ວັນ​ທີ 17 ຕຸລາ​ນີ້, ກະຊວງ​ສຶກສາ​ທິການ ​ແລະ ບຳລຸງ​ສ້າງ ​ໄດ້​ຈັດ​ກອງ​ປະຊຸມ​ກວດກາ ​ແລະ ປະ​ເມີນ​ຜົນ​ການ​ປະຕິບັດ​ໂຄງການ ​ສຶກສາ ​ທົ່ວ​ໄປ ​ແລະ ປຶ້ມ​ແບບຮຽນ ​ໄລຍະ 2020-2025.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫງວຽນ​ກິມ​ເຊີນ ​ເນັ້ນ​ໜັກ​ວ່າ: “ຂະ​ແໜງ​ການ​ສຶກສາ​ໄດ້​ຜັນ​ຂະຫຍາຍ​ວິຊາ​ຮຽນ​ຈົບ​ຊັ້ນ ມ1 ຫາ ມ12, ບັນລຸ​ໄດ້​ທັງ​ຄວາມ​ກວ້າງ​ຂວາງ ​ແລະ ​ເລິກ​ເຊິ່ງ, ບັນລຸ​ໄດ້​ບັນດາ​ຈຸດໝາຍ​ຂອງ​ໂຄງການ​ໃໝ່ - ນະ​ວັດຕະກຳ​ຮອບດ້ານ​ໃນ​ລະດັບ​ການ​ສຶກສາ​ທົ່ວ​ໄປ”.

ທ່ານ​ເຊີນ​ໄດ້​ຕີ​ລາຄາ​ວ່າ, ​ໂຄງການ​ໃໝ່​ນີ້​ມີ​ຫຼາຍ​ຮູບ​ຫຼາຍ​ແບບ, “ບໍ່​ເປັນ​ແບບ​ດັ້ງ​ເດີມ”, ຮຽກຮ້ອງ​ໃຫ້​ມີ​ການ​ປັບ​ຕົວ​ຢ່າງ​ແຂງ​ແຮງ, ຫັນ​ຈາກ​ການ​ໃຫ້​ຄວາມ​ຮູ້​ມາ​ເປັນ​ການ​ພັດທະນາ​ຄຸນ​ນະພາ​ບ ​ແລະ ຄວາມ​ສາມາດ​ຂອງ​ຜູ້​ຮຽນ - ​ເປັນ​ການ​ປ່ຽນ​ແປງ​ຄວາມ​ໝາຍ​ດ້ານ​ປັດຊະຍາ​ທີ່​ເລິກ​ເຊິ່ງ. ປຶ້ມແບບຮຽນຍັງຖືກປ່ຽນຈາກ “ຊຸດຄວາມຮູ້” ໄປສູ່ອຸປະກອນການຮຽນຮູ້, ຊ່ວຍໃຫ້ຄູສອນແນະນຳນັກຮຽນໃຫ້ພັດທະນາຄວາມສາມາດຂອງເຂົາເຈົ້າ.

DSC_3640.JPG
ທ່ານ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫງວຽນ​ກິມ​ເຊີນ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ.

ກ່ຽວ​ກັບ​ວຽກ​ງານ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ເຊີນ​ກ່າວ​ວ່າ: “ພວກ​ເຮົາ​ທັງ​ຕ້ອງ​ຮັກສາ ​ແລະ ປັບປຸງ​ອັນ​ທີ່​ໄດ້​ເຮັດ ​ແລະ ກະກຽມ​ໃຫ້​ໄລຍະ​ໃໝ່. ຕາມ​ນັ້ນ​ແລ້ວ, ຕ້ອງ​ກວດກາ​ຄືນ, ປັບປຸງ ​ແລະ ພັດທະນາ​ໂຄງການ​ພາຍຫຼັງ​ດຳ​ເນີນ​ໄປ​ໄລຍະ​ໜຶ່ງ, ​ແລະ ຜັນ​ຂະຫຍາຍ​ຢ່າງ ​ມີ​ວິ​ທະ​ຍາ​ສາດ ​ແລະ ມີ​ວິທີ​ການ.

ທ່ານ​ລັດຖະມົນຕີ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ຄື: ຂາດ​ເຂີນ​ຄົນ, ສິ່ງ​ອຳນວຍ​ຄວາມ​ສະດວກ, ຊັບພະຍາກອນ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຕ້ອງ​ຫຼຸດຜ່ອນ​ການ​ຂາດ​ເຂີນ​ເທື່ອ​ລະ​ກ້າວ, ພິ​ເສດ​ແມ່ນ​ການ​ລົງທຶນ​ດ້ານ​ສິລະ​ປະ, ກິລາ​ກາຍະ​ພາບ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ຊີວິດ​ການ​ເປັນ​ຢູ່​ເປັນ​ຕົ້ນ.

ທ່ານ​ລັດຖະມົນຕີ​ຍັງ​ໄດ້​ສະ​ເໜີ​ໃຫ້​ຊຸກຍູ້​ການ​ຫັນ​ເປັນ​ດີ​ຈີ​ຕອນ ​ແລະ ນຳ​ໃຊ້ AI ​ເຂົ້າ​ໃນ​ການ​ຮຽນ-ການ​ສອນ, ​ແຕ່​ຕ້ອງ​ລະມັດລະວັງ, ​ເໝາະ​ສົມ ​ແລະ ຄວບ​ຄຸມ.

ກ່ຽວ​ກັບ​ປຶ້ມ​ແບບ​ຮຽນ, ທ່ານ​ລັດຖະມົນຕີ ຫງວຽນ​ກິມ​ເຊີນ ​ເນັ້ນ​ໜັກ​ເຖິງ​ການ​ກະກຽມ​ບົດ​ຮຽນ​ທີ່​ເປັນ​ເອກະ​ພາບ​ຂອງ​ທົ່ວ​ປະ​ເທດ, ປະຕິບັດ​ແຕ່​ປີ 2026-2027. ຕາມ​ທ່ານ​ເຊີນ​ແລ້ວ, ການ​ສັງ​ລວມ, ຕີ​ລາຄາ ​ແລະ ການ​ອອກ​ບົດ​ຮຽນ​ທີ່​ເປັນ​ເອກະ​ພາບ​ຈະ​ດຳ​ເນີນ​ໄປ​ຕາມ​ຂະ​ບວນການ​ວິທະຍາສາດ​ຢ່າງ​ເຂັ້ມ​ງວດ, ສືບ​ຕໍ່​ສືບ​ທອດ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ທີ່​ມີ​ຢູ່.

ຢືນຢັນວ່າພະນັກງານການສິດສອນແມ່ນປັດໃຈຫຼັກ, ທ່ານລັດຖະມົນຕີເນັ້ນໜັກວ່າ: ບັນຫາບໍ່ພຽງແຕ່ດ້ານປະລິມານເທົ່ານັ້ນ, ຫາກຍັງແມ່ນຄວາມສາມາດ, ຄຸນສົມບັດ ແລະ ຄວາມສາມາດປັບຕົວຂອງຄູໃຫ້ແທດເໝາະກັບຄວາມຕ້ອງການໃໝ່, ໂດຍສະເພາະແມ່ນການສອນແບບປະສົມປະສານ ແລະ ພັດທະນາຄຸນນະພາບ ແລະ ຄວາມສາມາດຂອງນັກຮຽນ.

ທີ່ມາ: https://vietnamnet.vn/bo-sach-giao-khoa-thong-nhat-toan-quoc-se-duoc-trien-khai-tu-nam-hoc-20262027-2453991.html