ວັນທີ 21 ຕຸລານີ້, ຕາມຄຳເຊີນຂອງທ່ານປະທານປະ ເທດ ເຈືອງເຕີນຊາງ, ທ່ານປະທານາທິບໍດີ ອາຟະລິກາໃຕ້ Matamela Cyril Ramaphosa ຈະມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 23-24/10.

ປະທານາທິບໍດີອາຟຣິກາໃຕ້ Matamela Cyril Ramaphosa
ຮູບພາບ: BNG
ຫວຽດນາມ ແລະ ອາຟຣິກາໃຕ້ ໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 22 ທັນວາ 1993. ອາຟະລິກາໃຕ້ ແມ່ນຄູ່ຮ່ວມມືການຄ້າ ແລະ ຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ອາຟຣິກາ. ລວມຍອດວົງເງິນການຄ້າສອງຝ່າຍໃນປີ 2024 ບັນລຸເກືອບ 1,8 ຕື້ USD.
ໃນໄລຍະຈະມາເຖິງ, ສອງຝ່າຍສາມາດຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄື: ການຂຸດຄົ້ນແຮ່ທາດ, ກົນຈັກ, ໂລຫະ, ເຫຼັກກ້າ, ພະລັງງານທົດແທນ, ແຜ່ນແພ, ເກີບ, ປຸ໋ຍ, ອາຫານປຸງແຕ່ງ, ອຸດສາຫະກຳໜູນຊ່ວຍ.
ໄລ່ຮອດເດືອນ ກໍລະກົດ 2025, ອາຟຣິກາໃຕ້ ມີ 20 ໂຄງການລົງທຶນທີ່ຖືກຕ້ອງຢູ່ ຫວຽດນາມ ດ້ວຍຍອດຈຳນວນເງິນລົງທຶນ 0,88 ລ້ານ USD, ຢືນອັນດັບທີ 109 ໃນຈຳນວນ 151 ປະເທດ ແລະ ເຂດແຄ້ວນລົງທຶນເຂົ້າ ຫວຽດນາມ.
ຫວຽດນາມ ມີ 4 ໂຄງການລົງທຶນຢູ່ ອາຟຣິກາໃຕ້ ດ້ວຍຍອດຈຳນວນທຶນ 8,86 ລ້ານ USD, ຢືນອັນດັບທີ 45 ໃນຈຳນວນ 84 ປະເທດ ແລະ ເຂດແຄ້ວນທີ່ ຫວຽດນາມ ລົງທຶນຢູ່ຕ່າງປະເທດ.
ທີ່ມາ: https://thanhnien.vn/tong-thong-nam-phi-sap-tham-cap-nha-nuoc-den-viet-nam-185251021132253753.htm
(0)