ປາຣີຖືກປັບໃໝຍ້ອນມົນລະພິດທາງອາກາດ
ຕາມຂ່າວ Bloomberg ວັນທີ 26 ພະຈິກນີ້, ການວັດແທກຄຸນນະພາບອາກາດຢູ່ນະຄອນຫຼວງປາຣີ ແລະ Lyon ໄດ້ສະແດງໃຫ້ເຫັນວ່າ, ລະດັບທາດໄນໂຕຣເຈນໄດອອກໄຊ (NO 2 ) ໃນສອງຕົວເມືອງສືບຕໍ່ສູງເກີນມາດຕະຖານຂອງເອີຣົບ.
ໃນຄຳຕັດສິນເມື່ອວັນທີ 24 ພະຈິກນີ້, ສານບໍລິຫານສູງຂອງຝະລັ່ງ ໄດ້ສະຫລຸບວ່າ, ມາດຕະການປະຈຸບັນແລະແຜນການດຳເນີນງານໃນອະນາຄົດບໍ່ມີທ່າວ່າຈະຫຼຸດລະດັບ NO2 ລົງສູ່ລະດັບປອດໄພໃນໄລຍະສັ້ນ.
ດັ່ງນັ້ນ, ສານຈຶ່ງໄດ້ຕັດສິນລົງໂທດປັບໃໝ 5 ລ້ານເອີໂຣຕໍ່ແຕ່ລະເມືອງສໍາລັບການລະເມີດໃນໄລຍະກາງທ້າຍປີ 2022 ຫາເຄິ່ງທໍາອິດຂອງປີ 2023.
ການປັບໃໝໄດ້ຖືກຫຼຸດລົງ 50% ຫຼັງຈາກຄໍານຶງເຖິງການປັບປຸງໃນບາງພື້ນທີ່ຂອງປາຣີແລະ Lyon.
ບັນດາອົງການທີ່ຮັບຜິດຊອບໃນການຕອບສະຫນອງຕໍ່ການປ່ຽນແປງຂອງດິນຟ້າອາກາດແລະຕ້ານມົນລະພິດທາງອາກາດຈະຮັບຜິດຊອບຕໍ່ການຈ່າຍຄ່າປັບໄຫມ.
ຫຼັງຈາກໄດ້ຮັບຟັງຄຳຕັດສິນຂອງສານແລ້ວ, ກະຊວງສິ່ງແວດລ້ອມຝຣັ່ງກ່າວວ່າ, ພວມເຮັດວຽກເພື່ອຫຼຸດລະດັບອາຍພິດອອກສູ່ລະດັບທີ່ປອດໄພໄວເທົ່າທີ່ຈະໄວໄດ້, ທັງຢູ່ພາຍໃນປະເທດແລະທ້ອງຖິ່ນ.
ກ່ອນໜ້ານີ້, ສານບໍລິຫານສູງຂອງຝຣັ່ງໄດ້ປັບໃໝ ລັດຖະບານ 30 ລ້ານເອີໂຣໃນປີ 2021 ແລະ 2022 ຍ້ອນບໍ່ໄດ້ປັບປຸງຄຸນນະພາບອາກາດໃຫ້ຮອດເກນທີ່ອະນຸຍາດ.
ສານກ່າວວ່າຈະກັບຄືນໄປປະເມີນການກະທຳຂອງລັດຖະບານຝຣັ່ງຕໍ່ສິ່ງແວດລ້ອມແລະຄຸນນະພາບອາກາດໃນປີ 2024.
ແຫຼ່ງທີ່ມາ










(0)