ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຖືວ່າ: ຄວາມຮັບຜິດຊອບຂອງການຊຸກຍູ້ກົດໝາຍທຸກຂັ້ນຕ້ອງໄດ້ຮັບການປະກອບສ່ວນຂອງບັນດາປະເທດສະມາຊິກສະຫະປະຊາຊາດ, ແມ່ນກະແຈເພື່ອແນໃສ່ເພີ່ມທະວີລັດທິຫຼາຍຝ່າຍ.

ໃນຊຸມມື້ມໍ່ໆມານີ້, ຄະນະກຳມະການກົດໝາຍສາກົນ (ຄະນະກຳມະການທີ 6) ຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 79 ໄດ້ດຳເນີນການປຶກສາຫາລືກ່ຽວກັບການຊຸກຍູ້ລະບຽບກົດໝາຍໃນລະດັບຊາດ ແລະ ສາກົນ, ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາປະເທດສະມາຊິກຂອງສະຫະປະຊາຊາດ ແລະ ນັກສັງເກດການ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານກອງປະຊຸມສະໄໝສາມັນເທື່ອທີ 79 ຂອງສະມັດຊາໃຫຍ່ສະຫະປະຊາຊາດ ທ່ານ Philemon Yang, ຮອງເລຂາທິການໃຫຍ່ ສປຊ Amina J. Mohammed ແລະ ຜູ້ຕາງຫນ້າຂອງຫຼາຍປະເທດໄດ້ເນັ້ນໜັກເຖິງການພົວພັນທີ່ໃກ້ຊິດລະຫວ່າງການເພີ່ມທະວີການປົກຄອງ ແລະ ສະຖຽນລະພາບ ແລະ ການພັດທະນາ; ຢືນຢັນວ່າ: ການກໍ່ສ້າງລະບົບກົດໝາຍທີ່ຍຸຕິທຳ, ໂປ່ງໃສ ແລະ ເປັນເອກະພາບ ແລະ ການເຄື່ອນໄຫວຂອງອົງການຕຸລາການຢ່າງມີປະສິດທິຜົນ ແມ່ນບົດບາດສຳຄັນໃນການຮັບປະກັນສິດທິມະນຸດ, ໃນນັ້ນມີສິດໃນການເຂົ້າເຖິງ ຄວາມຍຸຕິທຳ , ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ສະກັດກັ້ນການປະທະກັນ, ແກ້ໄຂຂໍ້ຂັດແຍ່ງໂດຍສັນຕິ ບົນພື້ນຖານຫຼັກການພື້ນຖານຂອງກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ. ເອກະສານກອງປະຊຸມສຸດຍອດໃນອະນາຄົດໄດ້ຮັບຮອງເອົາໂດຍຜູ້ນຳລະດັບສູງຂອງປະເທດໃນເດືອນກັນຍາຜ່ານມາ.
ຄຽງຄູ່ກັບບັນດາຜົນງານທີ່ບັນລຸໄດ້ໃນການພັດທະນາກົດໝາຍສາກົນ ແລະ ເພີ່ມທະວີລະບຽບກົດໝາຍທັງລະດັບຊາດ ແລະ ສາກົນ, ຫຼາຍປະເທດສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບການຜັນຂະຫຍາຍບັນດາຂໍ້ຂັດແຍ່ງ ແລະ ຈຸດຮ້ອນຢູ່ໃນ ໂລກ , ແມ່ນບັນດາສິ່ງທ້າທາຍຫຼາຍຢ່າງທີ່ປະຊາຄົມໂລກຕ້ອງສືບຕໍ່ແກ້ໄຂ.
ເຂົ້າຮ່ວມການໂອ້ລົມສົນທະນາທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຈູງ - ຫົວໜ້າຄະນະປະຈຳຫວຽດນາມ ປະຈຳສະຫະປະຊາຊາດ ໃຫ້ຮູ້ວ່າ: ຄວາມຮັບຜິດຊອບໃນການຊຸກຍູ້ ແລະ ຮັກສາລະບຽບກົດໝາຍທຸກຂັ້ນ ຕ້ອງໄດ້ຮັບການສົມທົບກັບບັນດາປະເທດສະມາຊິກ ສປຊ; ນີ້ແມ່ນກຸນແຈໃນການສ້າງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີຄຳໝັ້ນສັນຍາ ແລະ ຮັດແໜ້ນລັດທິຫຼາຍຝ່າຍ.
