ເຖິງວ່າທ່າອ່ຽງການລົງທຶນໃໝ່ໃນທົ່ວໂລກຈະຊ້າລົງກໍ່ຕາມ, ແຕ່ ຫວຽດນາມ ຍັງຄົງເປັນຈຸດພົ້ນເດັ່ນໃນການດຶງດູດ FDI. ນີ້ແມ່ນການຕີລາຄາຂອງນັກລົງທຶນຫຼາຍຄົນທີ່ເວທີປາໄສວິສາຫະກິດ ຫວຽດນາມ 2024.
ປະຈຸບັນ, ຫວຽດນາມ ມີກວ່າ 39.500 ໂຄງການ FDI ພວມເຄື່ອນໄຫວ, ດ້ວຍຍອດຈຳນວນທຶນລົງທຶນກວ່າ 473 ຕື້ USD. ເຖິງວ່າທ່າອ່ຽງການລົງທຶນໃໝ່ໃນທົ່ວໂລກຈະຊ້າລົງກໍ່ຕາມ, ແຕ່ ຫວຽດນາມ ຍັງຄົງເປັນຈຸດພົ້ນເດັ່ນໃນການດຶງດູດ FDI. ນີ້ແມ່ນການຕີລາຄາຂອງນັກລົງທຶນຫຼາຍຄົນທີ່ເວທີປາໄສວິສາຫະກິດ ຫວຽດນາມ 2024.
ໜຶ່ງໃນບັນດາທ່າໄດ້ປຽບດ້ານການແຂ່ງຂັນຂອງຫວຽດນາມ ໃນການດຶງດູດການລົງທຶນນີ້ແມ່ນການເລີ່ມດຳເນີນບັນດາໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່, ສຳຄັນ, ຜ່ານນັ້ນສ້າງການສົມທົບກັນ ແລະ ຊ່ວຍແກ້ໄຂບັນດາສິ່ງກີດຂວາງທີ່ມີມາແຕ່ດົນນານໃນພື້ນຖານໂຄງລ່າງຄົມມະນາຄົມ, ຂົນສົ່ງ.
ສິ່ງດັ່ງກ່າວຍັງໄດ້ຊຸກຍູ້ວິສາຫະກິດ, ທ້ອງຖິ່ນ, ໃນທົ່ວພາກພື້ນໃນການຂຸດຄົ້ນທ່າແຮງ ແລະ ຄວາມໄດ້ປຽບເພື່ອດຶງດູດ FDI.
ສວນອຸດສາຫະກຳ ເຈີ່ນເດື່ອງ ແຂວງ ໂສກຈາງ , ກວ້າງ 160 ເຮັກຕາ, ປະຈຸບັນ ພວມດຳເນີນຂັ້ນຕອນສຸດທ້າຍຂອງການກໍ່ສ້າງພື້ນຖານໂຄງລ່າງ. ນີ້ແມ່ນໜຶ່ງໃນບັນດາສວນອຸດສາຫະກຳທີ່ມີທ່າແຮງດຶງດູດນັກລົງທຶນເຂົ້າແຂວງ, ໂດຍຕັ້ງຢູ່ຈຸດສຸດທ້າຍຂອງທາງດ່ວນ ເຈົາດັກ-ແຄ໋ງທ້ວ-ຊົກຈ່າງ.
ທ່ານ Tran Khac Tam, ປະທານສະມາຄົມນັກທຸລະກິດແຂວງ Soc Trang ໃຫ້ຮູ້ວ່າ: “ສຳລັບ Soc Trang, ຂະແໜງ ກະສີກຳ ແລະ ການປະມົງ ມີທ່າໄດ້ປຽບ.
ເມື່ອບັນດາຂໍ້ຂັດແຍ່ງດ້ານພື້ນຖານໂຄງລ່າງຄົມມະນາຄົມໄດ້ຮັບການແກ້ໄຂແລ້ວ, ເຂດອຸດສາຫະກຳໃຫຍ່ຫຼາຍແຫ່ງຢູ່ເຂດທົ່ງພຽງແມ່ນ້ຳຂອງຈະກາຍເປັນສູນເຕີບໂຕລະຫວ່າງພາກພື້ນ. ເຂດອຸດສາຫະກຳ VSIP ຢູ່ ນະຄອນ ເກີນເທີ ໄດ້ເລີ່ມກໍ່ສ້າງໃນໄຕມາດທີ 3 ຂອງປີກາຍນີ້, ຄາດວ່າຈະເປີດກາລະໂອກາດພັດທະນາໃໝ່ໃຫ້ທັງພາກພື້ນ.
