ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ໄດ້ 150 ຕື້ USD

ກປ.ອອນໄລ - ຕອນເຊົ້າວັນທີ 21 ພະຈິກ, ຢູ່ຮ່າໂນ້ຍ, ເວທີປາໄສຮ່ວມມືການລົງທຶນ ຫວຽດນາມ - ສ.ເກົາຫຼີ 2024 ດ້ວຍຫົວຂໍ້ “ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມື: ຍຸດທະສາດການພັດທະນາແບບຍືນຍົງສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ (SME)”, ສົມທົບກັບສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງ ຫວຽດນາມ ແລະ ສະມາຄົມວິສາຫະກິດ SMEs ສ.ເກົາຫຼີ ຈັດຕັ້ງໃນວັນທີ 21 ພະຈິກ, ຢູ່ ຮ່າໂນ້ຍ .

ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຮ່​ວາ​ບິ່ງ ເນັ້ນ​ໜັກ​ວ່າ: ການ​ຮ່ວມ​ມື ​ດ້ານ​ເສດ​ຖະ​ກິດ , ການ​ຄ້າ ແລະ ການ​ລົງ​ທຶນ ໄດ້​ກາຍ​ເປັນ​ຈຸດ​ສະ​ຫວ່າງ ແລະ ເປັນ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ປີ 2023, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ 76 ຕື້ USD. ເກົາຫຼີ ເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ຂອງຫວຽດນາມ (ຖັດຈາກຈີນ ແລະ ອາເມລິກາ), ຕະຫຼາດສົ່ງອອກໃຫຍ່ອັນດັບ 3 ຂອງຫວຽດນາມ (ຖັດຈາກສະຫະລັດ ແລະ ຈີນ) ແລະ ຕະຫຼາດນຳເຂົ້າໃຫຍ່ອັນດັບ 2 ຂອງຫວຽດນາມ (ຖັດຈາກຈີນ).

ຫວຽດນາມ ບໍ່ພຽງແຕ່ແມ່ນຄູ່ຮ່ວມມືເສດຖະກິດໃຫຍ່ທີ່ສຸດຂອງ ສ.ເກົາຫຼີ ໃນພາກພື້ນ ອາຊຽນ ເທົ່ານັ້ນ ຫາກຍັງແມ່ນໜຶ່ງໃນ 3 ຄູ່ຮ່ວມມືເສດຖະກິດໃຫຍ່ທີ່ສຸດຂອງ ສ.ເກົາຫຼີ ໃນດ້ານການຄ້າ ແລະ ການລົງທຶນ.

ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Hoa Binh.jpg
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຮ່​ວາ​ບິ່ງ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ. ຮູບພາບ: VPG

​ເກົາຫຼີ ຍາມ​ໃດ​ກໍ່​ແມ່ນ​ຄູ່​ຮ່ວມ​ມື​ລົງທຶນ​ອັນ​ດັບ 1 ຂອງ​ຫວຽດນາມ ​ໃນ​ຈຳນວນ 146 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນທີ່​ລົງທຶນ​ເຂົ້າ​ຫວຽດນາມ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ກວ່າ 87 ຕື້ USD ​ໃນ​ເກືອບ 10.000 ​ໂຄງການ. ການລົງທຶນຂອງ ສ.ເກົາຫຼີ ເນັ້ນໃສ່ບັນດາຂະແໜງເສດຖະກິດທີ່ສຳຄັນຄື: ເຕັກໂນໂລຊີສູງ, ເອເລັກໂຕຣນິກ, ອຸດສາຫະກຳການຜະລິດ ແລະ ປຸງແຕ່ງ, ພະລັງງານ, ລົດຍົນ, ກໍ່ສ້າງ, ອະສັງຫາລິມະຊັບ ແລະ ອື່ນໆ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນັ້ນ​ວ່າ: ການ​ນຳ​ສອງ​ປະ​ເທດ​ວາງ​ເປົ້າ​ໝາຍ​ເພີ່ມ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ຂຶ້ນ​ເຖິງ 100 ຕື້ USD ໃນ​ໄລ​ຍະ​ຈະ​ມາ​ເຖິງ ແລະ 150 ຕື້ USD ໃນ​ປີ 2030.

ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ລັດຖະບານຫວຽດນາມ ຍາມໃດກໍ່ຊຸກຍູ້ວິສາຫະກິດ ສ.ເກົາຫຼີ ເປີດກວ້າງການຮ່ວມມືລົງທຶນໃນບັນດາຂົງເຂດທີ່ ສ.ເກົາຫຼີ ມີຄວາມສາມາດບົ່ມຊ້ອນ ແລະ ຫວຽດນາມ ມີຄວາມຕ້ອງການ ແລະ ບຸລິມະສິດສູງຄື: ເຕັກໂນໂລຢີສູງ, ເອເລັກໂຕຼນິກ, semiconductors, ປັນຍາປະດິດ (AI), ກໍ່ສ້າງພື້ນຖານໂຄງລ່າງ, ພະລັງງານທົດແທນ, ພະລັງງານໃໝ່ (hydrogen), ເຕັກໂນໂລຊີຊີວະພາບ, ນະວັດຕະກຳ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ...

ພ້ອມ​ກັນ​ນັ້ນ, ​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ​ຮ່ວມ​ໃນ​ຕ່ອງ​ໂສ້​ມູນ​ຄ່າ​ຂອງ​ບັນດາ​ວິ​ສາ​ຫະກິດ ສ.​ເກົາຫຼີ, ພິ​ເສດ​ແມ່ນ​ບັນດາ​ຂົງ​ເຂດ​ທີ່ ຫວຽດນາມ ມີ​ທ່າ​ແຮງ; ຖື ຫວຽດນາມ ແມ່ນຈຸດໝາຍຍຸດທະສາດກໍ່ສ້າງສູນຄົ້ນຄວ້າ ແລະ ພັດທະນາ (R&D) ແລະ ນຳ ໃຊ້ເຕັກໂນໂລຢີສູງ.

ນອກ​ນີ້, ບັນດາ​ວິ​ສາ​ຫະກິດ ສ.​ເກົາຫຼີ ຕ້ອງ​ໄດ້​ແນະນຳ ​ແລະ ຊີ້​ນຳ​ລັດຖະບານ, ບັນດາ​ກະຊວງ, ສາຂາ ​ແລະ ທ້ອງ​ຖິ່ນ ​ເພື່ອ​ລົບ​ລ້າງ​ສິ່ງ​ກີດຂວາງ​ໃນ​ຂະ​ບວນການ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ.

ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ສ.​ເກົາຫຼີ ຮ່ວມ​ມື​ເພື່ອ​ຊອກ​ຫາ​ກາລະ​ໂອກາດ​ພັດທະນາ​ໃນ​ທົ່ວ​ໂລກ

ທ່ານ Kim Sung Seop, ຮອງ​ລັດຖະມົນຕີ​ກະຊວງ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ​ແລະ Startup ສ.​ເກົາຫຼີ ​ແບ່ງປັນ​ວ່າ: ດ້ວຍ​ຈຳນວນ​ປະຊາກອນ​ໄວ​ໜຸ່ມ ​ແລະ ຄວາມ​ສາມາດ​ນຳ​ໃຊ້​ດິ​ຈິ​ຕອນ​ສູງ, ຫວຽດນາມ ​ແມ່ນ​ປະ​ເທດ​ສຳຄັນ​ທີ່​ສຸດ​ສຳລັບ SMEs ສ.​ເກົາຫຼີ. ການ​ຮ່ວມ​ມື​ລະຫວ່າງ SMEs ຂອງ​ສອງ​ປະ​ເທດ​ຈະ​ກາຍ​ເປັນ​ການ​ສົມທົບ​ກັນ​ຂອງ​ທັງ​ສອງ​ຝ່າຍ.