ໂດຍແມ່ນປະເທດທີ່ສະເໝີຕົ້ນສະເໝີປາຍປະຕິບັດກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ, ຫວຽດນາມ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງປະຊາຄົມໂລກໃນໄລຍະມໍ່ໆມານີ້ໃນການຊຸກຍູ້ລະບຽບກົດໝາຍເພື່ອຕອບສະໜອງບັນດາສິ່ງທ້າທາຍທີ່ພົ້ນເດັ່ນໃນທົ່ວໂລກ, ໃນນັ້ນມີການຜັນຂະຫຍາຍສົນທິສັນຍາສາກົນໃໝ່ກ່ຽວກັບອາດຊະຍາກຳທາງອິນເຕີແນັດ, ການຮ່ວມມືດ້ານພາສີສາກົນ ແລະ ຫຼາຍບັນຫາສຳຄັນສຳລັບຊີວິດສາກົນ; ຢືນຢັນວ່າ ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນບັນດາຂະບວນການນີ້ ແລະ ບັນລຸໄດ້ຫລາຍໝາກຜົນໃນການສ້າງກົດໝາຍ ແລະ ລະບົບຕຸລາການພາຍໃນໃຫ້ສົມບູນແບບ.
ໃນຖານະເປັນຜູ້ຮ່ວມກໍ່ຕັ້ງ UNCLOS (ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982) ກຸ່ມເພື່ອນມິດ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າຍຢາງ ໃຫ້ຮູ້ວ່າ: ຫວຽດນາມ ພວມສົມທົບກັບບັນດາປະເທດເພື່ອສະເຫຼີມສະຫຼອງ 30 ປີແຫ່ງວັນສົນທິສັນຍາມີຜົນສັກສິດ, ເນັ້ນໜັກເຖິງຄວາມສຳຄັນຂອງການປົກປ້ອງວິສາມັນ, ເອກະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງທະເລທົ່ວໂລກຂອງ ສປຊ.

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຖືວ່າ: ຫວຽດນາມ ເດັດດ່ຽວຮັກສາຫຼັກໝັ້ນຂອງຕົນ ທີ່ວ່າທຸກການຂັດແຍ້ງຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ຕາມກົດໝາຍສາກົນ.
ບົນພື້ນຖານຫຼັກໝັ້ນດັ່ງກ່າວ, ຫວຽດນາມ ໄດ້ສະແດງຄວາມວິຕົກກັງວົນຕໍ່ບັນດາການຜັນແປໃນໄລຍະມໍ່ໆມານີ້ຢູ່ທະເລຕາເວັນອອກ, ຮຽກຮ້ອງທຸກຝ່າຍຕ້ອງປະຕິບັດພັນທະຂອງ UNCLOS ຢ່າງຄົບຖ້ວນ, ເຄົາລົບຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ອົດກັ້ນ, ແກ້ໄຂການພິພາດໂດຍສັນຕິວິທີ ແລະ ເຄົາລົບບັນດາຂະບວນການທາງ ການທູດ ແລະ ກົດໝາຍ. ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະປະຕິບັດ DOC ຢ່າງຄົບຖ້ວນ ແລະ ສືບຕໍ່ປຶກສາຫາລືຢ່າງຕັ້ງໜ້າກັບບັນດາປະເທດເພື່ອຜັນຂະຫຍາຍປະມວນຂໍ້ກຳນົດທີ່ມີລັກສະນະແທດຈິງ, ມີປະສິດທິຜົນຢູ່ທະເລຕາເວັນອອກ (COC) ຕາມກົດໝາຍສາກົນ, ໃນນັ້ນມີ UNCLOS.
