Reuters ລາຍງານໃນວັນທີ 3 ສິງຫານີ້ວ່າ: ກຸ່ມລັດອິດສະລາມ (IS) ຢືນຢັນການເສຍຊີວິດຂອງຜູ້ນຳຂອງຕົນ Abu al-Hussein al-Husseini al-Qurashi ແລະ ປະກາດຜູ້ນຳຄົນໃໝ່ Abu Hafs al-Hashimi al-Quraishi. ບໍ່ມີຂໍ້ມູນເພີ່ມເຕີມກ່ຽວກັບຜູ້ນໍາຄົນໃຫມ່ນີ້.
ຕາມໂຄສົກຂອງ IS ໃນຊ່ອງ Telegram ຂອງອົງການດັ່ງກ່າວແລ້ວ, ຜູ້ນຳ Abu al-Hussein ໄດ້ເສຍຊີວິດໃນການປະທະກັນຢູ່ພາກຕາເວັນຕົກສຽງເໜືອຂອງຊີຣີ. ໂດຍສະເພາະ, ລາວໄດ້ຖືກ "ຂ້າຕາຍຫຼັງຈາກການປະທະກັນໂດຍກົງ" ກັບກຸ່ມຫົວຮຸນແຮງ Hayat Tahrir al-Sham ໃນແຂວງ Idlib.
IS ກ່າວວ່າ ຜູ້ນຳ Abu al-Hussein al-Husseini al-Qurashi ຕາຍແລ້ວ
ຖະແຫຼງການບໍ່ໄດ້ລະບຸວ່າ Abu al-Hussein ໄດ້ເສຍຊີວິດເມື່ອໃດ. ກ່ອນໜ້ານັ້ນ, AFP ໄດ້ອ້າງຄຳເວົ້າຂອງປະທານາທິບໍດີ ຕວກກີ Recep Tayyip Erdogan ໃຫ້ຮູ້ວ່າ: ຜູ້ນຳ IS ຖືກຂ້າຕາຍໃນການປະຕິບັດງານຢູ່ ຊີຣີ ໃນວັນທີ 30 ເມສາ, ເຊິ່ງດຳເນີນໂດຍອົງການສືບລັບ MIT ຂອງ Ankara.
IS ໄດ້ປະກາດການເສຍຊີວິດຂອງຜູ້ນຳຄົນກ່ອນໜ້າຂອງຕົນ Abu Hasan al-Hashimi al-Qurashi ໃນວັນທີ 30 ພະຈິກ 2022 ແລະ ຜູ້ແທນທ່ານ Abu Hussein al-Qurashi.
ວັນທີ 30 ເມສານີ້, ອົງການສືບລັບຂອງຕວກກີ ແລະ ຕຳຫຼວດທະຫານທ້ອງຖິ່ນທີ່ສະໜັບສະໜູນໂດຍຕວກກີໄດ້ປິດລ້ອມເຂດໜຶ່ງຢູ່ເມືອງ Jindires ທາງພາກຕາເວັນຕົກສຽງເໜືອຂອງຊີຣີ. ຊາວເມືອງບາງຄົນກ່າວວ່າ ການປະຕິບັດງານໄດ້ເລີ້ມຂຶ້ນຕໍ່ຟາມປະຖິ້ມໄວ້ ທີ່ຖືກນຳໃຊ້ເປັນໂຮງຮຽນອິດສະລາມ.
Türkiye ໄດ້ສົ່ງກຳລັງທະຫານໄປຍັງພາກເໜືອຂອງຊີເຣຍນັບແຕ່ປີ 2020 ແລະຄວບຄຸມເຂດທັງໝົດດ້ວຍການຊ່ວຍເຫລືອຂອງຫລາຍກຸ່ມໃນຊີເຣຍ.
ອາເມລິກາໄດ້ດຳເນີນການເຄື່ອນໄຫວຍົນເຮລິກົບແຕຢູ່ຊີຣີໃນກາງເດືອນເມສານີ້, ໂດຍກ່າວວ່າ IS ພວມວາງແຜນໂຈມຕີຢູ່ເອີລົບ ແລະ ຕາເວັນອອກກາງ.
ກອງບັນຊາການສູນກາງອາເມລິກາກ່າວວ່າ ຕົນໄດ້ສັງຫານຜູ້ນໍາ IS ຄົນນຶ່ງໃນການປະຕິບັດງານນັ້ນ, ໂດຍລະບຸຕົວລາວເປັນ Abd-al Hadi Mahmud al-Haji Ali. ພວກຫົວຮຸນແຮງ IS ຖືກສົງໄສວ່າໄດ້ສັງຫານຢ່າງໜ້ອຍ 41 ຄົນໃນຊີເຣຍໃນວັນທີ 16 ເມສານີ້.
ໃນອາທິດທຳອິດຂອງເດືອນເມສາຜ່ານມາ, ກອງກຳລັງອາເມລິກາກ່າວວ່າໄດ້ສັງຫານຜູ້ນຳ IS ທີ່ຮັບຜິດຊອບການວາງແຜນໂຈມຕີຢູ່ເອີລົບ, ໂດຍລະບຸຕົວຜູ້ນີ້ຄື Khalid Aydd Ahmad al-Jabouri.
ແຫຼ່ງທີ່ມາ
(0)