ທ່ານ ເຈີ່ນຫວຽດເຈືອງ, ປະທານຄະນະກຳມະການປະຊາຊົນນະຄອນ ເກີນເທີ ໃຫ້ຮູ້ວ່າ: ຈະສົມທົບກັນແກ້ໄຂບັນດາຄວາມຫຍຸ້ງຍາກ ແລະ ສິ່ງກີດຂວາງດ້ານກົດໝາຍ, ເປັນຕົ້ນແມ່ນບັນດາສິ່ງທ້າທາຍໃນການປະຕິບັດຢູ່ສະຖານທີ່ກໍ່ສ້າງສວນອຸດສາຫະກຳ, ເພື່ອໃຫ້ສວນອຸດສາຫະກຳແຫ່ງນີ້ສຳເລັດໂດຍໄວ”.
ພື້ນຖານໂຄງລ່າງ, ການຂົນສົ່ງ, ຊັບພະຍາກອນມະນຸດແມ່ນເງື່ອນໄຂທີ່ຈຳເປັນ, ໃນຂະນະທີ່ຄວາມຢືດຢຸ່ນ ແລະ ຕັ້ງໜ້າໃນກົນໄກດຶງດູດການລົງທຶນ, ປັບປຸງຄຸນນະພາບຂອງການລົງທຶນ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຈະເປັນເງື່ອນໄຂພຽງພໍເພື່ອໃຫ້ບັນດາທ້ອງຖິ່ນຫັນເປັນທ່າແຮງຂອງບັນດາໂຄງການ FDI.
ທ່ານ ເລຮ່ວາງຈຸງ, ຮອງປະທານຄະນະປະຈຳຄະນະປະຈຳສະພາປະຊາຊົນແຂວງຊົກເຈື່ອງ ເນັ້ນໜັກວ່າ: ຕ້ອງຜັນຂະຫຍາຍບັນດາລະບຽບການ, ເລັ່ງລັດການບໍລິຫານ ເພື່ອຫຼີກເວັ້ນບໍ່ໃຫ້ບັນດາວິສາຫະກິດ ແລະ ນັກລົງທຶນບໍ່ສະດວກ, ຕ້ອງມອບໝາຍຄະນະກຳມະການສູນກາງ, ສຸມໃສ່ສົມທົບກັບກົມແຜນການ ແລະ ການລົງທຶນ, ພິເສດແມ່ນສູນສົ່ງເສີມ ແລະ ໜູນຊ່ວຍການລົງທຶນ”.
ທ່ານ Kenneth Atkinson, ສະມາຊິກສະພາການຄ້າອັງກິດ ປະຈຳ ຫວຽດນາມ (Britcham), ໃຫ້ຮູ້ວ່າ: “ບັນດານັກລົງທຶນຂອງພວກເຮົາຊົມເຊີຍການປັບປຸງຄຸນນະພາບພື້ນຖານໂຄງລ່າງເຊື່ອມຕໍ່ບັນດາທ້ອງຖິ່ນໃນຊຸມປີມໍ່ໆມານີ້, ພິເສດແມ່ນພາຍຫຼັງ COVID-19. ບັນດາພາກສ່ວນທາງດ່ວນພວມສ້າງກຳລັງໜູນຢ່າງໃຫຍ່ຫຼວງໃຫ້ແກ່ເສດຖະກິດ, ດ້ວຍຄຳໝັ້ນສັນຍາຈະໃຫ້ສຳເລັດໃນປີ 2025 ເພື່ອສ້າງພື້ນຖານໂຄງລ່າງຄົມມະນາຄົມ - ຂົນສົ່ງຢ່າງບໍ່ຢຸດຢັ້ງ.
ຕາມຂ່າວ VTV
ທີ່ມາ










(0)