
ທ່ານ Telce Abdel Gonzalez Morera, ຮອງລັດຖະມົນຕີກະຊວງ ກະສິກຳ ກູບາ; ທ່ານ Rogelio Polanco Fuentes, ເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ; ທ່ານ ຫວູວັນມິນ, ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນໂຮ່ຈີມິນ; ທ່ານ ຟ້າມມິງຕວນ, ຮອງປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ; ແລະ ຜູ້ຕາງໜ້າຈາກຫຼາຍທ້ອງຖິ່ນພາກໃຕ້ໄດ້ເຂົ້າຮ່ວມພິທີ.

ທີ່ພິທີ, ທ່ານນາງ Ariadne Feo Labrada, ກົງສຸນໃຫຍ່ ກູບາ ປະຈຳນະຄອນ ໂຮ່ຈີມິນ ແບ່ງປັນວ່າ, ວັນທີ 2/12/1960, ກູບາ ໄດ້ກາຍເປັນປະເທດທຳອິດໃນຊີກໂລກຕາເວັນຕົກທີ່ສ້າງການພົວພັນກັບ ຫວຽດນາມ. ນັບແຕ່ນັ້ນມາ, ກູບາ ແລະ ຫວຽດນາມ ໄດ້ສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອອັນແໜ້ນແຟ້ນ, ບົນພື້ນຖານການຕໍ່ສູ້ເພື່ອເອກະລາດ ແລະ ຍຸຕິທຳສັງຄົມ, ໃນການນຳພາຂອງພັກ, ລັດ ແລະ ປະຊາຊົນສອງປະເທດ. ການພົວພັນແບບພິເສດດັ່ງກ່າວກ້າວໄປສູ່ຂອບເຂດ ການເມືອງ ແລະ ການທູດ, ແມ່ນສັນຍາລັກແຫ່ງຄວາມສາມັກຄີ ແລະ ຄວາມຮັກແພງອັນເລິກເຊິ່ງລະຫວ່າງປະຊາຊົນສອງປະເທດ, ໄດ້ຮັບການບຳລຸງສ້າງໂດຍປະທານ ໂຮ່ຈີມິນ ແລະ ການນຳ Fidel Castro Ruz.
ປີແຫ່ງການພົວພັນມິດຕະພາບຫວຽດນາມ - ກູບາ 2025 ແມ່ນປີທີ່ເຕັມໄປດ້ວຍບັນດາຜົນງານ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ. ໃນສະພາບການນັ້ນ, ຢູ່ພາກໃຕ້, ສະຖານກົງສູນໃຫຍ່ ກູບາ ປະຈຳນະຄອນ ໂຮ່ຈີມິນ ກໍ່ໄດ້ມານະພະຍາຍາມຊຸກຍູ້ການເຄື່ອນໄຫວສາມັກຄີ, ແລກປ່ຽນທຸລະກິດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ, ຢືນຢັນຄຳໝັ້ນສັນຍາສືບຕໍ່ເພີ່ມທະວີການພົວພັນຮ່ວມມືດ້ານການເມືອງ, ເສດຖະກິດ ແລະ ການຮ່ວມມືລະຫວ່າງ 2 ປະເທດ.
ທ່ານນາງ Ariadne Feo Labrada ຂອບໃຈປະຊາຊົນ ຫວຽດນາມ, ພິເສດແມ່ນນະຄອນ ໂຮ່ຈີມິນ ແລະ ບັນດາແຂວງພາກໃຕ້ ໄດ້ປະກອບສ່ວນ ແລະ ໜູນຊ່ວຍໃຫ້ ກູບາ ຜ່ານໂຄງການແຫ່ງຊາດໂດຍ ສະພາກາແດງ ຫວຽດນາມ ແລະ ໂຄງການ “ແສງຕາເວັນບໍ່ມີພົມແດນ” ຈັດຕັ້ງໂດຍສະມາຄົມມິດຕະພາບ ຫວຽດນາມ - ກູບາ ນະຄອນ ໂຮ່ຈີມິນ. ພ້ອມທັງສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງເຖິງບັນດາການນຳ, ປະຊາຄົມວິສາຫະກິດ ແລະປະຊາຊົນສອງປະເທດທີ່ໄດ້ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ-ກູບາ ໃນໄລຍະ 65 ປີຜ່ານມາ.

