(ດ່ານັ້ງ) - “ພວກຂ້າພະເຈົ້າຄັດຄ້ານບັນດາການກະທຳໃຊ້ກຳລັງແຮງ ແລະ ຮຽກຮ້ອງໃຫ້ທຸກຝ່າຍຢຸດຕິບັນດາການກະທຳກໍ່ຄວາມຮຸນແຮງຕໍ່ພົນລະເຮືອນ, ສິ່ງກໍ່ສ້າງມະນຸດສະທຳ, ພື້ນຖານໂຄງລ່າງທີ່ຈຳເປັນ,” ທ່ານນາຍົກລັດຖະມົນຕີ Pham Minh Chinh ເນັ້ນໜັກວ່າ.
ຂໍ້ຄວາມດັ່ງກ່າວໄດ້ເນັ້ນໜັກໂດຍທ່ານຫົວໜ້າ ລັດຖະບານ ຫວຽດນາມ ເມື່ອທ່ານ ແລະບັນດາການນຳ ອາຊຽນ ແລະ GCC ເຂົ້າຮ່ວມ ແລະກ່າວປາໄສທີ່ກອງປະຊຸມສຸດຍອດສະພາການຮ່ວມມື ອາຊຽນ-ອ່າວ (GCC) ທີ່ໄດ້ຈັດຂຶ້ນໃນວັນທີ 20 ຕຸລາ ຢູ່ Riyadh, ນະຄອນຫຼວງ ຂອງລາຊະອານາຈັກ Saudi Arabia.
ນີ້ແມ່ນກອງປະຊຸມສຸດຍອດຄັ້ງທຳອິດລະຫວ່າງອາຊຽນ ແລະ GCC, ແລະກໍ່ແມ່ນຂີດໝາຍປະຫວັດສາດ, ຕາມ ທ່ານນາຍົກລັດຖະມົນຕີ Pham Minh Chinh.
ສະເໜີ 3 ທິດທາງສຳຄັນ
ໃນໂລກທີ່ມີການຜັນແປໄປຢ່າງບໍ່ຢຸດຢັ້ງ, ທ່ານປະທານປະເທດ ຫວຽດນາມ ເຊື່ອໝັ້ນວ່າ ອາຊຽນ ແລະ GCC ຕ້ອງປັບປຸງຢ່າງຂະຫຍັນຂັນເຄື່ອນ ແລະ ສົມທົບກັນເພື່ອແນໃສ່ຊຸກຍູ້ເຈດຈຳນົງເປັນເຈົ້າຕົນເອງ.
2 ຝ່າຍກໍ່ຕ້ອງຜັນຂະຫຍາຍບັນດາແຫຼ່ງກຳລັງພັດທະນາ, ຜັນຂະຫຍາຍບັນດາການເຄື່ອນໄຫວທີ່ແທດຈິງ ແລະ ມີປະສິດທິຜົນ, ມີຄວາມຕັດສິນໃຈດ້ານການເມືອງສູງສຸດ, ດຳເນີນບັນດາການເຄື່ອນໄຫວຢ່າງຕັ້ງໜ້າ ເພື່ອໃຫ້ຂະບວນການຮ່ວມມືລະຫວ່າງ 2 ພາກພື້ນມີບາດກ້າວບຸກທະລຸຢ່າງແທດຈິງ, ກາຍເປັນຈຸດສະຫວ່າງຂອງການຮ່ວມມືໃນພາກພື້ນ ແລະ ສາກົນ.
ທ່ານນາຍົກລັດຖະມົນຕີ ແລະ ມົງກຸດລາຊະກຸມມານ Saudi Arabia Mohammed bin Salman ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ Pham Minh Chinh ແລະ ບັນດາຫົວໜ້າຄະນະທີ່ເຂົ້າຮ່ວມກອງປະຊຸມ (ພາບ: Duong Giang).
ຈາກທັດສະນະດັ່ງກ່າວ, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ສະເໜີ 3 ທິດສຳຄັນ.
ກ່ອນອື່ນໝົດ, ທ່ານກ່າວວ່າ, ອາຊຽນ ແລະ GCC ຕ້ອງສົມທົບກັນສ້າງເງື່ອນໄຂສະດວກກວ່າອີກໃຫ້ເສດຖະກິດ, ການຄ້າ ແລະ ການລົງທຶນກາຍເປັນເສົາຄ້ຳຕົ້ນຕໍ, ເປັນກຳລັງແຮງຊຸກຍູ້ການເຊື່ອມຕໍ່ຂອງສອງພາກພື້ນ, ເພີ່ມທະວີການພັດທະນາເຊິ່ງກັນແລະກັນ ແລະ ຍາດໄດ້ໄຊຊະນະ.