ເວທີປາໄສຮ່ວມມືລົງທຶນຫວຽດນາມ.jpg
ການ​ຮ່ວມ​ມື​ລະ​ຫວ່າງ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ຂອງ​ສອງ​ປະ​ເທດ​ຈະ​ກາຍ​ເປັນ​ກຳ​ລັງ​ແຮງ​ຮ່ວມ​ມື​ຂອງ​ສອງ​ຝ່າຍ. ພາບ: ບິ່ງມິງ

ປີກາຍນີ້, ສູນເລີ່ມທຸລະກິດເກົາຫຼີ (K-Startup Center) ຢູ່ຮ່າໂນ້ຍ ໄດ້ເລີ່ມດຳເນີນງານຢ່າງເປັນທາງການ. Startup ຈາກ​ທັງ​ສອງ​ປະ​ເທດ​ສາ​ມາດ​ສ້າງ​ເຄືອ​ຂ່າຍ​ຮ່ວມ​ມື, ແລກ​ປ່ຽນ​ເຕັກ​ໂນ​ໂລ​ຊີ​ເຊິ່ງ​ກັນ​ແລະ​ກັນ​ແລະ​ກາຍ​ເປັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ. ຜ່ານ​ການ​ເຄື່ອນ​ໄຫວ​ດັ່ງກ່າວ, ຄວາມ​ຫຍຸ້ງຍາກ​ຂອງ​ວິ​ສາ​ຫະກິດ ສ.​ເກົາຫຼີ ​ເມື່ອ​ລົງທຶນ​ເຂົ້າ ຫວຽດນາມ ຈະ​ໄດ້​ຮັບ​ການ​ແກ້​ໄຂ.

ທ່ານ Kim Sung Seop ​ໃຫ້​ຮູ້​ວ່າ: ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ ຫວຽດນາມ - ສ.​ເກົາຫຼີ ​ຄັ້ງ​ນີ້ ຈະ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ເອກະ​ຊົນ​ເຂົ້າ​ໃຈ​ກັນ​ດີ​ກ່ວາ​ອີກ, ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ເພື່ອ​ພັດທະນາ​ຢ່າງ​ແຂງ​ແຮງ, ​ເປີດ​ໜ້າ​ໃໝ່​ໃນ​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ລະຫວ່າງ 2 ປະ​ເທດ.

ທ່ານ Kim Ki Mun ປະທານສະມາຄົມ SMEs ສ.ເກົາຫຼີ ປາດຖະໜາວ່າ ເວທີປາໄສບໍ່ພຽງແຕ່ເປັນບ່ອນແລກປ່ຽນປະສົບການເທົ່ານັ້ນ ຫາກຍັງສ້າງກາລະໂອກາດຮ່ວມມືໃໝ່, ຊຸກຍູ້ການພັດທະນາ SMEs ຂອງສອງປະເທດ.

ຕາມ​ທ່ານ​ແລ້ວ, ບັນດາ​ຕົວ​ແບບ​ທີ່​ປະສົບ​ຜົນສຳ​ເລັດ​ຈາກ ສ.​ເກົາຫຼີ ​ເຊັ່ນ: ໂຮງງານ​ອັດສະລິຍະ ຫຼື ຟາມ​ສະຫຼາດ​ຂອງ Samsung ຈະ​ແມ່ນ​ບົດຮຽນ​ອັນ​ລ້ຳ​ຄ່າ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ໃນ​ການ​ຍົກ​ສູງ​ກຳລັງ​ການ​ຜະລິດ ​ແລະ ນະວັດ​ຕະກຳ​ເຕັກ​ໂນ​ໂລ​ຢີ.

ຢືນຢັນ​ວ່າ: SMEs 2 ປະ​ເທດ​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ”, ທ່ານ ຫງວຽນ​ວັນ​ແທ່ງ, ປະທານ​ສະມາຄົມ SMEs ຫວຽດນາມ ​ໃຫ້​ຮູ້​ວ່າ: ຢູ່ ຫວຽດນາມ, SMEs ກວມ 97% ຈຳນວນ​ວິ​ສາ​ຫະກິດ, ​ແຕ່ລະ​ປີ​ໄດ້​ປະກອບສ່ວນ​ກວ່າ 40% GDP ​ແລະ 60% ກຳລັງ​ແຮງ​ງານ. ເກົາຫຼີ, SMEs ກວມເອົາ 99%, ໃນແຕ່ລະປີປະກອບສ່ວນ 46% ຂອງ GDP ແລະ 81% ຂອງກໍາລັງແຮງງານ.