
ຕອນບ່າຍວັນທີ 28/10, ໃນຂອບເຂດການເຄື່ອນໄຫວນອກການຢ້ຽມຢາມອັງກິດຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ To Lam ແລະ ພັນລະຍາ, ທ່ານລັດຖະມົນຕີກະຊວງການເງິນ ຫງວຽນວັນແທ່ງ ໄດ້ມີການພົບປະເຈລະຈາກັບທ່ານ Karl Yeh, ຜູ້ອຳນວຍການບໍລິຫານຜູ້ຮັບຜິດຊອບບັນດາສະຖາບັນສາທາລະນະ ແລະ ບັນດາລູກຄ້າລັດຖະບານພາກພື້ນອາຊີ - ປາຊີຟິກ ຂອງ JP Morgan Bank, ແມ່ນໜຶ່ງໃນບັນດາສະຖາບັນການເງິນແຖວໜ້າຂອງໂລກ.
ທີ່ການພົບປະ, ທ່ານລັດຖະມົນຕີ ຫງວຽນວັນແທ່ງ ໄດ້ຕີລາຄາສູງກຽດສັກສີ ແລະ ທີ່ຕັ້ງຂອງທະນາຄານ JP Morgan ໃນຕະຫຼາດການເງິນສາກົນ, ແລະ ໄດ້ຮັບຮູ້ບັນດາການປະກອບສ່ວນອັນດີງາມຂອງທະນາຄານ JP Morgan ໃຫ້ ລັດຖະບານ ຫວຽດນາມ ໃນການປຶກສາຫາລືກ່ຽວກັບການລະດົມທຶນຢູ່ຕະຫຼາດສາກົນໃນຊຸມປີມໍ່ໆມານີ້. ການໜູນຊ່ວຍຂອງທະນາຄານ JP Morgan ໃນບົດບາດເປັນທະນາຄານລົງທຶນໃຫ້ບັນດາວິສາຫະກິດຫວຽດນາມ ໃນຂະບວນການສະເໝີພາບ, ການຈັດຕັ້ງໂຄງປະກອບການເງິນຄືນໃໝ່ ແລະ ອື່ນໆ ກໍ່ມີຄວາມໝາຍທີ່ສຸດ.
ທ່ານລັດຖະມົນຕີ ປາດຖະໜາວ່າ JP Morgan ຈະສືບຕໍ່ໜູນຊ່ວຍລັດຖະບານ ກໍ່ຄືບັນດາວິສາຫະກິດ ຫວຽດນາມ;

ຜູ້ຕາງໜ້າ JP Morgan ກໍ່ສະແດງຄວາມຂອບອົກຂອບໃຈກະຊວງການເງິນຫວຽດນາມ ຍາມໃດກໍ່ໃຫ້ຄວາມໄວ້ເນື້ອເຊື່ອໃຈ ແລະ ຮ່ວມມື ແລະ ຢືນຢັນຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບກະຊວງການເງິນຫວຽດນາມ, ແບ່ງປັນປະສົບການ ແລະ ຄວາມຊ່ຽວຊານຂອງ JP Morgan ໜູນຊ່ວຍຫວຽດນາມ ໃນຍຸດທະສາດພັດທະນາຕະຫຼາດທຶນ ແລະ ການເງິນສາກົນ.
ເນື່ອງໃນໂອກາດນີ້, ກະຊວງການເງິນຫວຽດນາມ ແລະ ທະນາຄານ JP Morgan ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ (MoU), ເປັນຂີດໝາຍການພັດທະນາໃໝ່ໃນການພົວພັນຮ່ວມມືລະຫວ່າງ 2 ຝ່າຍ. ຕາມເນື້ອໃນຂອງ MoU, ກະຊວງການເງິນ ແລະ JP Morgan ຈະສົມທົບກັນຢ່າງແໜ້ນແຟ້ນໃນ 2 ຂົງເຂດສຳຄັນ.
ໜຶ່ງແມ່ນສົມທົບກັນຊຸກຍູ້ຄວາມສາມາດຂອງລັດຖະບານ ຫວຽດນາມ ໃນການເຂົ້າເຖິງ ແລະ ລະດົມແຫຼ່ງທຶນສາກົນ;
ທີສອງ, ຈັດຕັ້ງການເຄື່ອນໄຫວຕິດຕໍ່ພົວພັນບັນດານັກລົງທຶນສາກົນ ເພື່ອເພີ່ມທະວີການເຈລະຈາ, ໂຄສະນາພາບພົດຂອງຫວຽດນາມ ໃນຕະຫລາດການເງິນໂລກ.
ການລົງນາມໃນບົດບັນທຶກຄວາມເຂົ້າໃຈກັບທະນາຄານ JP Morgan ສະແດງໃຫ້ເຫັນຄວາມຕັ້ງໃຈ ແລະ ຫຼັກໝັ້ນອັນໜັກແໜ້ນຂອງຫວຽດນາມ ໃນການເປີດກວ້າງການຮ່ວມມືສາກົນ, ປັບປຸງຄວາມສາມາດໃນການລະດົມ ແລະ ຄຸ້ມຄອງໜີ້ສາທາລະນະແບບຍືນຍົງ, ປະກອບສ່ວນຮັດແໜ້ນທີ່ຕັ້ງຂອງຫວຽດນາມ ໃນແຜນທີ່ການເງິນໂລກ.
ທີ່ມາ: https://nhandan.vn/tang-cuong-hop-tac-quoc-te-mo-rong-kenh-huy-dong-von-cho-viet-nam-post919026.html










(0)