"ພວກເຮົາຕ້ອງມີນະໂຍບາຍເປີດກ້ວາງ, ເປີດຕະຫຼາດໃຫ້ເຂັ້ມແຂງກວ່າ, ລົບສິ່ງກີດຂວາງ, ສ້າງຕ່ອງໂສ້ການສະໜອງແບບຍືນຍົງ ເພື່ອສ້າງເງື່ອນໄຂໃຫ້ກອງທຶນລົງທຶນ ແລະ ວິສາຫະກິດຂອງບັນດາປະເທດ GCC ຂະຫຍາຍທຸລະກິດໃນອາຊຽນ ແລະ ສິນຄ້າ ແລະ ການບໍລິການຂອງບັນດາປະເທດອາຊຽນ ປະກົດຕົວໃນພາກພື້ນອ່າວນັບມື້ນັບຫຼາຍຂຶ້ນ", ຕາມການຊີ້ນຳຂອງຫົວໜ້າລັດຖະບານ.
ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ອາຊຽນ ແລະ ຫວຽດນາມ ປາດຖະໜາຢາກສົມທົບກັບ GCC ເພື່ອຊຸກຍູ້ການຮ່ວມມືເພື່ອການພັດທະນາສີຂຽວ ແລະ ໝັ້ນຄົງກ່ວາອີກ. ຕາມນັ້ນແລ້ວ, ສອງຝ່າຍຕ້ອງໃຫ້ບຸລິມະສິດການຮ່ວມມືໃນການພັດທະນາເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດວົງຈອນ, ເສດຖະກິດແບ່ງປັນ, ພັດທະນາກະສິກຳແບບຍືນຍົງ, ການຫັນປ່ຽນພະລັງງານ ແລະ ອື່ນໆ.
ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ: “ພວກເຮົາຕ້ອງຊຸກຍູ້ການເຊື່ອມຕໍ່ 3 ຢ່າງຄື: ການເຊື່ອມຕໍ່ປະຊາຊົນ, ວັດທະນະທຳ, ການອອກແຮງງານ, ການເຊື່ອມຕໍ່ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການເຊື່ອມຕໍ່ໂຄງລ່າງ, ຜ່ານການລົງທຶນພື້ນຖານໂຄງລ່າງຍຸດທະສາດ.
ສອງ, ທ່ານນາຍົກລັດຖະມົນຕີກ່າວວ່າ, ຕ້ອງເລັ່ງລັດສ້າງຕັ້ງການຮ່ວມມືອາຊຽນ - GCC ໂດຍໄວ, ຜ່ານບັນດາກົນໄກຮ່ວມມືຢ່າງເປັນປົກກະຕິ, ແທດຈິງ ແລະ ມີປະສິດທິຜົນໃນແຕ່ລະຂົງເຂດສະເພາະ.
ທີສາມ, ຕາມທ່ານນາຍົກລັດຖະມົນຕີ, ຕ້ອງເພີ່ມທະວີການຮ່ວມມືຫຼາຍຝ່າຍເພື່ອຮ່ວມກັນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບໃຫ້ແກ່ການພັດທະນາ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: Minh Thang).
ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ອາຊຽນ ແລະ GCC, ດ້ວຍກຳລັງແຮງຂອງຕົນໃນຖານະເປັນອົງການຈັດຕັ້ງພາກພື້ນສຳເລັດຜົນ, ຕ້ອງສະໜັບສະໜູນເຊິ່ງກັນແລະກັນເພື່ອເສີມຂະຫຍາຍບົດບາດລວມສູນກາງຂອງຕົນ, ປະກອບສ່ວນຕົວຈິງໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງສອງພາກພື້ນ ແລະ ໃນໂລກ.
“ພວກຂ້າພະເຈົ້າຄັດຄ້ານຢ່າງແຮງບັນດາການກະທຳໃຊ້ກຳລັງແຮງ ແລະ ຮຽກຮ້ອງບັນດາຝ່າຍກ່ຽວຂ້ອງຢຸດຕິບັນດາການກະທຳກໍ່ຄວາມຮຸນແຮງຕໍ່ພົນລະເຮືອນ, ສິ່ງກໍ່ສ້າງມະນຸດສະທຳ ແລະ ພື້ນຖານໂຄງລ່າງທີ່ຈຳເປັນ”.
ຕາມທ່ານນາຍົກລັດຖະມົນຕີ Pham Minh Chinh ແລ້ວ, ພຽງແຕ່ການເຈລະຈາ ແລະ ແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ ແມ່ນວິທີດຽວທີ່ຈະນຳເອົາສັນຕິພາບທີ່ຍືນຍົງ ແລະ ຍາວນານມາໃຫ້ຕາເວັນອອກກາງ ແລະ ທຸກປະເທດ.
ຊຸກຍູ້ການເຈລະຈາ ແລະ ການຮ່ວມມື
ທັດສະນະດັ່ງກ່າວຍັງໄດ້ຖືກກ່າວເຖິງໂດຍຜູ້ນໍາຂອງບັນດາປະເທດອາຊຽນແລະ GCC ໃນກອງປະຊຸມ.
