ທ່ານກິມເຊື່ອໝັ້ນວ່າ, ການຢ້ຽມຢາມແມ່ນໂອກາດສຳຄັນໃນການເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່.
ຄະນະຜູ້ແທນຣັດເຊຍແລະສ.ເກົາຫຼີໄດ້ຈັດງານລ້ຽງຢ່າງເປັນທາງການໃນວັນທີ 13 ກັນຍານີ້
ການນຳສອງທ່ານໄດ້ແລກປ່ຽນກ່ຽວກັບຜົນສຳເລັດອັນໃຫຍ່ຫຼວງ ແລະ ປະສົບການຂອງການຮ່ວມມືກໍ່ສ້າງທີ່ບັນລຸໄດ້ໃນຂົງເຂດການເມືອງ, ເສດຖະກິດ, ການທະຫານ ແລະ ວັດທະນະທຳ, ເປັນທິດທາງພັດທະນາເພື່ອຄວາມຈະເລີນຮຸ່ງເຮືອງຂອງສອງປະເທດ ແລະ ປະຊາຊົນ. ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບບັນຫາການຮ່ວມມືຢ່າງທັນການໃນການປົກປັກຮັກສາອະທິປະໄຕ, ການພັດທະນາ ແລະ ຜົນປະໂຫຍດຂອງສອງປະເທດ, ສັນຕິພາບ , ຄວາມໝັ້ນຄົງຢູ່ພາກພື້ນ, ໃນໂລກ ແລະ ຍຸຕິທຳສາກົນ. ທ່ານກິມກ່າວວ່າ, ພ້ອມແລ້ວທີ່ຈະຮ່ວມມືກັບທ່ານປູຕິນໃນ "ແຜນການ 100 ປີ" ເພື່ອສ້າງການພົວພັນທີ່ໝັ້ນຄົງລະຫວ່າງສອງປະເທດ.
ທ່ານກິມຈອງອຶນເດີນທາງໄປຮອດຣັດເຊຍ,ພົບປະເຈລະຈາກັບປະທານາທິບໍດີປູຕິນ
ອົງການຂ່າວ TASS ໄດ້ອ້າງຄຳເວົ້າຂອງໂຄສົກວັງ Kremlin ທ່ານ Dmitry Peskov ທີ່ກ່າວວ່າ ການເຈລະຈາດັ່ງກ່າວ “ມີເນື້ອໃນສຳຄັນຫຼາຍ”. ຫຼັງຈາກງານລ້ຽງອາຫານຄ່ຳຢ່າງເປັນທາງການ, ທ່ານກິມໄດ້ເຊື້ອເຊີນທ່ານປູຕິນໄປຢ້ຽມຢາມສ.ເກົາຫຼີໃນເວລາທີ່ເໝາະສົມ ແລະຜູ້ນຳຣັດເຊຍກໍຍອມຮັບ. ວັນທີ 14 ກັນຍານີ້, ທ່ານກິມໄດ້ສືບຕໍ່ໄປຢ້ຽມຢາມບັນດາເມືອງຕ່າງໆຂອງເມືອງ Komsomolsk-on-Amur ແລະ Vladivostok ຂອງຣັດເຊຍ.
ແຫຼ່ງທີ່ມາ






(0)