ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. |
ກປ.ອອນໄລ - ໃນລະຫວ່າງວັນທີ 28-29 ສິງຫາ, ທ່ານເອກອັກຄະລັດຖະທູດ Ton Thi Ngoc Huong, ຫົວໜ້າຄະນະປະຕິບັດງານຫວຽດນາມ ປະຈໍາ ອາຊຽນ ໄດ້ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 74 ຂອງຄະນະປະຕິບັດງານຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ (IAI) ແລະກອງປະຊຸມປຶກສາຫາລືຄັ້ງທີ 14 ຂອງຄະນະປະຕິບັດງານ IAI ກັບບັນດາຄູ່ຮ່ວມມືອາຊຽນ ຢູ່ສໍານັກງານໃຫຍ່ເລຂາອາຊຽນ ຢູ່ Jakarta.
ນີ້ແມ່ນກອງປະຊຸມປະຈຳເພື່ອກວດກາຄືນການປະຕິບັດບັນດາໂຄງການໃນຂອບເຂດ IAI, ສະເໜີບັນດາມາດຕະການແກ້ໄຂເພື່ອຍົກສູງປະສິດທິຜົນຂອງການປະຕິບັດແຜນການປະຕິບັດວຽກງານ IAI ແລະ ປຶກສາຫາລືກັບບັນດາຄູ່ຮ່ວມມືສະໜັບສະໜູນຂໍ້ລິເລີ່ມ IAI.
ກອງປະຊຸມຄັ້ງທີ 74 ຂອງຄະນະກຳມະການ IAI ໄດ້ເຂົ້າຮ່ວມ ແລະ ລາຍງານໂດຍບັນດາຈຸດສຸມແຫ່ງຊາດ IAI ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV).
ບັນດາຜູ້ແທນໄດ້ຮັບຮູ້ ແລະ ຕີລາຄາສູງໝາກຜົນແຫ່ງການຜັນຂະຫຍາຍບັນດາໂຄງການຕາມແຜນວຽກງານ IAI ໄລຍະ 4 (2021-2025). ມາຮອດປະຈຸບັນ, 14/24 ສາຍປະຕິບັດຂອງແຜນວຽກງານ IAI ໄລຍະ 4 (2021-2025) ໄດ້ຮັບການປະຕິບັດ, ບັນລຸ 66% ໃນ 5 ຂົງເຂດຍຸດທະສາດຄື: ອາຫານ ແລະ ກະສິກຳ , ການອຳນວຍຄວາມສະດວກດ້ານການຄ້າ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການສຶກສາ ແລະ ບຳລຸງສ້າງ, ສາທາລະນະສຸກ. ປະຈຸບັນ, ມີ 91 ໂຄງການໄດ້ຮັບການອະນຸມັດ ແລະ ພວມໄດ້ຮັບການຜັນຂະຫຍາຍປະຕິບັດ ດ້ວຍມູນຄ່າ 19,37 ລ້ານ USD.
ທີ່ກອງປະຊຸມປຶກສາຫາລືຄັ້ງທີ 14 ຂອງຄະນະກຳມະການ IAI ກັບບັນດາຄູ່ຮ່ວມມືອາຊຽນ, ບັນດາປະເທດຄູ່ຮ່ວມມືຄື: ອົດສະຕາລີ, ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ນິວຊີແລນ, ອັງກິດ, ສະຫະພາບເອີລົບ (EU), ອິນເດຍ, ການາດາ...
ບັນດາປະເທດຄູ່ຮ່ວມມືຍິນດີຕັດສິນໃຈເພີ່ມ Timor Leste ເຂົ້າໃນ CLMV ເປັນປະເທດທີ່ໄດ້ຮັບຜົນປະໂຫຍດຈາກການຮ່ວມມື IAI.
ຄະນະປະຕິບັດງານ IAI ຊົມເຊີຍ ແລະ ຂອບໃຈບັນດາປະເທດຄູ່ຮ່ວມມືທີ່ໄດ້ປະກອບສ່ວນເຂົ້າໃນໂຄງການ IAI ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນແຜນການດຳເນີນງານ IAI ໄລຍະ 4 (2021-2025).
ທີ່ມາ
(0)