
ດຣ ຮ່ວາງກວກລອງ ແນະນຳການສອບເສັງທັກສະວິຊາຊີບ "ເຕັກໂນໂລ ຊີແຟຊັນ " ຕາມມາດຕະຖານສີມືແຮງງານໂລກ - ພາບ: TRONG NHAN
ກປ.ອອນໄລ - ຕອນບ່າຍວັນທີ 5 ທັນວາ, ສະໂມສອນນັກຊ່ຽວຊານວິຊາຊີບຫວຽດນາມ ຂຶ້ນກັບສະມາຄົມອາຊີວະ ສຶກ ສາ ແລະ ສັງຄົມຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຖະແຫຼງຂ່າວກ່ຽວກັບການສອບເສັງວິຊາສະເພາະ “ເຕັກໂນໂລຊີແຟຊັນ” ໃຫ້ແກ່ນັກຮຽນອາຊີວະສຶກສາ ແລະ ພະນັກງານທຸລະກິດ ອາຍຸຕໍ່າກວ່າ 21 ປີ ໃນທົ່ວປະເທດ.
ຕາມທ່ານດຣ ດັ້ງມິງຊູ, ຜູ້ອຳນວຍການມະຫາວິທະຍາໄລໂພລິເຕັກນິກໂລກ, ສະມາຊິກຄະນະຈັດຕັ້ງແລ້ວ, ການສອບເສັງໄດ້ຮັບການກໍ່ສ້າງບົນພື້ນຖານການສອບເສັງຢ່າງເປັນທາງການກ່ຽວກັບວິຊາ "ເຕັກໂນໂລຊີແຟຊັນ" ຂອງງານແຂ່ງຂັນ WorldSkills 2024, ປັບປຸງຕາມມາດຕະຖານສາກົນ.
ການສອບເສັງຈະດຳເນີນໃນເດືອນ 2/2026 ຢູ່ນະຄອນໂຮ່ຈິມິນ. ຜູ້ສະໝັກຈະສອບເສັງຢ່າງຕໍ່ເນື່ອງເປັນເວລາ 8 ຫາ 12 ຊົ່ວໂມງ, ແລະ ຜົນການສອບເສັງຈະຖືກໃຫ້ຄະແນນໂດຍໃຊ້ຊອບແວ CIS ທີ່ໃຊ້ໃນປັດຈຸບັນໃນການສອບເສັງວິຊາວິຊາຊີບພາກພື້ນ ແລະ ສາກົນ.
ການສອບເສັງປະກອບມີບົດແນະນໍາ, ໂມດູນວຽກງານ, ມາດຕະຖານວິຊາຊີບ, ການແຕ້ມຮູບ - ແຜນວາດສະຖານທີ່ສອບເສັງ, ວັດສະດຸ, ຕາຕະລາງເວລາ ... ຕາມມາດຕະຖານສາກົນ.
ການສອບເສັງຍັງຈະຖືກຈັດການ ແລະປະເມີນຢູ່ໃນຊອບແວ CIS ຂອງອົງການ WorldSkills, ນຳໃຊ້ກັບການສອບເສັງລະດັບຊາດ, ອາຊຽນ ແລະໂລກ.
ດຣ ຮວ່າງກວກລອງ, ອຳນວຍການໂຮງຮຽນມັດທະຍົມສຶກສາ ຫງວຽນແທງແທ່ງ, ສະມາຊິກຄະນະຈັດຕັ້ງ, ໃຫ້ຮູ້ວ່າ: “ເຕັກໂນໂລຊີແຟຊັນ” ປະຈຸບັນແມ່ນ WorldSkills ຕີລາຄາວ່າແມ່ນຄວາມສາມາດບົ່ມຊ້ອນຂອງນັກອອກແບບມືອາຊີບ, ນັບແຕ່ຄວາມເຂົ້າໃຈວັດສະດຸ, ແນວຄິດອອກແບບ, ຄວາມສາມາດໃນການພັດທະນາຕົວແບບ, ຄຸນສົມບັດຂອງຜະລິດຕະພັນ, ໂດຍສະເພາະການຕັດ ແລະ ຫຍິບດ້ວຍມືເພື່ອຫັນແນວຄວາມຄິດໃຫ້ປະກົດຜົນເປັນຈິງ.
ຕາມທ່ານລອງແລ້ວ, ຜະລິດຕະພັນສຳເລັດຮູບແມ່ນໄດ້ຮັບການຕີລາຄາຈາກ WorldSkills ໃນລະດັບສູງ, ຍ້ອນວ່າ ຄຳຖາມສອບເສັງສະເໝີຕົ້ນສະເໝີປາຍເຖິງມາດຕະຖານຂອງຍີ່ຫໍ້ແຟຊັ່ນສາກົນ, ສະນັ້ນ ຈຶ່ງຊຸກຍູ້ໃຫ້ຜູ້ສະໝັກເຂົ້າໃກ້ມາດຕະຖານສາກົນ.
ທ່ານດຣ ຟານຊີງເຫີ, ປະທານສະມາຄົມວິຊາຊີບ ແລະ ວຽກງານສັງຄົມຫວຽດນາມ ຖືວ່າ: ນີ້ແມ່ນກົນໄກກະຕຸ້ນຢ່າງແຂງແຮງເພື່ອພັດທະນາວິຊາຊີບອອກແບບແຟຊັນຢູ່ຫວຽດນາມ.
ຕາມທ່ານແລ້ວ, ຍ້ອນວ່າການສອບເສັງຕິດພັນກັບບັນດາວິສາຫະກິດແຟຊັນໃຫຍ່ໃນໂລກ, ມາດຕະຖານ ແລະ ແຮງກົດດັນດ້ານວິຊາການຈາກ WorldSkills ແມ່ນກຳລັງໜູນສຳຄັນໃຫ້ບັນດາໂຮງຮຽນກໍ່ສ້າງບັນດາໂຄງການບຳລຸງສ້າງຢ່າງເປັນລະບົບ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດໃນຂະແໜງແຟຊັນຫວຽດນາມ.
ຈາກຜົນການແຂ່ງຂັນ, ຜູ້ສະໝັກ 2 ຄົນທີ່ມີຜົນງານດີເດັ່ນຈະເຂົ້າຮ່ວມຝຶກອົບຮົມເປັນເວລາ 3 ເດືອນ, ຜ່ານນັ້ນໄດ້ຄັດເລືອກ 1 ຜູ້ສະໝັກທີ່ດີເດັ່ນເປັນຕົວແທນໃຫ້ຫວຽດນາມ ໄປແຂ່ງຂັນໃນງານ WorldSkills 2026 ທີ່ນະຄອນຊຽງໄຮ ( ສປ ຈີນ).
ຄະນະຈັດຕັ້ງຍັງໄດ້ສົມທົບກັບວິສາຫະກິດຕຳ່ແຜ່ນຕັດຫຍິບຂະໜາດໃຫຍ່ຢູ່ຈີນ ເພື່ອສະໜັບສະໜູນຊຸດອົບຮົມທີ່ແກ່ຍາວເປັນເວລາໜຶ່ງເດືອນຢູ່ຈີນໃຫ້ຜູ້ຕາງໜ້າຫວຽດນາມເຂົ້າຮ່ວມງານແຂ່ງຂັນສີມືແຮງງານໂລກ 2026.
ທີ່ມາ: https://tuoitre.vn/lan-dau-co-ky-thi-ky-nang-nghe-cong-nghe-thoi-trang-chon-thi-sinh-du-worldskills-2026-20251205161637099.htm










(0)