Baoquocte.vn. ກົດໝາຍວ່າດ້ວຍນະຄອນຫຼວງ ສະບັບເລກທີ 39/2024/QH15 ລົງວັນທີ 28 ມິຖຸນາ 2024 ໄດ້ກຳນົດຂະແໜງອຸດສາຫະກຳ semiconductor ເປັນຂະແໜງບຸລິມະສິດເພື່ອດຶງດູດນັກລົງທຶນຍຸດທະສາດຂອງນະຄອນຫຼວງ ຮ່າໂນ້ຍ .
ຮ່າໂນ້ຍ ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງເພື່ອພັດທະນາອຸດສາຫະກຳ semiconductor. (ພາບ: ຮ່ວາງນາມ) |
ຕາມນັ້ນແລ້ວ, ບັນດານັກລົງທຶນຍຸດທະສາດເລືອກເຟັ້ນຕາມລະບຽບການໃນຂະແໜງ semiconductor ຈະມີຫຼາຍນະໂຍບາຍຊຸກຍູ້ການລົງທຶນຂອງຮ່າໂນ້ຍ.
ທ່ານ ຫງວຽນເຕີນກວາງ, ຮອງຫົວໜ້າສູນສົ່ງເສີມການລົງທຶນ, ການຄ້າ ແລະ ທ່ອງທ່ຽວ ຮ່າໂນ້ຍ ໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ຫວຽດນາມ ໄດ້ດຶງດູດບັນດາວິສາຫະກິດຂະໜາດໃຫຍ່ໃນຂະແໜງ semiconductor ຈາກອາເມລິກາ, ສ.ເກົາຫຼີ, ຍີ່ປຸ່ນ, ບັນດາປະເທດເອີລົບ... ມາຮ່ຳຮຽນ ແລະ ລົງທຶນ.
ພິເສດ, ຮ່າໂນ້ຍ, ດ້ວຍທີ່ຕັ້ງຍຸດທະສາດ ແລະ ບັນດາຈຸດໄດ້ປຽບທີ່ເປັນເອກະລັກສະເພາະ, ມີຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດອັນໃຫຍ່ຫຼວງເພື່ອພັດທະນາ ແລະ ດຶງດູດການລົງທຶນໃນຂະແໜງເຕັກໂນໂລຢີ, ໃນນັ້ນມີຂະແໜງເຕັກໂນໂລຢີ semiconductor.
ສາດສະດາຈານ, ປະລິນຍາເອກ ວິທະຍາສາດ ຫງວຽນມາຍ, ອະດີດອະທິການບໍດີມະຫາວິທະຍາໄລການຄ້າ, ອະດີດຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ: ດ້ວຍ 2 ສະຖາບັນວິທະຍາສາດ, ມະຫາວິທະຍາໄລນັບສິບແຫ່ງ ດ້ວຍຄະນະອາຈານ ແລະ ຊ່ຽວຊານຊັ້ນນຳໃນຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ; ນັບມື້ນັບເພີ່ມຂຶ້ນຂອງວິສາຫະກິດ... ຮ່າໂນ້ຍ ມີທ່າໄດ້ປຽບຫລາຍຢ່າງເພື່ອພັດທະນາອຸດສາຫະກຳຜະລິດອົງປະກອບ semiconductor.
ບັນດາວິສາຫະກິດຕ່າງປະເທດກໍ່ຕີລາຄາໃຫ້ຮ່າໂນ້ຍ ໂດຍສະເພາະ ແລະ ຫວຽດນາມ ໂດຍທົ່ວໄປແມ່ນຈຸດໝາຍລົງທຶນ ແລະ ເພີ່ມທະວີການຜະລິດ.
ຕົວຢ່າງເຊັ່ນ Apple ໄດ້ຍ້າຍ 11 ໂຮງງານໄປຫວຽດນາມ; ບໍລິສັດເຕັກໂນໂລຢີ Intel ຂະຫຍາຍໂຮງງານທົດສອບໄມໂຄຣຊິບໄລຍະທີສອງຢູ່ນະຄອນໂຮ່ຈີມິນ ດ້ວຍຍອດເງິນລົງທຶນ 4 ຕື້ USD ຮອດປີ 2025; ບໍລິສັດ Boeing, Google ແລະ Walmart ໄດ້ປະກາດແຜນການຂະຫຍາຍເຄືອຂ່າຍຜູ້ສະໜອງ ແລະສະຖານທີ່ຜະລິດຢູ່ຫວຽດນາມ ຫຼັງຈາກການຄົ້ນຄວ້າຕະຫຼາດ.
