
ພູຊາທີ່ບໍ່ສິ້ນສຸດຢູ່ເຂດ ທ່ອງທ່ຽວ ແຫ່ງຊາດ ມົກເຈົາ. ພາບ: ແມ້ງຈີ
ທີ່ພິທີສະເຫຼີມສະຫຼອງປີນີ້, ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ໄດ້ຖືກຈັດເຂົ້າໃນປະເພດແຫຼ່ງທ່ອງທ່ຽວທຳມະຊາດແຖວໜ້າ ຂອງໂລກ ໃນປີ 2025. ນີ້ແມ່ນຄັ້ງທີ 3 ທີ່ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ໄດ້ຮັບລາງວັນອັນສະຫງ່າລາສີນີ້ (ສອງຄັ້ງຜ່ານມາແມ່ນປີ 2022 ແລະ 2023).
ກ່ອນໜ້ານີ້, ໃນພິທີມອບລາງວັນການທ່ອງທ່ຽວໂລກອາຊີແລະໂອເຊເນຍ 2025 ທີ່ຈັດຂຶ້ນຢູ່ຮົງກົງ (ຈີນ), ເຂດທ່ອງທ່ຽວແຫ່ງຊາດມົກເຈົາໄດ້ຮັບກຽດເປັນຄັ້ງທີ 4 ໃນການຈັດປະເພດ "ຈຸດໝາຍທ່ອງທ່ຽວທຳມະຊາດແຖວໜ້າຂອງອາຊີ 2025".
ລາງວັນການທ່ອງທ່ຽວໂລກແມ່ນລາງວັນທີ່ມີຊື່ສຽງ ແລະໄດ້ຮັບການຍອມຮັບທົ່ວໂລກ, ເຊິ່ງເອີ້ນວ່າ “Oscars of Travel Industry”. ລາງວັນດັ່ງກ່າວໄດ້ຈັດຂຶ້ນໃນແຕ່ລະປີເພື່ອເປັນກຽດແກ່ບັນດາຈຸດໝາຍປາຍທາງທີ່ດີເດັ່ນ ແລະ ຜູ້ໃຫ້ບໍລິການດ້ານການທ່ອງທ່ຽວທີ່ມີຄຸນນະພາບ.

ສີສັນລະດູໃບໄມ້ປົ່ງຢູ່ບັນດາໝູ່ບ້ານທ່ອງທ່ຽວແຫ່ງຊາດ ມົກເຈົາ. ພາບ: ແມ້ງຈີ
ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ໄດ້ຮັບກຽດເປັນແຫຼ່ງທ່ອງທ່ຽວທຳມະຊາດແຖວໜ້າຂອງໂລກໃນປີ 2025, ສືບຕໍ່ຢືນຢັນທີ່ຕັ້ງ ແລະ ຄວາມດຶງດູດຂອງການທ່ອງທ່ຽວ ມົກເຈົາ, ພ້ອມທັງສະແດງໃຫ້ເຫັນຄວາມຮັບຮູ້ຂອງປະຊາຄົມໂລກກ່ຽວກັບຄວາມມານະພະຍາຍາມພັດທະນາແບບຍືນຍົງຂອງທ້ອງຖິ່ນ. ນີ້ກໍແມ່ນກຳລັງໜູນເພື່ອໃຫ້ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ສືບຕໍ່ລົງທຶນ, ຊຸກຍູ້ ແລະ ຍົກສູງຄຸນນະພາບການບໍລິການ, ເໝາະສົມກັບເຂດທ່ອງທ່ຽວແຫ່ງຊາດ.
ທີ່ມາ: https://baosonla.vn/du-lich/khu-du-lich-quoc-gia-moc-chau-lan-thu-3-duoc-vinh-danh-la-diem-den-thien-nhien-hang-dau-khu-vuc-the-gioi-cLHf9nGvg.html










(0)