ຕາມສັນຍາຮ່ວມມືແລ້ວ, ທະນາຄານ VietinBank ຈະສະໜອງບັນດາມາດຕະການແກ້ໄຂສິນເຊື່ອໃຫ້ບັນດານັກລົງທຶນສະຖານີສາກໄຟ, ພິເສດແມ່ນບັນດາຄູ່ຮ່ວມມື franchise V-Green. ຊຸດສະໜັບສະໜູນດ້ານການເງິນນີ້ມີ ເຖິງ 4.000 ຕື້ດົ່ງ , ຖືກອອກແບບດ້ວຍນະໂຍບາຍຈູງໃຈທີ່ດຶງດູດໃຈເພື່ອແນໃສ່ປັບປຸງການເຂົ້າເຖິງແຫຼ່ງທຶນ ແລະ ເປີດໂອກາດໃຫ້ນັກລົງທຶນ . ນີ້ໄດ້ຮັບຖືວ່າແມ່ນ ບາດກ້າວສຳຄັນໃນການປະຕິບັດວິໄສທັດຂອງ V-Green ໃນການກໍ່ສ້າງລະບົບນິເວດຄົມມະນາຄົມແບບຍືນຍົງ ແລະ ທັນສະໄໝຢູ່ ຫວຽດນາມ.
ຜ່ານ ຂໍ້ຕົກລົງຮ່ວມມື ລະຫວ່າງ VietinBank ແລະ V-Green, ບັນດານັກລົງທຶນ ສະຖານີສາກໄຟ ສາມາດໄດ້ຮັບ ການໜູນຊ່ວຍ ດ້ານສິນເຊື່ອ ເຖິງ 70% ຍອດມູນຄ່າການລົງທຶນທັງໝົດ , ໂດຍມີ ອາຍຸການກູ້ຢືມທີ່ຢືດຢຸ່ນເຖິງ 5 ປີ. ນັກລົງທຶນສາມາດ ເລືອກໃຊ້ ສະຖານີສາກໄຟດ້ວຍຕົນເອງ ຫຼືຊັບສິນປະເພດອື່ນ ເປັນຫຼັກປະກັນ . ພິເສດ, ທະນາຄານ VietinBank ຈະນຳໃຊ້ອັດຕາດອກເບ້ຍບຸລິມະສິດພຽງ 6,3%/ປີ ສຳລັບລູກຄ້າວິສາຫະກິດ ແລະ ພຽງ 6,5%/ປີ ສຳລັບລູກຄ້າບຸກຄົນ. ໄລຍະເວລາອັດຕາດອກເບ້ຍພິເສດແມ່ນສູງເຖິງ 12 ເດືອນ.
ທ່ານ ດັ້ງວັນກວນ, ຮອງຜູ້ອຳນວຍການໃຫຍ່ທະນາຄານຫວຽດນາມ (ຂວາ) ແລະ ທ່ານ ຫງວຽນແທ່ງເຢືອງ, ຜູ້ອຳນວຍການໃຫຍ່ V-Green ໄດ້ລົງນາມໃນສັນຍາຮ່ວມມື.
ກ່າວຄຳເຫັນທີ່ພິທີລົງນາມໃນສັນຍາຮ່ວມມື, ທ່ານ ດັ້ງ ວັນກວນ, ຮອງ ຜູ້ອຳນວຍ ການໃຫຍ່ ທະ ນາຄານ Vietin Bank ໃຫ້ຮູ້ວ່າ: “ ການພັດທະນາແບບຍືນຍົງແມ່ນໜຶ່ງໃນບັນດາຍຸດທະສາດຫຼັກຂອງ VietinBank. ໃຫ້ບຸລິມະສິດບັນດາໂຄງການສະໜອງທຶນ, ແຜນການດຳເນີນທຸລະກິດທີ່ນຳມາເຊິ່ງຜົນກະທົບທາງບວກໃຫ້ແກ່ສິ່ງແວດລ້ອມ ແລະ ປະ ຊາ ຄົມ . ການພັດທະນາແບບຍືນຍົງຂອງທະນາຄານ VietinBank, ໃນນັ້ນມີການຊຸກຍູ້ການເຄື່ອນໄຫວໄຟຟ້າຂອງປະເທດຊາດ. ຜ່ານ ວົງເງິນສິນເຊື່ອ 4.000 ຕື້ດົ່ງ ແລະ ບັນດານະໂຍບາຍຈູງໃຈທີ່ດຶງດູດ , VietinBank ຫວັງວ່າຈະໜູນຊ່ວຍບັນດານັກລົງທຶນປັບປຸງແຫຼ່ງທຶນ, ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວດຳເນີນທຸລະກິດ ແລະ ປະກອບສ່ວນຫຼາຍຢ່າງເຂົ້າໃນຂະບວນການຫັນເປັນສີຂຽວຂອງປະເທດ .
