• ອົງການ Corea Peace3000 ໃຫ້ການ​ຊ່ວຍ​ເຫລືອ​ປະກັນ​ສັງຄົມ​ເປັນ​ມູນ​ຄ່າ​ກວ່າ 2,6 ຕື້​ດົ່ງ
  • ນັກຮຽນ 50 ຄົນຢູ່ ກ່າເມົາ ໄດ້ຮັບທຶນການສຶກສາ Corea Peace3000
  • ອົງການ Corea Peace3000 ໜູນ​ຊ່ວຍ​ເຮືອນ​ຊານ ​ແລະ ກໍ່ສ້າງ​ຂົວ​ໃຫ້​ກ່າ​ເມົາ

ການ​ເຮັດ​ວຽກ​ໄດ້​ດຳ​ເນີນ​ໄປ​ໃນ​ບັນຍາກາດ​ທີ່​ເປີດ​ກວ້າງ ​ແລະ ກໍ່ສ້າງ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ພົວພັນ​ຮ່ວມ​ມື​ອັນ​ສະໜິດສະໜົມ​ລະຫວ່າງ​ສອງ​ປະ​ເທດ​ໃນ​ການ​ເຄື່ອນ​ໄຫວ​ການ​ທູດ​ລະຫວ່າງ​ປະຊາຊົນ ​ແລະ ການ​ຊ່ວຍ​ເຫຼືອ​ປະຊາ​ຄົມ.

2 ຝ່າຍ​ໄດ້​ແບ່ງປັນ​ແຜນການ​ເຮັດ​ວຽກ, ຕີ​ລາຄາ​ໝາກຜົນ​ການ​ປະຕິບັດ​ໂຄງການ​ໃນ 6 ​ເດືອນ​ຕົ້ນ​ປີ 2025 ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ທິດ​ທາງ​ການ​ສະໜອງ​ທຶນ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານ Park Chang II ກ່າວ​ວ່າ, ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ຄະນະ​ຜູ້​ແທນ​ຈະ​ດຳ​ເນີນ​ການ​ສຳ​ຫຼວດພາກ​ພື້ນ, ກວດກາ​ຄວາມ​ຄືບ​ໜ້າ​ຂອງ​ໂຄງການ​ທີ່​ຍັງ​ຄົງ​ຄ້າງ, ​ແລະ ​ເຮັດ​ວຽກ​ຮ່ວມ​ກັບ​ທ້ອງ​ຖິ່ນ ​ແລະ ຫົວໜ່ວຍ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈຳນວນ​ໜຶ່ງ​ເພື່ອ​ແນ​ໃສ່​ຊອກ​ຫາ​ການ​ສະໜັບສະໜູນ​ໃນ​ໄລຍະ​ຕໍ່​ໄປ.

ຊົມ​ເຊີຍ​ການ​ສົມທົບ​ກັນ​ຢ່າງ​ມີ​ປະສິດທິ​ຜົນ​ຂອງ​ແຂວງ ກ່າ​ເມົາ, ທ່ານ Park Chang II ​ເນັ້ນ​ໜັກ​ວ່າ: “ແຂວງ​ໄດ້​ນຳ​ໃຊ້​ແຫຼ່ງທຶນ​ຢ່າງ​ເໝາະ​ສົມ, ​ໂປ່​ງ​ໃສ ​ແລະ ມີ​ປະສິດທິ​ຜົນ, Corea Peace3000 ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ສົມທົບ​ກັບ​ທ້ອງ​ຖິ່ນ​ໃນ​ການ​ເຄື່ອນ​ໄຫວ​ຊຸມ​ຊົນ, ​ໂດຍ​ສະ​ເພາະ​ແມ່ນ​ການ​ໜູນ​ຊ່ວຍ ​ການ​ສຶກສາ , ຂົວ​ຈະລາຈອນ ​ແລະ ທີ່ຢູ່​ອາ​ໄສ​ໃຫ້​ປະຊາຊົນ​ຢູ່​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.”

ທ່ານ ຫງວຽນ​ດົງ​ກອຍ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ໜູນ​ຊ່ວຍ​ຕົວ​ຈິງ​ຂອງ​ອົງການ​ດັ່ງກ່າວ. ທ່ານໃຫ້ຮູ້ວ່າ: “ແຕ່ປີ 2012 ມາຮອດປະຈຸບັນ, ອົງການ Corea Peace3000 ໄດ້ໜູນຊ່ວຍກໍ່ສ້າງເຮືອນການກຸສົນ 1.000 ກວ່າຫຼັງ, ຂົວຈະລາຈອນຊົນນະບົດ 70 ກວ່າແຫ່ງ, ສະເພາະເຄິ່ງຕົ້ນປີ 2025, ອົງການດັ່ງກ່າວໄດ້ໜູນຊ່ວຍ 74 ບ້ານ, ຂົວ 3 ແຫ່ງ, ດ້ວຍມູນຄ່າທັງໝົດ 2 ຕື້ກວ່າດົ່ງ”.

ທີ່​ການ​ພົບ​ປະ, 2 ຝ່າຍ​ໄດ້​ຕີ​ລາຄາ​ບັນດາ​ປະສິດທິ​ຜົນ​ຂອງ​ບັນດາ​ຮູບ​ແບບ​ໜູນ​ຊ່ວຍ​ຢ່າງ​ກວ້າງຂວາງ​ຄື: ທຶນ​ສຶກສາ​ໃຫ້​ນັກຮຽນ​ຜູ້​ດ້ອຍ​ໂອກາດ, ກໍ່ສ້າງ​ເຮືອນ​ໃຫ້​ຜູ້​ທຸກ​ຍາກ, ຂົວ ​ແລະ ​ເສັ້ນທາງ​ໃຫ້​ປະຊາຊົນ. ຄາດ​ວ່າ​ໃນ​ເຄິ່ງປີ 2025, ອົງການ​ຈະ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ຕົວ​ແບບ​ຢ່າງ​ມີ​ປະສິດທິ​ຜົນ, ຍົກ​ລະດັບ​ອຸປະກອນ​ໂຮງຮຽນ, ກໍ່ສ້າງ​ຂົວ, ບ້ານ​ຢູ່​ເຂດ​ດ້ອຍ​ໂອກາດ​ຕື່ມ​ອີກ.

2 ຝ່າຍ​ໄດ້​ຖ່າຍຮູບ​ທີ່​ລະ​ນຶກ, ສະ​ແດງ​ໃຫ້​ເຫັນ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ.

ລາດຊະວົງ

ທີ່ມາ: https://baocamau.vn/lien-hiep-huu-nghi-tinh-ca-mau-tiep-va-lam-viec-voi-doan-to-chuc-the-corea-peace3000-a40013.html