ຕາງໜ້າການນຳນະຄອນ, ທ່ານ ໂງວັນມິງ, ປະທານສະພາປະຊາຊົນນະຄອນ ໂຮ່ຈີມິນ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ໃຫ້ຮູ້ວ່າ: ການສ້າງຕັ້ງການພົວພັນ ຫວຽດນາມ - ກູບາ ເມື່ອ 65 ປີຜ່ານມາ ແມ່ນຂີດໝາຍສຳຄັນໃນປະຫວັດສາດແຫ່ງການພັດທະນາຂອງ 2 ປະເທດ, ເປັນສັນຍາລັກແຫ່ງການພົວພັນອັນໝັ້ນຄົງ ແລະ ໝັ້ນຄົງທະນົງແກ່ນຕະຫຼອດການ. ປະຈຸບັນ, ໃນສະພາບການສັນຕິພາບ, ເມື່ອການຮ່ວມມື ແລະ ພັດທະນາແມ່ນທ່າອ່ຽງໃຫຍ່ຂອງຍຸກສະໄໝ, ນ້ຳໃຈມິດຕະພາບແບບພິເສດຫວຽດນາມ - ກູບາ ສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ພັດທະນາຂຶ້ນສູ່ລະດັບສູງໃໝ່ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.
ທ່ານ ໂງວັນມິນ ໃຫ້ຮູ້ວ່າ, ຢູ່ທ້ອງຖິ່ນ, ດ້ວຍຈິດໃຈເອື້ອເຟື້ອເພື່ອແຜ່ ແລະ ຄວາມຮັບຜິດຊອບສາກົນ, ນະຄອນ ໂຮ່ຈີມິນ ຍາມໃດກໍ່ພ້ອມແລ້ວທີ່ຈະແບ່ງປັນປະສົບການ, ພ້ອມກັບ ກູບາ ໃນບັນດາຂົງເຂດເຊິ່ງນະຄອນມີຈຸດແຂງຄື: ເສດຖະກິດ, ການຄ້າ, ກະສິກຳເຕັກໂນໂລຢີສູງ, ນຳໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນການຜະລິດ, ການສຶກສາ ແລະ ບຳລຸງສ້າງ, ສາທາລະນະສຸກ ແລະຫັນເປັນດີຈີຕອນ. ນະຄອນ ໂຮ່ຈີມິນ ກໍ່ຖືເປັນສຳຄັນການຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ເພີ່ມທະວີການພົວພັນຮ່ວມມືດ້ານທຸລະກິດ, ເປີດກວ້າງການຮ່ວມມືຊາວໜຸ່ມ, ວັດທະນະທຳ ແລະ ທ່ອງທ່ຽວ - ຂົວຕໍ່ແບບຍືນຍົງ ຊ່ວຍໃຫ້ສອງຝ່າຍມີຄວາມເຂົ້າໃຈກັນດີຂຶ້ນ, ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ພັດທະນາຮ່ວມກັນຢ່າງໝັ້ນຄົງ ແລະ ຍືນຍົງໃນໄລຍະຍາວ.
ການນຳນະຄອນ ໂຮ່ຈີມິນ ຢືນຢັນວ່າ: ດ້ວຍຮີດຄອງປະເພນີ “ຄວາມສັດຊື່, ຮັກແພງ” ແມ່ນຄວາມງາມຂອງນະຄອນ ຊື່ງແມ່ນລຸງໂຮ່, ນະຄອນ ໂຮ່ຈີມິນ ຢືນຢັນວ່າ ຍາມໃດກໍ່ແມ່ນເພື່ອນມິດທີ່ຈິງໃຈ, ສະເໝີຕົ້ນສະເໝີປາຍ, ສືບຕໍ່ພ້ອມກັບກູບາ ບົນເສັ້ນທາງພັດທະນາ; ເພີ່ມທະວີການຮ່ວມມືຜ່ານຜ່າຄວາມຫຍຸ້ງຍາກ ແລະ ໄດ້ຮັບຮູ້ບັນດາຄຸນຄ່າອັນສູງສົ່ງທີ່ເປັນເອກະພາບຂອງປະຊາຊົນສອງປະເທດມາເປັນເວລາ 6 ທົດສະວັດ.

ທີ່ພິທີ, ຜູ້ຕາງໜ້າຄະນະຈັດຕັ້ງໂຄງການລະດົມທຶນ “ຕາເວັນບໍ່ມີພົມແດນ” ໂດຍສະມາຄົມມິດຕະພາບ ຫວຽດນາມ - ກູບາ ນະຄອນ ໂຮ່ຈີມິນ ແລະ ໜັງສືພິມຫຼາຍສະບັບຂອງນະຄອນ ໄດ້ມອບລະບົບໄຟຟ້າແສງຕາເວັນ 15 ແຫ່ງ ໃຫ້ທ່ານນາງ Ariadne Feo Labrada, ກົງສຸນໃຫຍ່ ສາທາລະນະລັດ ກູບາ ປະຈຳນະຄອນ ໂຮ່ຈີມິນ.
ທີ່ມາ: https://baotintuc.vn/thoi-su/tp-ho-chi-minh-san-sang-chia-se-kinh-nghiem-va-dong-hanh-cung-cuba-20251209205404043.htm










(0)