
ຫວ່າງມໍ່ໆມານີ້, ຢູ່ທີ່ພິທີມອບລາງວັນການທ່ອງທ່ຽວ ໂລກ 2025 ໄດ້ຈັດຂຶ້ນຢູ່ບາເຣນ, ຫວຽດນາມ ໄດ້ຮັບກຽດເປັນ “ຈຸດໝາຍປາຍທາງມໍລະດົກອັນດັບໜຶ່ງຂອງໂລກ”. ນີ້ແມ່ນຄັ້ງທີ 6 ທີ່ ຫວຽດນາມ ໄດ້ຮັບນາມມະຍົດອັນສະຫງ່າລາສີ, ຖັດຈາກປີ 2019, 2020, 2022, 2023 ແລະ 2024.
ການລົງຄະແນນສຽງຂອງງານທ່ອງທ່ຽວໂລກໄດ້ສະແດງໃຫ້ເຫັນຄວາມດຶງດູດທີ່ດີເດັ່ນຂອງລະບົບມໍລະດົກຂອງຫວຽດນາມ ດ້ວຍ 9 ມໍລະດົກທຳມະຊາດ ແລະ ວັດທະນະທຳໂລກ, 16 ມໍລະດົກວັດທະນະທຳບໍ່ມີຕົວຕົນ ແລະ 10 ມໍລະດົກເອກະສານທີ່ໄດ້ຮັບການຮັບຮອງຈາກອົງ ການສຶກສາ , ວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ແລະ ມໍລະດົກວັດທະນະທຳລະດັບຊາດທີ່ມີຢູ່ໃນທົ່ວປະເທດ.
ນີ້ແມ່ນພື້ນຖານທີ່ສຳຄັນເພື່ອຊ່ວຍໃຫ້ຫວຽດນາມ ກາຍເປັນປະເທດທີ່ມີລະບົບມໍລະດົກຮັ່ງມີທີ່ສຸດຢູ່ອາຊີ./.
ທີ່ມາ: https://www.vietnamplus.vn/world-travel-awards-2025-viet-nam-tiep-tuc-duoc-binh-chon-la-diem-den-di-san-hang-dau-the-gioi-post1081639.vnp










(0)