Vietnam.vn - Nền tảng quảng bá Việt Nam

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ພົບ​ປະ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກູ​ບາ

ກປ.ອອນໄລ - ຕອນບ່າຍວັນທີ 1 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ມີການພົບປະກັບທ່ານປະທານສະພາແຫ່ງຊາດ ກູບາ Esteban Lazo ທີ່ພວມຢ້ຽມຢາມ ຫວຽດນາມ ແລະເປັນປະທານຮ່ວມກອງປະຊຸມຄັ້ງທີ 2 ຄະນະກຳມະການລະຫວ່າງສະພາແຫ່ງຊາດ ຫວຽດນາມ - ກູບາ.

VietnamPlusVietnamPlus02/10/2025

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ຕ້ອນ​ຮັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກູ​ບາ Esteban Lazo ກັບ​ຄືນ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ, ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ການ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Tran Thanh Man ແລະ ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ກູ​ບາ.

ທ່ານ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ແບ່ງປັນ​ຄວາມ​ຫຍຸ້ງຍາກ ​ແລະ ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ກອມ​ມູນິດ ກູ​ບາ, ກູ​ບາ ສືບ​ຕໍ່​ປົກ​ປັກ​ຮັກສາ​ບັນດາ​ໝາກຜົນ​ແຫ່ງ​ການ​ປະຕິວັດ ​ແລະ ຍາດ​ໄດ້​ໄຊຊະນະ​ໃໝ່.

ທ່ານ​ປະທານ ​ສະພາ​ແຫ່ງ​ຊາດ ກູ​ບາ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ບັນດາ​ໝາກຜົນ​ແຫ່ງ​ການ​ພັດທະນາ​ຂອງ ຫວຽດນາມ, ຢືນຢັນ​ວ່າ ນີ້​ແມ່ນ​ກຳລັງ​ໜູນ​ອັນ​ໃຫຍ່​ຫຼວງ​ຂອງ​ປະຊາຊົນ ກູ​ບາ; ​ເນັ້ນ​ໜັກ​ວ່າ, ກູ​ບາ ຕີ​ລາຄາ​ສູງ​ການ​ພົວພັນ​ແບບ​ພິ​ເສດ​ກັບ​ຫວຽດນາມ, ຖື​ການ​ຮ່ວມ​ມື​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກູ​ບາ ​ໄດ້​ຂອບ​ອົກ​ຂອບ​ໃຈ​ຫວຽດນາມ ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ຢ່າງ​ທັນ​ການ ​ແລະ ມີ​ປະສິດທິ​ຜົນ ​ແລະ ປາດ​ຖະໜາ​ຢາກ​ແລກປ່ຽນ​ບັນດາ​ປະສົບ​ການ​ພັດທະນາ​ກ່ວາ​ອີກ, ພິ​ເສດ​ແມ່ນ​ໃນ​ວິວັດ​ການ​ປັບປຸງ./.

(TTXVN/Vietnam+)

ທີ່ມາ: https://www.vietnamplus.vn/thu-tuong-pham-minh-chinh-hoi-kien-chu-tich-quoc-hoi-cuba-post1067527.vnp


(0)

ວິຫານ Notre Dame ຢູ່ນະຄອນ ໂຮ່ຈີມິນ ໄດ້ສະຫວ່າງສະໄຫວເພື່ອຕ້ອນຮັບບຸນຄຣິສມາສ 2025
ເດັກຍິງຮ່າໂນ້ຍ "ແຕ່ງຕົວ" ທີ່ສວຍງາມສໍາລັບລະດູການວັນຄຣິດສະມາດ
ຫລັງ​ຈາກ​ລົມ​ພາຍຸ​ແລະ​ນ້ຳ​ຖ້ວມ, ໝູ່​ບ້ານ Tet chrysanthemum ​ເມືອງ Gia Lai ຫວັງ​ວ່າ​ຈະ​ບໍ່​ມີ​ໄຟຟ້າ​ໃຊ້​ເພື່ອ​ຊ່ວຍ​ປະ​ຢັດ​ໂຮງງານ.
ນະຄອນຫຼວງຂອງຕົ້ນຫມາກໂປມສີເຫຼືອງໃນພາກກາງໄດ້ຮັບຄວາມເສຍຫາຍຢ່າງຫນັກຫຼັງຈາກໄພພິບັດທໍາມະຊາດສອງເທົ່າ

ມໍລະດົກ

ຮູບ

ທຸລະກິດ

ຮ້ານກາເຟ ດາລາດ ເຫັນວ່າມີລູກຄ້າເພີ່ມຂຶ້ນ 300% ຍ້ອນວ່າ ເຈົ້າຂອງຫຼິ້ນລະຄອນ 'ລະຄອນສິລະປະການຕໍ່ສູ້'

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