພາບທີ່ມີບັນດາໂຮງງານເຄື່ອນໄຫວໄປຫວຽດນາມ. Meta, NIC ແລະ ອົງການ “AI ສຳລັບ ຫວຽດນາມ” ສືບຕໍ່ສົມທົບກັນສ້າງຊຸດຂໍ້ມູນຂ່າວສານຫວຽດນາມ ແບບເປີດເຜີຍ ເພື່ອຮັບໃຊ້ການຄົ້ນຄ້ວາ, ພັດທະນາ ແລະ ນຳໃຊ້ AI. Meta ໄດ້ຕີລາຄາສູງວິທີທີ່ຫວຽດນາມ ໄດ້ຕັ້ງໜ້າຕອບສະໜອງບັນດາບັນຫາທີ່ກ່ຽວຂ້ອງເຖິງອັດຕາພາສີຂອງລັດຖະບານ ອາເມລິກາ.
ທ່ານນາງ Montgomery ແບ່ງປັນວ່າ “ສຳລັບບັນດາບໍລິສັດທີ່ມີຕາໜ່າງການຜະລິດໃຫຍ່ຢູ່ ຫວຽດນາມ, ຖະແຫຼງການ ແລະ ຄຳຕອບຂອງລັດຖະບານ ອາເມລິກາ ແມ່ນສຳຄັນຕໍ່ກັບນະໂຍບາຍສືບຕໍ່ລົງທຶນ ແລະ ເປີດກວ້າງການລົງທຶນຢູ່ ຫວຽດນາມ”.
ນາງ Molly Montgomery |
ທ່ານນາງ Molly Montgomery ກໍ່ຢືນຢັນວ່າ ບັນດານະໂຍບາຍໝັ້ນຄົງ ແລະ ແນ່ນອນແມ່ນເງື່ອນໄຂກ່ອນໜ້າຂອງບັນດານັກລົງທຶນຕ່າງປະເທດຢູ່ ຫວຽດນາມ. ເຖິງຢ່າງໃດກໍຕາມ, ໂລກ ພວມເຫັນໄດ້ບັນດາປັດໄຈບໍ່ແນ່ນອນ, ໃນໄລຍະຈະມາເຖິງ, ຫຼາຍບໍລິສັດຄື Meta ນອກຈາກໃຫ້ຄຳໝັ້ນສັນຍາຮັກສາການດຳເນີນທຸລະກິດຢູ່ ຫວຽດນາມ ຫຼື ເປີດກວ້າງການຜະລິດ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ ຫຼືປະເທດອື່ນ, ຕ້ອງເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືລະຫວ່າງລັດຖະບານ ແລະ ລະຫວ່າງລັດຖະບານ ແລະ Meta. ທ່ານນາງ Molly Montgomery ກ່າວວ່າ “ພວກເຮົາຫວັງວ່າໃນໄລຍະຈະມາເຖິງພວກເຮົາຈະມີກິດຈະກຳທີ່ດີກວ່ານັ້ນ.
ທີ່ການພົບປະ, ທ່ານ Vo Xuan Hoai, ຮອງຜູ້ອຳນວຍການ NIC ໃຫ້ຮູ້ວ່າ: ຫວຽດນາມ ພວມໃຫ້ຄຳໝັ້ນສັນຍາ ແລະ ປະຕິບັດຕົວຈິງເພື່ອຊຸກຍູ້ການພັດທະນາເຕັກໂນໂລຢີສູງ ແລະ ເຕັກໂນໂລຊີ semiconductor. ຫວ່າງມໍ່ໆມານີ້, ລັດຖະບານໄດ້ອອກດຳລັດ 182/2024/ND-CP ເພື່ອສ້າງຕັ້ງກອງທຶນໜູນຊ່ວຍການລົງທຶນເພື່ອໜູນຊ່ວຍບັນດາວິສາຫະກິດລົງທຶນເຂົ້າໃນເຕັກໂນໂລຢີ AI, ເຕັກໂນໂລຢີສູງ, ເຕັກໂນໂລຢີ semiconductor. ຫວຽດນາມ ກໍ່ສຸມໃສ່ພັດທະນາພື້ນຖານໂຄງລ່າງເພື່ອພັດທະນາ AI.
