ວັນທີ 6 ຕຸລານີ້, ບໍລິສັດ Vingroup ໄດ້ປະກາດສ້າງຕັ້ງບໍລິສັດຫຸ້ນສ່ວນຜະລິດ ແລະ ການຄ້າ VinMetal - ເຂົ້າສູ່ອຸດສາຫະກຳໂລຫະຢ່າງເປັນທາງການ, ເສີມຂະຫຍາຍບັນດາເສົາຄ້ຳອຸດສາຫະກຳ - ເຕັກໂນໂລຢີໃນປະຈຸບັນ. ເປົ້າໝາຍຂອງບໍລິສັດແມ່ນຕອບສະໜອງຄວາມຕ້ອງການພາຍໃນຂອງລະບົບນິເວດ Vingroup, ພ້ອມກັນນັ້ນກໍ່ເຂົ້າຮ່ວມການຊຸກຍູ້ການພັດທະນາອຸດສາຫະກຳໜັກຢູ່ຫວຽດນາມ.

VinMetal ຈະສຸມໃສ່ການຜະລິດ ສາຍເຫຼັກພົນລະເຮືອນໃນການກໍ່ສ້າງ; ເຫຼັກມ້ວນຮ້ອນ, ເຫຼັກກ້າທີ່ມີຄວາມເຂັ້ມແຂງສູງແລະເຫຼັກໂລຫະປະສົມພິເສດ ສໍາລັບການຜະລິດຍານພາຫະນະໄຟຟ້າແລະໂຄງສ້າງພື້ນຖານການຂົນສົ່ງຄວາມໄວສູງ. ພິເສດ, ສິນຄ້າທີ່ສຳຄັນລວມມີ ເຫຼັກກ້າທີ່ມີຄຸນນະພາບສູງ ແລະ ເຫລັກສະແຕມສຳລັບລົດຍົນ , ເຫລັກທາງລົດໄຟ ແລະ ເຫຼັກກ້າສຳລັບຂົວ, ທ່າເຮືອ ແລະ ທາງລົດໄຟທີ່ ໄດ້ມາດຕະຖານສາກົນ, ເພື່ອແນໃສ່ທົດແທນແຫຼ່ງນຳເຂົ້າ ແລະ ສົ່ງອອກສູ່ພາກພື້ນເທື່ອລະກ້າວ.
ການສ້າງຕັ້ງບໍລິສັດຜະລິດເຫຼັກກ້າແມ່ນແນໃສ່ສະໜອງອຸປະກອນຫຼັກແຫຼ່ງຂອງກຸ່ມບໍລິສັດເຊັ່ນ: ອະສັງຫາລິມະຊັບ Vinhomes, ການຜະລິດລົດຍົນໄຟຟ້າ VinFast ແລະ ອື່ນໆ. ນອກຈາກນັ້ນ, ກຸ່ມບໍລິສັດ VinFast ຍັງມຸ່ງໄປເຖິງການສະໜອງເຫຼັກຄຸນນະພາບສູງໃຫ້ແກ່ບັນດາໂຄງການອຸດສາຫະກຳ, ພະລັງງານ ແລະ ຄົມມະນາຄົມທີ່ພວມຄົ້ນຄວ້າ ແລະ ສະເໜີກໍ່ສ້າງ, ໃນນັ້ນມີເສັ້ນທາງລົດໄຟຄວາມໄວສູງ ຮ່າໂນ້ຍ - ກວ໋າງ ນິງ - ໂຮ່ຈີມິນ.
ໃນໄລຍະຍາວ, ບໍລິສັດມຸ່ງໄປເຖິງກາຍເປັນຜູ້ນຳໜ້າດ້ານການຜະລິດເຫຼັກກ້າສີຂຽວຢູ່ຕະຫຼາດພາຍໃນປະເທດ, ນຳໃຊ້ເຕັກໂນໂລຊີຫຼຸດຜ່ອນການປ່ອຍກາກບອນ ແລະ ນຳໃຊ້ພະລັງງານຄືນໃໝ່ຈາກບັນດາແຫຼ່ງຜະລິດຄືນໃໝ່, ປະກອບສ່ວນຊຸກຍູ້ຂະແໜງອຸດສາຫະກຳໂລຫະເວົ້າສະເພາະແມ່ນການພັດທະນາອຸດສາຫະກຳໜັກຂອງຫວຽດນາມ.

