ທີ່ການພົບປະ, ທ່ານປະທານປະເທດ Vo Van Thuong ອວຍພອນບັນດາຜົນງານເຊິ່ງພັກ, ລັດ ແລະ ປະຊາຊົນລາວ ບັນລຸໄດ້ໃນໄລຍະມໍ່ໆມານີ້; ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ແລະ ແນວທາງອັນເດັດດ່ຽວໜຽວແໜ້ນຂອງລັດຖະບານລາວ, ປະຊາຊົນລາວຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ໃຫ້ສຳເລັດຜົນ. ທ່ານປະທານປະເທດ ໄດ້ຊົມເຊີຍ ແລະ ຕີລາຄາສູງການປຶກສາຫາລືດ້ານການເມືອງຢູ່ຂັ້ນລັດຖະມົນຕີ ການຕ່າງປະເທດ 2 ປະເທດ ໄດ້ຮັບຜົນສຳເລັດ, ປະກອບສ່ວນແທດຈິງເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ສະເຫຼີມໄຊ ກົມມະສິດ ໄດ້ຂອບໃຈ ທ່ານປະທານ ປະເທດ ເຈີ່ນດ້າຍກວາງ ທີ່ໄດ້ສະຫລະເວລາມາໃຫ້ການຕ້ອນຮັບຄະນະຜູ້ແທນ ແລະ ຝາກຄວາມຢື້ຢາມຖາມຂ່າວເຖິງການນຳຂັ້ນສູງຂອງພັກ ແລະ ລັດ ລາວ ເຖິງການນຳຂັ້ນສູງຂອງພັກ ແລະ ລັດ ຫວຽດນາມ; ໄດ້ແຈ້ງໃຫ້ທ່ານປະທານປະເທດຊາບກ່ຽວກັບໝາກຜົນຂອງກອງປະຊຸມປຶກສາຫາລືການເມືອງຄັ້ງທີ 10 ແລະ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຄຽງຂ້າງຄຽງຄູ່ກັບພັກ, ລັດ ແລະ ປະຊາຊົນບັນດາເຜົ່າລາວ, ໄດ້ສະແດງໃຫ້ເຫັນເຖິງຄວາມຮັກແພງ, ການຊ່ວຍເຫຼືອອັນລ້ຳຄ່າຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ລາວ.
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ. ພາບ: ທອງແຢດ/VNA
ສອງຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ຜົນສຳເລັດອັນສຳຄັນຂອງການຮ່ວມມືໃນໄລຍະມໍ່ໆມານີ້, ພິເສດແມ່ນການພົວພັນຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງປະເທດ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການຕິດຕໍ່ຂັ້ນສູງ ແລະ ບັນດາກົນໄກຮ່ວມມືທີ່ສຳຄັນຂອງສອງຝ່າຍ; ເນັ້ນໜັກວ່າ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ແມ່ນເປັນເອກະລັກສະເພາະໃນໂລກ; ສະເໜີສອງຝ່າຍສືບຕໍ່ບຳລຸງສ້າງ ແລະ ສຶກສາອົບຮົມຄົນລຸ້ນຫຼັງ ສືບຕໍ່ເສີມຂະຫຍາຍນ້ຳໃຈອັນລ້ຳຄ່າຂອງພັກ ແລະ ປະຊາຊົນ 2 ປະເທດ, ຖືນີ້ ແມ່ນຊັບສົມບັດອັນລ້ຳຄ່າຂອງປະຊາຊົນ 2 ປະເທດ ທີ່ເຄີຍຢູ່ຄຽງຂ້າງຄຽງຂ້າງ, ແບ່ງປັນມູນເຊື້ອອັນດີງາມຕະຫຼອດໄລຍະຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະ ພັດທະນາປະເທດຊາດ.
ທ່ານປະທານປະເທດ ເຈືອງເຕີນຊາງ ຂອບອົກຂອບໃຈທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດລາວ ທີ່ໄດ້ສົມທົບກັບອຳນາດການປົກຄອງລາວ ເອົາໃຈໃສ່, ຊ່ວຍເຫຼືອ ແລະ ສ້າງເງື່ອນໄຂສະດວກໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ໃນນັ້ນມີປະຊາຄົມຊາວ ຫວຽດນາມ ທີ່ດຳເນີນທຸລະກິດ ແລະ ດຳລົງຊີວິດຢູ່ ລາວ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາປະເທດລາວ ໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ເປັນຂົວຕໍ່ເສີມຂະຫຍາຍສາຍພົວພັນແບບພິເສດ ຫວຽດນາມ - ລາວ.
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ. ພາບ: ທອງແຢດ/VNA
ປຶກສາຫາລືກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍເຫັນດີເປັນເອກະພາບວ່າ ໃນສະພາບການໂລກ ແລະພາກພື້ນພວມມີການພັດທະນາຢ່າງວ່ອງໄວ ແລະສັບສົນ, 2 ຝ່າຍຕ້ອງເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນ, ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສພາກພື້ນ ແລະສາກົນ. ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນວ່າ ບົນຈິດໃຈມິດຕະພາບ, ຫວຽດນາມ ຈະສຸດຈິດສຸດໃຈໜູນຊ່ວຍ ລາວ ປະຕິບັດໜ້າທີ່ສຳຄັນສາກົນໃນໄລຍະຈະມາເຖິງ, ໃນນັ້ນມີບົດບາດເປັນປະທານອາຊຽນ ໃນປີ 2024.
ຕາມໜັງສືພິມ VNA/Tin Tuc
ທີ່ມາ
(0)