ຫວນຄືນການຢ້ຽມຢາມສໍານັກງານໃຫຍ່ຂອງ Meta ໃນປີ 2023 ຂອງທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ, ທ່ານ Vo Xuan Hoai ໃຫ້ຮູ້ວ່າ, ໃນເວລານັ້ນ, 2 ຝ່າຍໄດ້ຍົກອອກບັນດາບັນຫາແລກປ່ຽນເຊິ່ງລວມມີພື້ນຖານໂຄງລ່າງ, ສະຖາບັນ ແລະ ປະຊາຊົນເພື່ອພັດທະນາ AI ຢູ່ ຫວຽດນາມ, ປະຈຸບັນ ຫວຽດນາມ ມີຄວາມພ້ອມໂດຍພື້ນຖານສຳລັບທັງ 3 ເນື້ອໃນດັ່ງກ່າວ. “ຂ້າພະເຈົ້າເຊື່ອໝັ້ນຢ່າງຄົບຖ້ວນວ່າ Meta ສາມາດພັດທະນາລະບົບນິເວດຢູ່ຫວຽດນາມ ໃນອະນາຄົດອັນໃກ້ນີ້”.
ປຶກສາຫາລືກັບ Meta ກ່ຽວກັບບັນຫາອັດຕາພາສີ, ທ່ານ ດັ້ງງອກມິນ, ຮອງຫົວໜ້າກົມສ່ວຍສາອາກອນ, ຮຽກຮ້ອງໃຫ້ Meta ຕື່ມຂໍ້ມູນໃສ່ບັນດາຂໍ້ສະເໜີຂອງ Meta ເພື່ອນຳໃຊ້ສັນຍາຫຼີກລ້ຽງການເສຍພາສີຄູ່ລະຫວ່າງ ຫວຽດນາມ ແລະ ໄອແລນ. ທ່ານມິນກ່າວວ່າ, ສຳລັບຂະແໜງການລາຍຮັບຢູ່ຕະຫຼາດຫວຽດນາມ, Meta ຕ້ອງຄົ້ນຄວ້າກຳນົດທິດທາງດ້ານການຄ້າໂດຍໄວ, ເພື່ອແນໃສ່ເພີ່ມທະວີການເຊື່ອມໂຍງດ້ານນະໂຍບາຍ, ຊຸກຍູ້ການລົງທຶນດ້ານເຕັກໂນໂລຊີສູງລະຫວ່າງຫວຽດນາມ ແລະ ອາເມລິກາ, ພິເສດແມ່ນໃນບັນດາຂົງເຂດຄື AI, ເປີດຂໍ້ມູນ ແລະ ອຸປະກອນສະເໝືອນຈິງ.
ປຶກສາຫາລືກ່ຽວກັບບັນຫານີ້, ທ່ານນາງ Dao Thanh Huong, ຮອງຫົວໜ້າອົງການລົງທຶນຕ່າງປະເທດ ໃຫ້ຮູ້ວ່າ: ປະຈຸບັນ ຫວຽດນາມ ແມ່ນຈຸດໝາຍປາຍທາງຂອງບັນດານັກລົງທຶນເຕັກໂນໂລຢີຊັ້ນນຳຂອງໂລກຄື Intel, Apple... ສິ່ງດັ່ງກ່າວພິສູດໃຫ້ເຫັນສະພາບແວດລ້ອມແຫ່ງການລົງທຶນທີ່ໝັ້ນຄົງ ແລະ ເຊື່ອຖືໄດ້ຂອງຫວຽດນາມ. ທ່ານນາງເນັ້ນໜັກວ່າ, ຫວຽດນາມ ໃຫ້ບຸລິມະສິດເປັນພິເສດໃຫ້ບັນດານັກລົງທຶນໃນຂົງເຂດປະດິດສ້າງ ແລະ ເຕັກໂນໂລຢີດີຈີຕອນ ແລະ ຄາດວ່າໂດຍໄວ Meta ຈະສ້າງຕັ້ງໜ້າທີ່ການຄ້າເພື່ອຄົ້ນຄວ້າ ແລະ ປະຕິບັດບັນດາການເຄື່ອນໄຫວລົງທຶນໃນໄລຍະຍາວຢູ່ ຫວຽດນາມ.
ກ່ຽວກັບຂໍ້ສະເໜີ ແລະ ການແບ່ງປັນຈາກຫວຽດນາມ, ທ່ານນາງ Molly Montgomery ໄດ້ຮັບຮູ້ຢ່າງຄົບຖ້ວນ ແລະ ຢັ້ງຢືນວ່າ ຈະມີການຄົ້ນຄ້ວາ ແລະ ຂໍ້ສະເໜີສະເພາະໃນໄລຍະຈະມາເຖິງ, ສອດຄ່ອງກັບການກຳນົດທິດຍຸດທະສາດ ແລະ ຄວາມສາມາດບົ່ມຊ້ອນຂອງ Meta ໃນພາກພື້ນ ອາຊີ - ປາຊີຟິກ.ທີ່ມາ: https://thoibaonganhang.vn/hop-tac-phat-trien-ai-ban-dan-nham-thuc-day-can-bang-thuong-mai-164157.html
(0)