ມາຮອດປະຈຸບັນ, ຫວຽດນາມ ໄດ້ຮັບການດຶງດູດບັນດາວິສາຫະກິດຂະໜາດໃຫຍ່ໃນຂະແໜງ semiconductor ຈາກບັນດາປະເທດພັດທະນາຄື: ອາເມລິກາ, ສ.ເກົາຫຼີ, ຍີ່ປຸ່ນ, ໂຮນລັງ… (ປະມານ 40 ກວ່າບໍລິສັດ). ພ້ອມກັນນັ້ນ, ມີຫຼາຍວິສາຫະກິດພາຍໃນປະເທດຍັງໄດ້ເຂົ້າສູ່ຕະຫລາດຄື: Viettel, FPT, VNChip...
ເປັນໜ້າສັງເກດ, ອົງການຄົ້ນຄ້ວາ Savills ຍັງຊີ້ອອກວ່າ, ການເພີ່ມຂຶ້ນຢ່າງກະທັນຫັນຂອງການສົ່ງອອກສິນຄ້າເອເລັກໂຕຣນິກ ແລະ ໂທລະສັບສະແດງໃຫ້ເຫັນເຖິງຂະບວນການປັບປຸງຖານະຂອງຫວຽດນາມໃນຕ່ອງໂສ້ມູນຄ່າ.
ດ້ວຍຄວາມສາມາດບົ່ມຊ້ອນທີ່ກ່າວມານັ້ນ, ຮ່າໂນ້ຍ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາແຂວງ, ນະຄອນທີ່ພວມພັດທະນາຂະແໜງການຜະລິດ semiconductor ໃນທົ່ວປະເທດ.
ຕາມທ່ານ ຫງວຽນຫວຽດຮຸງ, ຫົວໜ້າພະແນກຖະແຫລງຂ່າວ ແລະ ສື່ສານ ຮ່າໂນ້ຍ ແລ້ວ, ເພື່ອພັດທະນາຂະແໜງອຸດສາຫະກຳ semiconductor, ຮ່າໂນ້ຍ ຈະສຸມໃສ່ອອກບັນດາກົນໄກ ແລະ ນະໂຍບາຍທີ່ເໝາະສົມ, ພັດທະນາພື້ນຖານໂຄງລ່າງດີຈີຕອນ, ຊຸກຍູ້ການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ; ລົບລ້າງຄວາມຫຍຸ້ງຍາກຢ່າງທັນການ, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດເລັ່ງລັດຂະບວນການເຄື່ອນໄຫວຫັນເປັນຂົງເຂດເຕັກໂນໂລຊີດິຈິຕອນ, ລົງທຶນຄົ້ນຄ້ວາເຕັກໂນໂລຊີຫຼັກແຫຼ່ງ; ຕັ້ງໜ້າຄົ້ນຄວ້າຕະຫຼາດ, ເລືອກເອົາທິດທາງຄົ້ນຄວ້າທີ່ເໝາະສົມ, ພັດທະນາ ແລະ ສະໜອງບັນດາຜະລິດຕະພັນ ແລະ ການບໍລິການເຕັກໂນໂລຊີດີຈີຕອນຂອງ Make in ຫວຽດນາມ...
ພ້ອມກັນນັ້ນ, ຊຸກຍູ້ການພັດທະນາເຂດເຕັກໂນໂລຊີຂໍ້ມູນຂ່າວສານຢ່າງເຂັ້ມງວດ; ໃຫ້ບຸລິມະສິດໃນການຄັດເລືອກການທົດສອບ, ການລົງທຶນ, ການໃຫ້ເຊົ່າ, ການຊື້ຜະລິດຕະພັນ ແລະ ການບໍລິການດ້ານເຕັກໂນໂລຊີດີຈີຕອນຈາກວິສາຫະກິດ; ຮ່ວມມືໃນການຄົ້ນຄ້ວາແລະການຝຶກອົບຮົມເຕັກໂນໂລຊີດິຈິຕອນກັບມະຫາວິທະຍາໄລແລະວິທະຍາໄລ; ສົ່ງເສີມການເຄື່ອນໄຫວທຸລະກິດໃນເວທີດິຈິຕອນ...
ໃນໄລຍະມໍ່ໆມານີ້, ນະຄອນຮ່າໂນ້ຍ ໄດ້ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະ ດຳເນີນທຸລະກິດຢ່າງບໍ່ຢຸດຢັ້ງ, ກວດກາຄືນລະບຽບການບໍລິຫານ, ເຮັດໃຫ້ງ່າຍ ແລະ ເລັ່ງລັດເວລາຮັບໃຊ້ ແລະ ດຳເນີນທຸລະກິດ, ສ້າງຄວາມສະດວກ ແລະ ຫຼຸດຜ່ອນຕົ້ນທຶນໃຫ້ແກ່ປະຊາຊົນ, ອົງການ ແລະ ທຸລະກິດ... ປະກອບສ່ວນປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະ ເພີ່ມທະວີການແຂ່ງຂັນຂອງນະຄອນ.
ທີ່ມາ: https://baoquocte.vn/ha-noi-co-tiem-nang-va-co-hoi-lon-de-phat-trien-thu-hut-dau-tu-vao-linh-vuc-cong-nghe-284211.html
(0)