| ຜູ້ນຳນະຄອນ Piraeus ຢ້ຽມຢາມຮ້ານ ອາຫານ ຫວຽດນາມ. |
ໃນຂອບເຂດງານບຸນ “ລົດຊາດອາຫານ - Piraeus 2025” ດຳເນີນຢູ່ທ່າກຳປັ່ນ Piraeus ແຕ່ວັນທີ 25 – 28 ກັນຍາ, ສະຖານທູດ ຫວຽດນາມ ປະຈຳ ເກຼັກ ໄດ້ຈັດຕັ້ງຮ້ານວາງສະແດງອາຫານແຫ້ງ ແລະ ຜະລິດຕະພັນກະເສດແຫ້ງຂອງ ຫວຽດນາມ.
ສະຖານທີ່ງານບຸນໄດ້ກາຍເປັນຄວາມຄຶກຄື້ນ ເມື່ອປະຊາຊົນຢູ່ເຂດທ່າເຮືອ Piraeus ແລະ ນັກທ່ອງທ່ຽວສາກົນ “ໄດ້ຊີມ” ລົດຊາດຂອງປົ່ງປີ້ງແບບດັ້ງເດີມ, ເຂົ້າໜົມກຸ້ງຫວຽດນາມ ແລະ ຊົມການສາທິດວິທີການເຮັດເຂົ້າໜົມປົ່ງ.
ມາຢ້ຽມຢາມຮ້ານປຸງແຕ່ງອາຫານຫວຽດນາມ ແລະ ໄດ້ຊີມເຝີຈືດພື້ນເມືອງ, ທ່ານເຈົ້າຄອງນະຄອນ ແລະ ຮອງເຈົ້າຄອງນະຄອນ Piraeus ໄດ້ຂອບໃຈສະຖານທູດຫວຽດນາມ ທີ່ໄດ້ເຂົ້າຮ່ວມ, ປະກອບສ່ວນສ້າງສີສັນວັດທະນະທຳໃຫ້ແກ່ງານບຸນ, ເຮັດໃຫ້ປະຊາຊົນສອງປະເທດສະໜິດສະໜົມ.
| ບູດແນະນຳອາຫານຫວຽດນາມ ແລະ ຜະລິດຕະພັນກະເສດແຫ້ງ. |
ທ່ານເອກອັກຄະລັດຖະທູດ ຟ້າມທິທູຮັ່ງ ຂອບອົກຂອບໃຈທ່ານເຈົ້າຄອງນະຄອນ Piraeus ທີ່ໄດ້ສ້າງເງື່ອນໄຂເພື່ອໃຫ້ ຫວຽດນາມ ມີຮ້ານວາງສະແດງຢູ່ Festival. ບໍ່ພຽງແຕ່ເຍື່ອງອາຫານຫວຽດນາມເທົ່ານັ້ນ, ງານມະໂຫລານຍັງຊ່ວຍດຶງດູດຄວາມສົນໃຈຂອງຊາວ ກຣີກ ມາຫວຽດນາມ, ສ້າງຄວາມສະດວກໃຫ້ແກ່ການຊຸກຍູ້ການຮ່ວມມື, ແລກປ່ຽນໃນຂົງເຂດຕ່າງໆຄື: ວັດທະນະທຳ, ທ່ອງທ່ຽວ , ການຄ້າ...
| ບໍ່ພຽງແຕ່ແມ່ນໂອກາດເພື່ອໂຄສະນາວັດທະນະທຳອາຫານການກິນເທົ່ານັ້ນ, ການເຂົ້າຮ່ວມງານບຸນຍັງປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ມິດຕະພາບລະຫວ່າງປະຊາຊົນສອງປະເທດ. |
ງານມະໂຫລານອາຫານການກິນ - Piraeus 2025 ມີຮ້ານວາງສະແດງທີ່ມາຈາກ 7 ປະເທດຄື: ເກຼັກ, ອິນໂດເນເຊຍ, ມອນໂດວາ, ປານາມາ, ຣູມານີ, ຈີນ ແລະ ຫວຽດນາມ. ຮ້ານວາງສະແດງຂອງຫວຽດນາມ ແມ່ນຕັ້ງຢູ່ໃກ້ກັບປະເທດເຈົ້າພາບ, ເກຼັກ.
ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອແນໃສ່ໂຄສະນາວັດທະນະທຳ ແລະ ອາຫານເທົ່ານັ້ນ ຫາກຍັງປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ມິດຕະພາບລະຫວ່າງປະຊາຊົນສອງປະເທດ, ພິເສດແມ່ນໃນປີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ທາງການທູດ ຫວຽດນາມ - ເກຼັກ.
ທີ່ມາ: https://baoquocte.vn/viet-nam-tham-du-le-hoi-am-thuc-do-chinh-quyen-thanh-pho-piraeus-to-chuc-329573.html










(0)