ທ່ານຫົວໜ້າຄະນະຜູ້ແທນຖາວອນຫວຽດນາມ ຢືນຢັນວ່າ: ສືບຕໍ່ຕັ້ງໜ້າເຂົ້າຮ່ວມບັນດາເວທີປາໄສກົດໝາຍສາກົນໃນໄລຍະມໍ່ໆມານີ້, ເປັນຄັ້ງທຳອິດ, ຫວຽດນາມ ໄດ້ສະເໜີທ່ານດຣ ຫງວຽນລານແອງ, ຜູ້ອຳນວຍການສະຖາບັນທະເລຕາເວັນອອກ, ເປັນຄະນະກຳມະການສາກົນກ່ຽວກັບກົດໝາຍທະເລ (ITLOS) ອາຍຸການ 2026-2035 ເພື່ອແນໃສ່ເພີ່ມທະວີຄວາມມຸ່ງມາດປາດຖະໜາ.
ບົນຈິດໃຈເອົາໃຈໃສ່ເຖິງການເປັນຕົວແທນທີ່ສະເໝີພາບທາງພູມສາດ ແລະ ການເຂົ້າຮ່ວມ, ຄວາມສະເໝີພາບລະຫວ່າງຍິງຊາຍໃນບັນດາກົນໄກຫຼາຍຝ່າຍ ແລະ ບັນດາອົງການນິຕິກຳສາກົນ, ຫວຽດນາມ ຮຽກຮ້ອງບັນດາປະເທດສະມາຊິກ ແລະ ບັນດາອົງການສະຫະປະຊາຊາດ ສືບຕໍ່ປະຕິບັດບັນດາໂຄງການໜູນຊ່ວຍສ້າງກຳລັງແຮງໃຫ້ແມ່ຍິງຈາກທຸກຂົງເຂດ, ພິເສດແມ່ນແມ່ຍິງບັນດາປະເທດພວມພັດທະນາ, ສ້າງກາລະໂອກາດປະກອບສ່ວນສຳຄັນເຂົ້າໃນຂົງເຂດກົດໝາຍສາກົນ.
ຄະນະກຳມະການນິຕິກຳສາກົນ (ຄະນະກຳມະການ 6) ແມ່ນໜຶ່ງໃນ 6 ຄະນະກຳມະການຕົ້ນຕໍຂອງສະມັດຊາໃຫຍ່ສະຫະປະຊາຊາດ, ປະກອບດ້ວຍຜູ້ຕາງໜ້າຂອງ 193 ປະເທດສະມາຊິກສະຫະປະຊາຊາດ, ມີໜ້າທີ່ກວດກາ, ປຶກສາຫາລື ແລະ ປະກອບສ່ວນຊຸກຍູ້ການພັດທະນາກົດໝາຍສາກົນໃຫ້ກ້າວໜ້າ.
ຄະນະກຳມະການທີ 6 ຄາດວ່າຈະປຶກສາຫາລືເກືອບ 30 ຫົວຂໍ້, ໃນນັ້ນມີບັນດາຫົວຂໍ້ທີ່ພົ້ນເດັ່ນຄື: ການເຄື່ອນໄຫວຂອງຄະນະກຳມະການກົດໝາຍສາກົນ, ມາດຕະການລົບລ້າງການກໍ່ການຮ້າຍສາກົນ, ຕ້ານອາດຊະຍາກຳຕ້ານມະນຸດຊາດ.
ຊຸກຍູ້ການປົກປັກຮັກສາກົດໝາຍໃນລະດັບຊາດ ແລະ ສາກົນ ແມ່ນໜຶ່ງໃນບັນດາຫົວຂໍ້ທີ່ກ່ຽວຂ້ອງຂອງຄະນະກຳມະການທີ 6 ໃນແຕ່ລະປີ (ປີນີ້ມີເກືອບ 100 ຄຳປາໄສ), ແມ່ນເວທີປາໄສບັນດາປະເທດສະມາຊິກ ສປຊ ຍົກອອກບັນດາບັນຫາກົດໝາຍສາກົນຢ່າງກ້ວາງຂວາງ ແລະ ແທດຈິງ./.
(0)