
ພາຍໃນຂອບຂອງໂຄງການ, IPPG ໄດ້ລົງນາມຢ່າງເປັນທາງການໃນຂໍ້ຕົກລົງຮ່ວມມືຍຸດທະສາດກັບອົງການສະຫະປະຊາຊາດເພື່ອຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ (UN Women) ຫວຽດນາມ.
ດ້ວຍເຫດການນີ້, IPPG ໄດ້ກາຍເປັນໜຶ່ງໃນສອງວິສາຫະກິດທຳອິດໃນຫວຽດນາມທີ່ສ້າງຕັ້ງສາຍພົວພັນຮ່ວມມືຢ່າງເປັນທາງການກັບ UN Women, ຢືນຢັນບົດບາດເປັນຜູ້ບຸກເບີກໃນການສົ່ງເສີມຄວາມສະເໝີພາບລະຫວ່າງຍິງຊາຍ, ການສ້າງຄວາມເຂັ້ມແຂງ ທາງດ້ານເສດຖະກິດ ໃຫ້ແກ່ແມ່ຍິງ ແລະ ການພັດທະນາແບບຍືນຍົງໃນຂະແໜງເອກະຊົນ.
ທ່ານນາງ ເລ ຮົ່ງ ຖູຍ ຕຽນ ຜູ້ອຳນວຍການ ໃຫຍ່ ຂອງ IPPG ເຂົ້າຮ່ວມໃນການສົນທະນາດັ່ງກ່າວວ່າ: “ພວກເຮົາເຊື່ອວ່າໃນຍຸກດິຈິຕອນ, AI ບໍ່ພຽງແຕ່ເປັນເຄື່ອງມືເທົ່ານັ້ນ, ແຕ່ຍັງເປັນເວທີຍຸດທະສາດທີ່ສຳຄັນທີ່ຈະສ້າງຮູບແບບທີ່ພວກເຮົາຄິດ, ດຳເນີນງານ ແລະ ສ້າງມູນຄ່າໃນອະນາຄົດ. ທີ່ IPPG, ພວກເຮົາບໍ່ພຽງແຕ່ເຫັນ AI ເປັນປັດໄຈການຫັນປ່ຽນເທົ່ານັ້ນ, ແຕ່ຍັງເປັນບາດກ້າວທີ່ຫຼີກລ່ຽງບໍ່ໄດ້. ດັ່ງນັ້ນ, ພວກເຮົາມຸ່ງໝັ້ນທີ່ຈະນຳໃຊ້ AI ຢ່າງມີຄວາມຮັບຜິດຊອບເພື່ອສ້າງມູນຄ່າທີ່ຍືນຍົງໃຫ້ແກ່ຊຸມຊົນ ແລະ ທຸລະກິດຕ່າງໆ.”

ທ່ານນາງ Thuy Tien ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຄວາມປອດໄພຂອງຂໍ້ມູນຂ່າວສານໃນຂະບວນການຫັນປ່ຽນດິຈິຕອນວ່າ: “AI ຈະມີປະສິດທິພາບຢ່າງແທ້ຈິງເມື່ອລວມເຂົ້າກັບວິທີແກ້ໄຂຄວາມປອດໄພທີ່ສົມບູນແບບ. IPPG ໄດ້ສ້າງລະບົບຄວາມປອດໄພຢ່າງມີປະສິດທິພາບຕັ້ງແຕ່ການອອກແບບ, ດ້ວຍສາມຊັ້ນຫຼັກຂອງການປົກປ້ອງຄື: ການຄຸ້ມຄອງຂໍ້ມູນ ແລະ AI ທີ່ມີຄວາມຮັບຜິດຊອບ, ພື້ນຖານໂຄງລ່າງຄວາມປອດໄພຫຼາຍຊັ້ນ, ແລະ ການພັດທະນາວັດທະນະທຳຄວາມປອດໄພຂໍ້ມູນຂ່າວສານຕະຫຼອດທັງກຸ່ມ.”
ສັນຍາຮ່ວມມືຍຸດທະສາດລະຫວ່າງ IPPG ແລະ UN Women ຄາດວ່າຈະສົ່ງເສີມຮູບແບບທຸລະກິດທີ່ເນັ້ນໃສ່ປະຊາຊົນເປັນສູນກາງ, ເຊິ່ງບົດບາດຂອງແມ່ຍິງຈະໄດ້ຮັບການສົ່ງເສີມ.
ນອກເໜືອໄປຈາກພິທີເຊັນສັນຍາແລ້ວ, ກອງ ປະຊຸມ "ປັນຍາປະດິດ ແລະ ຄວາມປອດໄພດ້ານຂໍ້ມູນຂ່າວສານໃນຍຸກດິຈິຕອນ" ຍັງໄດ້ນຳເອົາເນື້ອໃນເລິກເຊິ່ງຫຼາຍຢ່າງກ່ຽວກັບແນວໂນ້ມເຕັກໂນໂລຊີ, ການນຳໃຊ້ປັນຍາປະດິດ (AI) ໃນການຄຸ້ມຄອງທຸລະກິດ, ວິທີແກ້ໄຂດ້ານຄວາມປອດໄພເພື່ອຊ່ວຍໃຫ້ທຸລະກິດຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານ...
ແຫຼ່ງຂໍ້ມູນ: https://www.sggp.org.vn/ceo-ippg-ky-ket-hop-tac-chien-luoc-voi-un-women-post805838.html






(0)