ລັດຖະບານ ໄທໄດ້ອອກຄຳເຕືອນກ່ຽວກັບຄວາມຮ້ອນທີ່ຮຸນແຮງໃນອີກບໍ່ເທົ່າໃດມື້ຂ້າງໜ້າ. ນອກຈາກນີ້, ຍັງແນະນຳໃຫ້ປະຊາຊົນຫຼີກລ່ຽງກິດຈະກຳກາງແຈ້ງຍ້ອນຄວາມສ່ຽງຂອງການເປັນລົມແດດ.
ກົມອຸຕຸນິຍົມວິທະຍາຂອງໄທກ່າວວ່າ ນັບແຕ່ນີ້ຈົນຮອດວັນທີ 11 ເມສາ ຄວາມກົດດັນອາກາດສູງຈາກປະເທດຈີນຈະແຜ່ລົງມາສູ່ພາກເໜືອຂອງປະເທດໄທ ແລະ ທະເລຈີນໃຕ້, ໃນຂະນະທີ່ລົມຕາເວັນອອກ ແລະ ຕາເວັນອອກສຽງໃຕ້ຈະພັດເອົາຄວາມຊຸ່ມຊື່ນຈາກທະເລເຂົ້າມາພາຍໃນປະເທດ, ເຮັດໃຫ້ເກີດອາກາດຮ້ອນຫຼາຍ.
ພາກເໜືອຈະຮ້ອນທີ່ສຸດໃນປະເທດ ໂດຍອຸນຫະພູມສູງສຸດຄາດວ່າຈະສູງເຖິງ 43 ອົງສາ ເຊນຊຽດ ໃນຂະນະທີ່ນະຄອນຫຼວງບາງກອກຈະມີອຸນຫະພູມສູງສຸດ 39 ອົງສາ ເຊນຊຽດ.
ໃນຂະນະດຽວກັນ, ອີງຕາມລັດຖະບານໄທ, ອຸນຫະພູມໃນບາງພື້ນທີ່ຂອງປະເທດໄດ້ສູງເຖິງ 44.5 ອົງສາ ເຊນຊຽດ, ແລະ ໄດ້ອອກຄຳເຕືອນກ່ຽວກັບຄວາມຮ້ອນຮຸນແຮງສຳລັບ 21 ແຂວງ ແລະ ນະຄອນ, ໂດຍແນະນຳໃຫ້ປະຊາຊົນຫຼີກລ່ຽງການຢູ່ກາງແຈ້ງເປັນເວລາດົນເພື່ອປ້ອງກັນອາການເປັນลมແດດ.

ກົມອຸຕຸນິຍົມວິທະຍາຂອງໄທຄາດຄະເນວ່າປີນີ້ອາດຈະເປັນ "ປີທີ່ຮ້ອນທີ່ສຸດ ແລະ ແຫ້ງແລ້ງທີ່ສຸດເທົ່າທີ່ເຄີຍມີມາ" ຂອງປະເທດ, ໂດຍມີໄພແຫ້ງແລ້ງທີ່ອາດຈະເກີດຂຶ້ນໃນພາກກາງ ແລະ ພາກຕາເວັນອອກ.
ຄື້ນຄວາມຮ້ອນໃນປະເທດໄທຄາດວ່າຈະແກ່ຍາວໄປຈົນຮອດຕົ້ນເດືອນໜ້າ. ໃນຊ່ວງເວລານີ້ອາດຈະມີຝົນຕົກໜັກ, ແຕ່ປະລິມານນ້ຳຝົນອາດຈະຕໍ່າກວ່າລະດັບສະເລ່ຍປະຈຳປີ 30%.
ແຫຼ່ງຂໍ້ມູນ






(0)