ທ່ານ ຫງວຽນຫວຽດກວາງ, ຮອງປະທານຄະນະກຳມະການ, ຜູ້ອຳນວຍການໃຫຍ່ວິສາຫະກິດ Vingroup, ແລະ ຜູ້ອຳນວຍການໃຫຍ່ VinMetal ແບ່ງປັນວ່າ: “VinMetal ບໍ່ພຽງແຕ່ແມ່ນໂຮງງານເຫຼັກກ້າເທົ່ານັ້ນ, ຫາກຍັງແມ່ນການກະກຽມຍຸດທະສາດໃຫ້ແກ່ອະນາຄົດຂອງພື້ນຖານໂຄງລ່າງທີ່ທັນສະໄໝ, ສີຂຽວ ແລະ ຍືນຍົງຢູ່ຫວຽດນາມ.
ການສ້າງຕັ້ງ ບໍລິສັດຫຸ້ນສ່ວນການຜະລິດ ແລະ ການຄ້າ VinMetal ເປັນຂີດໝາຍບາດກ້າວໃໝ່ໃນຍຸດທະສາດພັດທະນາຂອງ Vingroup ບົນພື້ນຖານ 5 ເສົາຄ້ຳຄື: ເຕັກໂນໂລຊີ - ອຸດສາຫະກຳ; ການຄ້າ-ການບໍລິການ; ການກຸສົນທາງສັງຄົມ; ພື້ນຖານໂຄງລ່າງ; ພະລັງງານສີຂຽວ.
ໂດຍຂຶ້ນກັບບັນດາເສົາຄ້ຳອຸດສາຫະກຳ - ເຕັກໂນໂລຢີ, VinMetal ຍັງເປັນພື້ນຖານ, ໜູນຊ່ວຍໂດຍກົງບັນດາເສົາຄ້ຳພື້ນຖານໂຄງລ່າງ - ຂະແໜງທີ່ Vingroup ພວມເປີດກວ້າງການລົງທຶນດ້ວຍບັນດາໂຄງການທາງລົດໄຟຄວາມໄວສູງ, ຂົວ, ທ່າເຮືອ ແລະ ບັນດາໂຄງການຂົນສົ່ງສິນຄ້າ.
ການຜະລິດເຫຼັກກ້າພາຍໃນຢ່າງຕັ້ງໜ້າ, ບໍ່ພຽງແຕ່ຊ່ວຍໃຫ້ກຸ່ມບໍລິສັດຮັບປະກັນການສະໜອງວັດຖຸໃຫ້ແກ່ບັນດາໂຄງການຂະໜາດໃຫຍ່ເທົ່ານັ້ນ, ຫາກຍັງເພີ່ມກຳລັງຄວາມສາມາດພາຍໃນຂອງຂະແໜງອຸດສາຫະກຳໜັກຫວຽດນາມ, ປະກອບສ່ວນເພີ່ມຄວາມໄດ້ປຽບໃນການແຂ່ງຂັນແຫ່ງຊາດ, ຍົກສູງທີ່ຕັ້ງຂອງຫວຽດນາມ ໃນແຜນທີ່ໂລກ.
ດ້ວຍບາດກ້າວດັ່ງກ່າວ, Vingroup ສືບຕໍ່ຢືນຢັນຄວາມມຸ່ງມາດປາດຖະໜາຢາກປະກອບສ່ວນ ແລະ ຮັບໃຊ້ປະເທດ, ພ້ອມທັງມານະພະຍາຍາມກໍ່ສ້າງລະບົບອຸດສາຫະກຳ - ພະລັງງານ - ຕ່ອງໂສ້ຄຸນຄ່າພື້ນຖານໂຄງລ່າງ, ມຸ່ງໄປເຖິງຈຸດໝາຍພັດທະນາແບບຍືນຍົງ ແລະ ວັດທະນາຖາວອນຂອງຫວຽດນາມ.
ທີ່ມາ: https://baohatinh.vn/vingroup-cong-bo-thanh-lap-cong-ty-san-xuat-thep-tai-ha-tinh-post296940.html
(0)