ບັນດາປະເທດສະແດງຄວາມວິຕົກກັງວົນຕໍ່ການຜັນຂະຫຍາຍໃນຫວ່າງມໍ່ໆມານີ້ຢູ່ເຂດ Gaza, ໄດ້ປະນາມການກໍ່ຄວາມຮຸນແຮງຕໍ່ພົນລະເຮືອນ, ແລະ ຮຽກຮ້ອງໃຫ້ທຸກຝ່າຍຢຸດຕິການຍິງປືນໃນທັນທີ ແລະ ຢຸດຕິການໃຊ້ກຳລັງ.
ທ່ານນາຍົກລັດຖະມົນຕີ Pham Minh Chinh, ມົງກຸດລາຊະກຸມມານ Saudi Arabia Mohammed bin Salman ແລະ Sultan ແຫ່ງ ບຣູໄນ ທີ່ກອງປະຊຸມ (ພາບ: ASEAN-GCC SUMMIT).
ຜູ້ນຳບັນດາປະເທດອາຊຽນ ແລະ GCC ຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງເຄົາລົບກົດໝາຍມະນຸດສະທຳສາກົນ, ສືບຕໍ່ເຈລະຈາ, ແກ້ໄຂບັນດາຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ມຸ່ງໄປເຖິງການແກ້ໄຂບັນຫາທີ່ຍຸຕິທຳ, ເພິ່ງພໍໃຈ ແລະ ຍາວນານໃຫ້ແກ່ຂະບວນການສັນຕິພາບຕາເວັນອອກກາງ, ຮັບປະກັນຊີວິດ, ຄວາມໝັ້ນຄົງ, ຄວາມປອດໄພຂອງປະຊາຊົນ.
ນອກນີ້, ທີ່ກອງປະຊຸມ, ບັນດາການນຳຂອງບັນດາປະເທດອາຊຽນ ແລະ GCC ໄດ້ເຫັນດີຮັກສາການພົບປະແລກປ່ຽນເປັນປະຈຳ, ໃນນັ້ນມີແຜນການຈັດຕັ້ງກອງປະຊຸມສຸດຍອດອາຊຽນ - GCC ເປັນໄລຍະໃນທຸກໆ 2 ປີ.
ເພື່ອແນໃສ່ຮັດແໜ້ນບັນດາກົນໄກຮ່ວມມືທີ່ສົມບູນ, ພ້ອມທັງຊຸກຍູ້ການຮ່ວມມືທີ່ສະເໝີພາບ ແລະ ມີຜົນປະໂຫຍດເຊິ່ງກັນ ແລະ ກັນ, ເພື່ອຂຸດຄົ້ນຊ່ອງຫວ່າງອັນໃຫຍ່ຫຼວງ ແລະ ຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງ 2 ຝ່າຍ.
ພາບລວມຂອງກອງປະຊຸມສຸດຍອດອາຊຽນ-GCC ຄັ້ງທີ 1 (ພາບ: ASEAN-GCC Summit).
ຄຽງຂ້າງນັ້ນ, ບັນດາການນຳຍັງໄດ້ເນັ້ນໜັກເຖິງການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ຄວາມໝັ້ນຄົງດ້ານພະລັງງານ, ສະບຽງອາຫານ, ອຸດສາຫະກຳ Halal, ວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ, ການທ່ອງທ່ຽວ, ການຮ່ວມມືດ້ານແຮງງານ ແລະ ອື່ນໆ.
ປະເຊີນໜ້າກັບຄວາມຫຍຸ້ງຍາກ, ສັບສົນໃນປະຈຸບັນໃນໂລກ ແລະ ພາກພື້ນ, ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືຫຼາຍຝ່າຍ, ຊຸກຍູ້ການເຈລະຈາ, ຮ່ວມມື, ບໍ່ແຊກແຊງເຂົ້າວຽກງານຂອງແຕ່ລະຝ່າຍ, ສົມທົບກັນແກ້ໄຂບັນດາສິ່ງທ້າທາຍໃນພາກພື້ນ ແລະ ສາກົນ.
ການຮ່ວມມືລະຫວ່າງອາຊຽນ ແລະ GCC ໃນປີ 2022 ສືບຕໍ່ມີບາດກ້າວພັດທະນາຢ່າງຕັ້ງໜ້າ, ວົງເງິນການຄ້າທັງໝົດບັນລຸ 142,25 ຕື້ USD; ການລົງທຶນໂດຍກົງຈາກຕ່າງປະເທດບັນລຸ 523,46 ລ້ານ USD, ແລະ ຈຳນວນນັກທ່ອງທ່ຽວ GCC ມາຍັງພາກພື້ນ ອາຊຽນ ບັນລຸ 375.000 ກວ່າຄົນ.
Hoai Thu (ຈາກ Riyadh, Saudi Arabia)
Dantri.com.vn






(0)