ກຸ່ມອຸດສາຫະກຳ ຟູ໋ກ໊ຽນ, ລົງທຶນໂດຍບໍລິສັດ ເຈືອງຮ່ວາຕ໋ຽນໂກ໋ ຈຳກັດ ໄດ້ຮັບຮອງເອົາໂຄງການວາງແຜນຜັງລະອຽດ 1/500, ດ້ວຍເນື້ອທີ່ທັງໝົດເກືອບ 272 ເຮັກຕາ. ປະຈຸບັນ, ໂຄງການພວມປະສົບກັບຄວາມຫຍຸ້ງຍາກໃນການບຸກເບີກພື້ນທີ່ ເພາະຂອບເຂດຂອງໂຄງການແມ່ນຕິດພັນກັບທີ່ດິນປ່າໄມ້ທີ່ປະຈຸບັນຄຸ້ມຄອງ ແລະ ນຳໃຊ້ໂດຍບໍລິສັດ ເຕີນເຕິ໋ນ ປ່າໄມ້ໜຶ່ງ ສະມາຊິກ ຈຳກັດ, ເພື່ອຈັດຕັ້ງປະຕິບັດ, ຕ້ອງໄດ້ກຳນົດ ແລະ ແບ່ງປະເພດປ່າ 3 ປະເພດ ຕິດພັນກັບການວາງແຜນ. ໂຄງການດັ່ງກ່າວ ແມ່ນຢູ່ໃນຂັ້ນຕອນການຫັນປ່ຽນທີ່ດິນປ່າໄມ້ ແລະ ສ້າງແຜນການຊົດເຊີຍ ເພື່ອສະເໜີໃຫ້ເຈົ້າໜ້າທີ່ມີອຳນາດອະນຸມັດຕາມລະບຽບການ. ຄາດວ່າຈະເລີ່ມລົງມືກໍ່ສ້າງໃນເດືອນມິຖຸນາປີ 2023.
ສະຫາຍ ຟານເຕີນແຄງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວ໋າງເຊີນ ໄດ້ລົງກວດກາຕິດຕາມກວດກາຄວາມຄືບໜ້າຂອງການລົງທຶນພື້ນຖານໂຄງລ່າງບັນດາກຸ່ມອຸດສາຫະກຳ ກວາງເຊີນ.
ກຸ່ມອຸດສາຫະກຳ ກວາງເຊີນ ແມ່ນໄດ້ຮັບການລົງທຶນຈາກຄະນະຄຸ້ມຄອງໂຄງການລົງທຶນ ແລະ ກໍ່ສ້າງວຽກງານໂຍທາທິການ ແລະ ອຸດສາຫະກຳ, ໄດ້ຮັບການປະຕິບັດແຕ່ປີ 2019 ຮອດປະຈຸບັນ ດ້ວຍຍອດຈຳນວນເງິນລົງທຶນ 80 ຕື້ດົ່ງ; ມີເນື້ອທີ່ເກັບກູ້ທັງໝົດ 41,3 ເຮັກຕາ. ປະຈຸບັນ, ໂຄງການໄດ້ສ້າງສຳເລັດໂດຍພື້ນຖານໄລຍະທີ 1 (ບັນລຸ 96% ຂອງປະລິມານ) ດ້ວຍບັນດາໂຄງລ່າງຄົມມະນາຄົມ, ລະບົບລະບາຍນ້ຳ, ໂຮງງານບຳບັດນ້ຳເສຍ, ໄຟຟ້າ ແລະ ລະບົບນ້ຳປະປາ...; ກໍາລັງປະຕິບັດຂັ້ນຕອນເພື່ອຮຽກຮ້ອງໃຫ້ດຶງດູດນັກລົງທຶນຂັ້ນສອງ. ປັດຈຸບັນ, ໂຄງການຍັງຕິດຄ້າງຢູ່ກັບວຽກງານເກັບກູ້ພື້ນທີ່, ມີ 8 ຄອບຄົວ (ປະມານ 5 ເຮັກຕາ) ທີ່ຍັງບໍ່ທັນໄດ້ຮັບເງິນມອບໃຫ້.
ກ່າວຄຳເຫັນທີ່ການກວດກາ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງໄດ້ຮຽກຮ້ອງໃຫ້ບັນດານັກລົງທຶນຕັ້ງໜ້າຜັນຂະຫຍາຍບັນດາບາດກ້າວລົງທຶນໃນຕໍ່ໜ້າຕາມລະບຽບການ ແລະ ຮັບປະກັນຄວາມຄືບໜ້າ ແລະ ຄຸນນະພາບຂອງໂຄງການ, ໃຫ້ດຳເນີນໂຄງການໂດຍໄວ. ທ້ອງຖີ່ນ ແລະ ພະແນກການທີ່ກ່ຽວຂ້ອງ ຕັ້ງໜ້າໜູນຊ່ວຍນັກລົງທືນ ເພື່ອກໍາຈັດສິ່ງກີດຂວາງໃນຂັ້ນຕອນທາງດ້ານກົດໝາຍ ແລະ ການບຸກເບີກພື້ນທີ່. ໂຄງການກຸ່ມອຸດສາຫະກຳ ຝູ໋ຕຽນ ຕ້ອງກວດກາຄືນເນື້ອທີ່ດິນປ່າ, ແກ້ໄຂບັນດາກໍລະນີບຸກລຸກທີ່ດິນຄືນ, ມອບໃຫ້ນັກລົງທຶນກ່ອນໄວເພື່ອປະຕິບັດບັນດາບາດກ້າວຕໍ່ໄປ, ແລະ ຈະເລີ່ມໂຄງການໂດຍໄວ. ສຳລັບໂຄງການກຸ່ມອຸດສາຫະກຳ ກວາງເຊີນ, ບັນດານັກລົງທຶນຄວນແກ້ໄຂ ແລະ ຜັນຂະຫຍາຍພື້ນຖານໂຄງລ່າງໄລຍະ 1 ໂດຍໄວ ເພື່ອຊຸກຍູ້ການລົງທຶນ, ດຶງດູດນັກລົງທຶນຂັ້ນສອງມາກໍ່ສ້າງບັນດາໂຮງງານ. ບັນດາຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ຄວນສົມທົບກັນຢ່າງແໜ້ນແຟ້ນ ເພື່ອຮັບປະກັນໃຫ້ບັນດາໂຄງການກຸ່ມອຸດສາຫະກຳຖືກຈັດຕັ້ງປະຕິບັດຢ່າງສະດວກ ແລະ ມີປະສິດທິຜົນສູງສຸດ, ແນໃສ່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢູ່ທ້ອງຖິ່ນ.
ທ່ານ ຕວນ
ແຫຼ່ງທີ່ມາ










(0)