ທ່ານ ຫງວຽນ ແທ່ງເຢືອງ, ຜູ້ອໍານວຍການ ໃຫຍ່ V-Green ແບ່ງປັນວ່າ: “ V-Green ເກີດມາດ້ວຍພາລະກິດສ້າງ ຕາໜ່າງພື້ນຖານໂຄງລ່າງສະຖານີສາກໄຟ ໃຫ້ກວ້າງຂວາງ ແລະສະດວກ , ເປັນ ກຳລັງແຮງຊຸກຍູ້ການພັດທະນາ ໃນການເດີນ ທາງຄົມມະນາຄົມຂົນ ສົ່ງໄຟຟ້າຢູ່ຫວຽດ ນາມ . V-Green ຈະນຳເອົາມາດຕະການແກ້ໄຂ ດ້ານ ການເງິນທີ່ດີທີ່ສຸດ;
ສັນຍາຮ່ວມມືລະຫວ່າງທະນາຄານ VietinBank ແລະ V-Green ໃຫ້ຄຳໝັ້ນສັນຍາຈະປະກອບສ່ວນຊຸກຍູ້ການຄຸ້ມຄອງສະຖານີສາກໄຟຂອງລົດໄຟຟ້າ.
ການລວມຕົວຂອງ VietinBank - ສະຖາບັນການທະນາຄານ ແລະ ການເງິນທີ່ມີຊື່ສຽງ ແລະ ຜູ້ບຸກເບີກການຫັນເປັນດິຈິຕອນ ແລະ ການຫັນເປັນສີຂຽວ, ພ້ອມກັບ V-Green - ໜ່ວຍງານຊັ້ນນໍາໃນຂະແໜງພື້ນຖານໂຄງລ່າງດ້ານການສາກໄຟໄຟຟ້າ, ຈະສ້າງ ກຳລັງແຮງຂັບເຄື່ອນທີ່ແຂງແຮງ ໃຫ້ແກ່ການຂະຫຍາຍລະບົບນິເວດລົດໄຟຟ້າໃນທົ່ວປະເທດ. ຊຸດໜູນຊ່ວຍດ້ານສິນເຊື່ອ 4.000 ຕື້ດົ່ງ ແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຫຼັກໝັ້ນຂອງທະນາຄານ VietinBank ພ້ອມກັບບັນດາໂຄງການ, ແຜນທຸລະກິດທີ່ສ້າງຄຸນຄ່າທາງບວກໃຫ້ແກ່ສິ່ງແວດລ້ອມ ແລະ ຊຸມຊົນ. ຜ່ານນັ້ນ, ທະນາຄານ VietinBank ຈະສົມທົບກັບບັນດານັກລົງທຶນ V-Green ແລະ ບັນດານັກລົງທຶນສະຖານີສາກໄຟໃນການເຄື່ອນໄຫວຂົນສົ່ງໄຟຟ້າ, ປະກອບສ່ວນສ້າງອະນາຄົດສີຂຽວໃຫ້ແກ່ຫວຽດນາມ.
ທີ່ ມາ : https://www.vietinbank.vn/vi/tin-tuc/tin-tuc-va-su-kien/vietinbank-va-v-green-ky-ket-hop-tac-dong-hanh-phat-trien-ha-tang-tram-sac-o-to-dien-vinfast-202506271033
(0)